ຍາດກັນເຂົ້າສັກຢາ ຫລາຍບ່ອນບໍ່ເປັນລະບຽບ ເປັນຫ່ວງການຕິດເຊື້ອ ແລະ ເສັຍຊື່ສຽງ ທີ່ຄວນແກ້.

ຍາດກັນເຂົ້າສັກຢາ ຫລາຍບ່ອນບໍ່ເປັນລະບຽບ ເປັນຫ່ວງການຕິດເຊື້ອ ແລະ ເສັຍຊື່ສຽງ ທີ່ຄວນແກ້.
ເຫັນປະຊາອັ່ງຫລົ້ນ ເປັນໝູ່ເນືອງນັນ
ຍາດແຊງກັນ ແຂ່ງໂຕຊີງເຂົ້າ
ຟັງສຽງເວົ້າ ໂວຍວາຍແຕກຕື່ນ
ປືນແຊ່ງໜ້າ ເຖິງເຈົ້າທ່ານໝໍ ພຸ້ນແລ້ວ
ຄຶດວ່າ ງານຊໍ່ຟ້າ ປາງໃຫຍ່ບຸນຫລວງ
ຄົນທັງປວງ ແຮ່ແຫນໂຮຮ້ອງ
ສະຫລອງເຊີ້ງ ຄອງລາວແບບເກົ່າ
ຄິດວ່າ ຫລຸດຜ່ອນແລ້ວ ເຊົາເຕົ້າມ່ວນກັນ ລະນາ
ໂຄວິດ ຕິດແຜ່ເຊື້ອ ຄົນຕ່າງເກງກົວ
ມົວເມົາຄິດ ບໍ່ມີທາງແກ້
ຂໍແຕ່ໄດ້ ສັກຢາເປັນໃຫຍ່
ໃຜກ່າວເວົ້າ ສຸດແລ້ວບໍ່ເກງ ວ່າເດ້
ພາບພົດ ເຜີຍແຜ່ໂລກ ລາວຊ່າງເປັນໄປ
ຂາດວິໃນ ຕ່າງເຂົາເຫລືອຫລົ້ນ
ຄົນເຄີຍເວົ້າ ລາວຄອງຮີດຄ່ອງ
ປອງດອງຕຸ້ມ ສັງປີ້ນໃໝ່ໄປ ແທ້ເດ້
ຄິດຮໍ່າທ້ອນ ທຸກທ່ານທັງຫລາຍ
ອະທິປາຍ ຊ່ວຍກັນເປັນເຈົ້າ
ເອົາຕົວຕັ້ງ ປຶກສາກັນກ່ອນ
ຜັນຜ່ອນໃຫ້ ເປັນຖ້ຽວຕໍ່ກັນ ດີບໍ່
ເຫັນໃຈ ໃຜຕ່າງຢ້ານ ເຫັນແກ່ຊີວິດ
ແຕ່ຄວນຄິດ ຮໍ່າຮອນເມືອໜ້າ
ພາກັນພ້ອມ ຍືນຍົງຄົງຢູ່
ສູ້ໂຄວິດໄດ້ ທັງໄດ້ຊື່ສຽງ ແດ່ທ້ອນ
@ວິມາດອກບົວແກ້ວ
ຮູບຈາກ TARGET Magazine