ບົດຄວາມຄິດ ຕໍ່ກັບ ການຜະຫລິດ ໃນລະບົບ ແບບຍືນຍົງ.

ບົດຄວາມຄິດ ຕໍ່ກັບ ການຜະຫລິດ ໃນລະບົບ ແບບຍືນຍົງ.
ຄໍາວ່າ ຍືນຍົງ ແມ່ນຫຍັງກັນແທ້?
ພວກເຮົາເຄີຍໄດ້ຟັງ ໄດ້ອ່ານ ສິ່ງທີ່ເພິ່ນມັກເວົ້າກັນວ່າ ການເຮັດຖຸລະກິດ ການຜະຫລິດ ການຄ້າຂາຍຄົບວົງຈອນ “ແບບຍືນຍົງ“.
ດັ່ງທີ່ທ່ານ ນາຍົກ ວັນຄໍາ ວິພາວັນ ເພິ່ນໄດ້ເວົ້າເຖິງ ການຜະຫລິດໃນລາວເຮົາ ເຮັດກັນກະແຈກກະຈາຍ ເພິ່ງຕົນເອງ ເຮັດໃຜເຮັດມັນ ເຮີ້ກັນເຮັດ ບໍ່ມີຕະຫລາດ ເປັນການຜະຫລິດ“ນອກລະບົບ“ “ບໍ່ຍືນຍົງ”.
ຖ້າເວົ້າເຖິງການຜະຫລິດ ເຖິງຈະມີຕະຫລາດ ແຕ່ຍັງບໍ່ສາມາດເວົ້າໄດ້ວ່າ ມັນຈະຍືນຍົງໄດ້ແທ້ບໍ່?
ດັ່ງນັ້ນ ພວກເຮົາມາທໍາຄວາມເຂົ້າໃຈກັນວ່າ ເສດຖະກິດ ທີ່ຈະໝັ້ນຄົງ ມີຄວາມຍືນຍົງໄດ້ນັ້ນ ມັນແມ່ນແນວໃດກັນແທ້?
ຂໍຍົກຕົວຢ່າງວ່າ
ທ່ານ ເອົາເງິນໄປຝາກທະນາຄານ ໄດ້ດອກເບັ້ຍ. ຕາບໃດ ທີ່ທ່ານ ສາມາດດໍາລົງຊີວິດຢູ່ໄດ້ ອາໃສກິນດອກເບັ້ຍ ເປັນເດືອນເປັນປີໄປ ໂດຍບໍ່ແຕະຕ້ອງກ້ອນເງິນທີ່ທ່ານເອົາໄປຝາກນັ້ນ, ເວົ້າໄດ້ວ່າ ທ່ານເຮັດທຸລະກິດແບບຍືນຍົງນັ້ນເອງ.
ໃນການລົງທຶນໃສ່ການຜະຫລິດ ກໍ່ດັ່ງດຽວກັນ ຢືມເງິນມາລົງທຶນ ທໍາການຜະຫລິດເປັນສິນຄ້າ ມີຕະຫລາດ ແຕ່ບໍ່ມີຜົນໄດ້ເກີດຂຶ້ນ ແຂ່ງໝູ່ບໍ່ໄດ້ ຫລື ຂາຍໄດ້ແຕ່ບໍ່ມີກໍາໄລ ຂາດທຶນ ທຶນໝົດ ຈໍາຕ້ອງໄດ້ຈ່າຍ ຄ່າດອກເບັ້ຍ ແລະ ຈ່າຍໜີ້ທຶນຄືນ ເອີ້ນວ່າການເຮັດຖຸລະກິດຫລົ້ມຈົມ ບໍ່ຢືນຍົງ.
ການລົງທຶນ ໃສ່ການກໍ່ສ້າງຊັບພະຍາກອນມະນຸດ
ຮຽນຈົບແລ້ວ ບໍ່ຖືກນໍາໃຊ້ ໃຫ້ເປັນປະໂຫຍດທາງດ້ານເສດຖະກິດ ຍ້ອນຂາດຄຸນນະພາບ ແລະ ມີການວ່າງງານ ກໍປຽບເໝືອນສິນຄ້າບໍ່ມີຕະຫລາດ ຫລື ຕະລາດບໍ່ຕ້ອງການ ເປັນເຊັ່ນນີ້ ກໍເວົ້າໄດ້ວ່າ ເປັນການສ້າງຊັບພະຍາກອນມະນຸດ ນອກລະບົບ ບໍ່ຍືນຍົງ.
ທັງໝົດ ຍັງຈະເປັນພາລະອັນໜັກນ່ວງ
ຂອງພັກລັດ ໃນການຈະສືບຕໍ່ຫັນປ່ຽນ ປັບປຸງ ໂຄງຮ່າງການເຮັດຖຸລະກິດຂອງຊາດ ແບບນອກລະບົບ ທີ່ເຄີຍເປັນຄວາມຊິນເຄີຍ ກັນມາ ໃຫ້ສາມາດກ້າວໄປສູ່ ການຜະຫລິດ ແບບເປັນລະບົບ. ພາລະກິດດັ່ງກ່າວ ມັນຕ້ອງການ ການປ່ຽນແປງ ແລະ ເປັນໜ້າທີ່ຂອງການຈັດຕັ້ງທຸກຂັ້ນຮັບຜິດຊອບ ທີ່ຈະຕ້ອງໄດ້ ຖືກເຮັດແທ້ທໍາຈິງ ດັ່ງ ທ່ານ ນາຍົກ ໄດ້ເວົ້າຜ່ານມາ ນັ້ນເອງ.
@ວິມາດອກບົວແກ້ວ
Foto: Mario Weigt & Hans H. Krüger
Buch: Reise durch Laos