ບ່າວລາວ-ສາວຈີນ – ລົດໄຟ ລາວ-ຈີນ

ນຶ່ງສຽງເພັງ ລົດໄຟ ລາວ-ຈີນ.   ຂຸນໝິງວຽຽຈັນ ນັ້ນໄກກັນສຸດ ຂອບຟ້າ ກ່ອນຈະໄປມາ ຕ້ອງໃຊ້ເວລາ ເນີນນານ ແຕ່ມາບາດນີ້ ແສນໄວ ຍ້ອນມີລົດໄຟເເລ່ນຜ່ານ ລາວຈີນປະສານ ເລັ່ງການສໍາພັນ ກ້າວໄວ   ລົດໄຟລາວຈີນ ລົດໄຟໄວ ໃນຖິ່ນຈໍາປາ ຊົນຊາດປະຊາ ພູມໃຈແທ້ນ່າ ຂີ່ລົດໄຟ ການຂົນສົ່ງໂດຍສານ ນັບມື້ ສະດວກກ້າວໄປ ຂ້າມຜ່ານກາຍໄທ ມາເລ ອິນໂດ ສິງກະໂປ ແດນໄກ   ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ ນໍ້າໃຈບຸກເບີກ ສອງຊາດ ລາວຈີນ ແຂງແກ່ນ ການກໍ່ສ້າງ ທຸກສິ່ງຢ່າງ ເປັນໄປຕາມແຜນ ຮັກແພງກັນຮັດແຫນ້ນ ສອງຊາດດິນແດນ ລາວຈີນ   ວຽງຈັນ ຢູໂຣບ ເຢັຍລະມັນ ເຖິງຈະໄກກັນ ບໍ່ນານຄວາມຝັນ ໄປມາຫາກັນຄົງໄດ້ ລົດໄຟ ລາວຈີນ ສັນຍາລັກ…

ເຖິງຍາມໃບມັນແຫ້ງ ສີຂຽວເປັນເຫລືອງແກ່ ລົມບໍ່ມາພັດຕ້ອງ ມັນປິວແລ້ວຫລົ່ນເອງ ເຈົ້າເອີ້ຍ

ເຖິງຍາມໃບມັນແຫ້ງ ສີຂຽວເປັນເຫລືອງແກ່ ລົມບໍ່ມາພັດຕ້ອງ ມັນປິວແລ້ວຫລົ່ນເອງ ເຈົ້າເອີ້ຍ   ອຸທິດແດ່ການຈາກໄປ ຂອງຄົນທີ່ຮູ້ຈັກຮັກແພງກັນ. ຂໍໃຫ້ດວງວິນຍານ ຂອງອ້າຍ ຄໍາພັນ ພິຈິດ ຈົ່ງໄປສູ່ທີ່ສຸຂະຕິເຖີ້ນ.   ລໍາໄມ້ ແຕກຫນໍ່ຂຶ້ນ ເກີດໃບອ່ອນຂຽວດົກ ອາໃສແສງຕາເວັນ ອຸ່ນໃນປ່ຽນສານລ້ຽງ ເຕີບໂຕວັນຄືນມື້ ຊໍໄປຫາແສງສົ່ງ ຫາກລົມມາຜ່ານຕ້ອງ ຕໍາໃບນ້ອຍບໍ່ສະເທືອນ   ວັນເວລາເຄື່ອນຫຍ້າຍ ລະດູປ່ຽນຫມູນໄປ ຄວາມຫນາວເຢັນເກີດມີ ຮ່ວມທັງຄວາມຮົນຮ້ອນ ລໍາຕົ້ນດີມີນໍ້າ ໃບມັນຂຽວສະງ່າ ຫາກຂາດເຂີນແຫລ່ງນໍ້າ ໃບມັນແຫ້ງຫລົ່ນລົງ   ໃບໄມ້ ເຕີບໃຫຍ່ຂຶ້ນ ສີສັນປ່ຽນຕາມໄວ ຂຽວງາມຕອບແສງສີ ອ່ອນໂຍນຍາມລົມຕ້ອງ ເຖິງຍາມໃບມັນແຫ້ງ ສີຂຽວເປັນເຫລືອງແກ່ ລົມບໍ່ມາພັດຕ້ອງ ມັນປິວແລ້ວຫລົ່ນເອງ ເຈົ້າເອີ້ຍ   ລໍາຕົ້ນແຂງແກ່ນໄດ້ ໃບມັນຊ່ວຍຊູແຮງ ຫລາຍໃບເປັນກໍາລັງ ຮ່ວມແຮງກັນໂຮມເຕົ້າ ຕົ້ນແຂງໃບຂຽວກ້າ ລົມມາບໍ່ຢ້ານຢ່ອຍ ພາກັນບັງຊ່ວຍຕຸ້ມ ແຮງໃຈໃຫ້ສົ່ງກັນ ຕໍ່ໄປເຖີ້ນ ເພື່ອນເອີ້ຍ  …

VIZE – 1000 Jahre Geisleden.

VIZE – 1000 Jahre Geisleden. ມີໂອກາດໄດ້ໄປຮ່ວມງານບຸນສະຫລອງບ້ານພັນປີຢູ່ໄກ້ບ້ານ ທີ່ລູກຊາຍມາສະແດງ ດ້ວຍບັນຍາກາດມ່ວນຊື່ນຟົດຟື້ນຈົນລືມກັບບ້ານຮອດສີ່ໂມງເຊົ້າ.

ທົດລອງ ຕົ້ມເຝີ ຕາມສູດ ຂອງຮ້ານ ແມ່ຂອງ.

ທົດລອງ ຕົ້ມເຝີ ຕາມສູດ ຂອງຮ້ານ ແມ່ຂອງ. Die Laotische Reisnudelsuppe hat den Name „Phoe“. So ähnlich gibt es auch thailändische , vietnamesische Suppe bzw. japanische Rahmen. In Düsseldorf gibt es ein Lao-Thai Restaurant Mekong und bietet solche leckere Suppe. Hier ist mein Versuch mit dem Mekong-Rezept nach zu kochen. ໃນເວລາໄປທ່ຽວທີ່ເມືອງ ດູແຊນດອບ ໄດ້ໄປກິນອາຫານຢູ່ຮ້ານ Mekong ໄດ້ກິນເຝີ ທີ່ເຈົ້າຂອງຮ້ານເພິ່ນໄດ້ເຮັດໃຫ້ກິນເປັນພິເສດ. ເຝີໃສ່ລູກຊີ້ນເຮັດເອງ ໃສ່ຊີ້ນງົວຊອຍບາງໆ…

ກອນ: ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້.

ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້. Man ist nie zu klein, um grossartig zu sein. (HOBEA-Germany)   ຕອນຍັງເປັນບ່າວນ້ອຍ ເຕະກະໂລ້ງດັງໄກ ແບກຫາມໄຖຄາດຫນັກ ແລ່ນລົງນາຕາກ້າ ຫາປາຕາມແຄມຫ້ວຍ ຝົນຕົກມາທົນຜ່ານ ໜາວພຽງໃດບໍ່ຢ້ານ ລົງດໍານໍ້າໄລ່ປາ ແທ້ແລ້ວ   ຍາມບຸນໂຮຮໍ່າຮ້ອງ ສຽງດັງສົ່ງໄປໄກ ມີອັນໃດກໍກິນ ນັ່ງນອນໄປຕາມພື້ນ ຢືນຂາດຽວທົນໄດ້ ໄປນອນຄືນຫາຍຫ່ວງ ພາກັນນອນຊ່ວງແລ້ວ ​ດັງ​ໄຟຕົ້ມໄກ່ກິນ ເຈົ້າເອີ້ຍ   ຝົນຕົກ​ມາ​ອັ່ງ​ຖ້ວມ ​ກົບ​ຂຽດ​ສົ່ງ​ສຽງ​ດັງ ງົວ​ຄວາຍ​ທັງ​ໝູ​ໝາ ແລ່ນ​ຊອກ​ຫາ​ທາງ​ຊົ້ນ ປູ​ປາ​ຊົນ​ຊູ​ຊ້ອງ ຕາມ​ຄອງ​ເໝືອງ​ເປັນ​ໝູ່ ຄົນ​ຮັກ​ຊູຢູ່​ຂ້າງ ເຊີນ​ຝົນ​ຟ້າ​ລັ່ງ​ລົງ ເຈົ້າ​ເອີ້ຍ   ​ໝົດ​ຍາມເປັນ​ບ່າວ​ນ້ອຍ ເຫດ​ການ​ໃໝ່​ຕາມ​ມາ ຄາ​ວຽກ​ງານ​ຄືນ​ວັນ ນັ່ງ​ນອນ​ເວ​ລາ​ໜ້ອຍ ຄົນ​ອອຍ​ໃຈ​ໄກ​ຂ້າງ ມອງ​ທາງ​ໃດ​ແປນ​ເປົ່າ ວັນ​ເດືອນ​ປີ​ຜ່ານ​ເຂົ້າ ສັງ​ຂານ​ກ້າວ​ປ່​ຽນ​ໄປ ແທ້ແລ້ວ   ຄິດ​ວ່າ​ເປັນ​ໃຫຍ່​ແລ້ວ ຈະ​ກັບ​ຕ່າວ​ເມືອງນອນ ກັບຄືນຄອນຄັງເດີມ…

ໂອ້ ແມ່​ຍິງ​ລາວ ວັດ​ທະ​ນະ​ທຳ​ລາວ

 ໂອ້ ແມ່​ຍິງ​ລາວ ວັດ​ທະ​ນະ​ທຳ​ລາວ Laotische (Lao Loum) Frauen in traditioneller Kleidung.   ງາມຍິງລາວແຕ່ງເອ້ ປະດັບເຄື່ອງໃໝລາວ ຮີດຄອງຍາວນານມາ ຕັ່ງແຕ່ເດີມດາເຄົ້າ ຜົມຄຽນຫົວນາງເກົ້າ ສາຍ​ສ້ອຍ​​ຄໍາ​ຄຽນໃສ່ ມາໄລຈໍາປາສັບຕື່ມເອ້ ຄົງ​ງາມ​ເກ້​ເກິ່ງ​ລາວ ແທ້ນ່າ ງາມນາງຍົກຍ່າງຍ້າຍ ເກີບສຸບໃສ່ສີທອງ ສອງມືຈັບຖືຂັນ ບ່າໄຫລ່ປົກແພຕຸ້ມ ຄຸມກາຍແຜໃໝສິ້ນ ຕີນເສີມລາຍຫລຽບຄ່ອງ ແສງສີໃສສ່ອງເຫລື້ອມ ມອງເຫັນແລ້ວຊື່ນໃຈ ລາວເອີ້ຍ ອັນ​ໃດ​ດີ​ຜ່ານ​ພົ້ນ ຂໍ​ສືບ​ຕໍ່​ກັນ​ໄປ ໃນ​ສັງ​ຄົມ​ລາວ​ເຮົາ ຊ່ວຍ​ປະ​ດັບ​ປະ​ດາ​ເອ້ ປະ​ເພ​ນີ​ລາວ​ກ້າວ ຈິດ​ໃຈ​ລາວ​ເຣືອງ​ຮຸ່ງ ຍິງ​ລາວ​ປຸງ​ຊ່ວຍ​ແຕ້ມ ສີ​ສັນ​ໃຫ້​ຄ່ອງ​ຄື ແດ່​ທ້ອນ ງາມນອກ​ໃນ​ຕໍ່​ຕັ້ງ ພະ​ລັງ​ຮ່ວມ​ແຮງ​ໃຈ ໄມ​ຕີ​ຈິດຮວມ​ມິດ ຊື່​ລາວ​ເຄີຍດັງ​ກ້ອງ ຄົນ​ທາງ​ໄກ​ເຄີຍ​ຍ້ອງ ອາ​ພອນ​ລາວ​ເຂົາ​ຮົ່ມ ຍິງ​ລາວ​ສົມ​ແມ່ແກ້ວ ມີ​ຄຸນ​ລ້ຳ​ຄ່າ​ສູງ ແທ້​ແລວ @ວິມາດອກບົວແກ້ວ ຮູບ ສິນ​ລະ​ປະ​ຫັດ​ຖະ​ກຳ​ລາວ 1997 ຕະ​ຫລາດ​ເຊົ້າ​ວຽງ​ຈັນ ງາມ​ປາ​ນີດ​ດີ ຊົມ​ເຊີຍ ສີ​ມື​ຄົນ​ລາວ​ເຮົາ.

ທໍາບຸນ ໄດ້ບຸນ ຄົງເປັນໄປຕາມກົດແຫ່ງກໍາ.

ທໍາບຸນ ໄດ້ບຸນ ຄົງເປັນໄປຕາມກົດແຫ່ງກໍາ.   ເຈົ້າຜູ້ເນົາລຸ່ມຟ້າ ໂລກາແຫ່ງເມືອງຄົນ ວົນວຽນໄປຕາມກໍາ ຜ່ານວັນເວລາຫຍ້າຍ ບາງຄົນ ຫລຽວເຫັນປາຍລືມເຫງົ້າ ລືມທາງເດີນເຄີຍຜ່ານ ສິນທໍາມີບໍ່ຢ້ານ ກໍາສິຕ້ອງບໍ່ກົວ ແທ້ນ່າ ເວນຫລືກໍາຈ່ອງໜ້າວ ໄປຕາມແຫ່ງຜົນກໍາ ຄຸນພະທໍາພະສົງ ເລື່ອມງໍາຜົນບຸນສ້າງ ເດີນຕາມທາງດີໄວ້ ບຸນກຸສົນຄົງຊ່ວຍ ໂຊກລາບຕາມຕໍ່ດ້ວຍ ໂພຍໄພຮ້າຍຫ່າງໜີ ແທ້ແລ້ວ ແນວນາມມານໝູ່ຮ້າຍ ຫລັກຫລອບເພິ່ນຂອງເຂົາ ເຖິງຈະເນົາວຽງວັງ ຕື່ມມານມົນທິນເຂົ້າ ຫວັງຫາເອົາຕົວະຕົ້ມ ບັງຕາຄົນຊຸກເຊື່ອງ ຜົນກໍາຫາກຕໍ່ເຕື້ອງ ປິດບັງໄວ້ບໍ່ເປັນ ດອກນ່າ ຄວາມຫວັງມີຕໍ່ຕັ້ງ ທຸກຄົນຝັ່ນໃຈປອງ ເຮັດໄປຕາມຄອງທໍາ ປ່ອຍປະການທໍາຮ້າຍ ກາຍເປັນຄົນດີໄດ້ ໄລລືມກໍາທໍາຊົ່ວ ຊີວິດຄົງບໍ່ມົ້ວ ສູນເສັຍເສົ້າໝົ່ນໝອງ ແທ້ແລ້ວ @ວິມາດອກບົວແກ້ວ

ມື້ທໍາອິດຂອງປີໃຫມ່

01ມື້ທໍາອິດຂອງປີໃຫມ່   ຫຍັບເຄື່ອນຫຍ້າຍ ຫລັບເຫລື່ອນຈະຫາຍໄປ ດວງຕາເວັນໄລລາລັບ ປະປ່ອຍແສງສີທອງໄວ້ ໃນເວຫາເດືອນຂຶ້ນ ປະກາຍສີໃສສ່ອງ ຫາກວ່າ ແສງເດືອນສ່ອງບໍ່ແຈ້ງ ດາວເຕັມຟ້າຊ່ວຍແຍງ ແດ່ທ້ອນ Der erste Tag des Jahres, heute war er schön und Morgen wird er es auch sein. @ວິມາດອກບົວແກ້ວ

ອວຍພອນເຂົ້າປີໃໝ່ສາກົນ ປີ 2021 – Guten Rutsch ins neue Jahr.

Guten Rutsch ins neue Jahr.   ອວຍພອນເຂົ້າປີໃໝ່ສາກົນ ປີ 2021 ປີໃໝ່ ຂໍໃຫ້ໝົດທຸກຄົນທຸກທ່ານ ຈົ່ງໂຊກດີມີໄຊ ສຸກສົມຫວັງ ສຸກສົມໃຈ ດັ່ງໝາຍປອງ ດ້ວຍເຖີ້ນ. ຄົນເຮົາຈະໃຫຍ່ນ້ອຍ ຄວາມຫວັງຕ່າງກັນໄປ ໃຜກໍຢາກພານພົບ ສິ່ງຄາດຝັນໝາຍໄວ້ ບາງຄົນຕົກທຸກໄຮ້ ໝົດປີໄປປີຕໍ່ ຫາພໍມີແຕ່ໄດ້ ອົດທົນສູ້ບໍ່ຖອຍ ແທ້ແລ້ວ ບາງຄົນໂຊກໃຫຍ່ລໍ້າ ສົມບູນດັ່ງໃຈຫວັງ ມີມູນມັງສືບກັນ ຢູ່ສະບາຍຫາຍຮ້ອນ ບາງຄົນສັນຈອນຍ້າຍ ຈໍາໃຈໄປໄກຫ່າງ ບາງຄົນຮັກຫ່າງຊູ້ ນອນດຽວເສົ້າເປົ່າດາຍ ແທ້ນ່າ ຫລາຍຄົນ ມີຄວາມຝັນເປົ່າຫວ້າງ ໂຊກໄຊຫ່າງກາຍໜີ ເໝືອນມີເວນມີກໍາ ຈ່ອງນໍາທາວດຶງໄວ້ ທໍາບຸນສິນຫວັງໄດ້ ຫລຸດໂພຍໄພທຸກຢ່າງ ໄປຕາມທາງບໍ່ຢັ້ງ ບຸກບືນສູ້ບໍ່ຍອມ ແທ້ແລ້ວ ປີໃໝ່ສາກົນ 2021 ທຸກຄົນເຮົາໃຫຍ່ນ້ອຍ ຂໍຈົ່ງພົບຄວາມຫວັງ ແດ່ເຖີ້ນ ຄວາມຝັນຍັງລໍຄອຍ ຈົ່ງເກີດມີຈິງໄດ້ ຄວາມທຸກໃຈອຸກເອົ້າ ໂພຍໄພໜີເຫີນຫ່າງ ເດີນທາງໃດຈົ່ງໄດ້ ໄປເຖິງເປົ້າທີ່ໝາຍ…

Merry Christma 2020

Merry Christmas – 24. Dec. ວັນເກີດພະເຢຊູ. ທີ່ຊາວສີ່ ຂ້ອນແຈ້ງ ແສງຮຸ່ງເທິງເວຫາ ເຢຊູເກີດໃນຄັງ ຢູ່ຫ່າງເມືອງໄກບ້ານ ມາຣີອາໂຢເຊັບນ້ອມ ທັງສັດສາວາສິ່ງ ພາກັນຊູຕ່ອມຕຸ້ມ ເຢຊູນ້ອຍຮົ່ມເຟືອງ ວັນເກີດເຢຊູເຈົ້າ ປວງຊົນຊື່ນທໍາບຸນ ແມຣີຄະຣິດສະມັສ ສົ່ງຂ່າວກັນສັນສ້າງ ໄກຄົນທາງຝາກຟ້າ ໄກຕາໃຈບໍ່ຫ່າງ ຂໍສົ່ງພອນພໍ່າດ້ວຍ ມະໂນແມ້ງຮ່ວມດອມ ແທ້ແລ້ວ ບກ@ວິມາ.ລາວ ໄມ້ຂັວດປີ 1995 ບ່ອນປະສູດເຢຊູ ແບບລາວ & Baiosphere – Holzschnitt die Krippe laotischer Art.

ໂອ້ ຫິມະຝອຍນ້ອຍໆ ທະຍອຍລັ່ງກັນລົງມາ

ໂອ້ ຫິມະຝອຍນ້ອຍໆ ທະຍອຍລັ່ງກັນລົງມາ ຈາກເວຫາແດນໄກ ເລື່ອນລອຍຕົກມາພື້ນ ຫວນຄືນທາງເດີນຜ້າຍ ກາຍເວຫາສຸດໄກຍິ່ງ ພາກັນຫລິງເລັ່ງຍ້າຍ ລົງເມືອງໄຕ້ຖິ່ນຄົນ ເຈົ້າເອີ້ຍ ເຖິງຈະໜາວລື່ນຫລົ້ນ ເກີນກວ່າທໍາມະດາ ຫິມະຝອຍຂາວງາມ ສົ່ງສີແສງໃສແຈ້ງ ແປງໃຈຄົນທົນສູ້ ຊູກາຍໃຈແຂງແກ່ນ ເປັນສາຍແມນກັນທ່ຽງແທ້ ແສນໄກລໍ້າກໍດົ່ງຫາ ເຈົ້າເອີ້ຍ @ວິມາດອກບົວແກ້ວ