ໃນປະຈຸບັນ ຢູ່ໃນຫລາຍໆປະເທດ ຄວາມຮຸນແຮງເປັນອັນຕະລາຍຂອງໂຄວິດໄດ້ຫລຸດຜ່ອນລົງຫລາຍ

ໃນປະຈຸບັນ ຢູ່ໃນຫລາຍໆປະເທດ ຄວາມຮຸນແຮງເປັນອັນຕະລາຍຂອງໂຄວິດໄດ້ຫລຸດຜ່ອນລົງຫລາຍ ແຕ່ການສືບຕໍ່ປ້ອງກັນ ແລະ ສັກຢາ ຍັງເປັນບັນຫາສໍາຄັນຕ້ານໂຄວິດທີ່ຈະສາມາດລະບາດຄືນໃໝ່ໄດ້ໃນລະດູໜາວຕໍ່ໜ້າ.
ການໂຍະຍານເປີດກັບຄືນສູ່ສະພາບເດີມເປັນກ້າວໆໄປ ກໍແມ່ນຄວາມຈໍາເປັນ ໃຫ້ແກ່ບັນຍາກາດ ຊີວິດຈິດໃຈຂອງຄົນໃນສັງຄົມ.
ພ້ອມກັນສືບຕໍ່ຍົກບັດຂຽວຕ້ານໂຄວິດ.
ເຂັມນຶ່ງແລ້ວ ເຂັມຕໍ່ເຕັມສອງ
ກັນໂຄວິດ ຜ່ອນໂພຍໄພຮ້າຍ
ໄປມາໄດ້ ເປີດໃຈຫາຍຫ່ວງ
ເພາະເພິ່ນເວົ້າ ຢາຕ້ານຊ່ວຍຊູ ວ່ານ່າ
ປວງຊົນ ໃຈຕໍ່ຕັ້ງ ເປີດປ່ອຍຄືນມາ
ການພົວພັນ ຢ່ອງຢາມເຫັນໜ້າ
ສໍາຄັນແທ້ ຈິດໃຈເປັນຫ່ວງ
ພົບບໍ່ໄດ້ ດົນແລ້ວງ່ວມເຫງົາ ເຈົ້າເອີ້ຍ
ປີປາຍ ກາຍຜ່ານພົ້ນ ເໝືອນດັ່ງນອນຝັນ
ຕົກໃນ ປາງມືດມົວ ໝູ່ມານຄອງບ້ານ
ຈັບຄົນໄຫວ້ ບະສວງຜີປ່າ
ປະຊາ ຫາຊ່ອນຫລີ້ ໜີບ້ານຫ່າງເມືອງ ແທ້ແລ້ວ
ຍາມເມື່ອ ນອນຕື່ນຂຶ້ນ ຄົນຊື່ນໄປມາ
ໄດ້ຍິນ ສຽງຫົວດັງ ອ່ອນຫວານຈາເວົ້າ
ໃຜວ່າ ລາວເຮົາເສົ້າ ຜິດຄວາມເຂົາກ່າວ
ໂຄວິດ ກາຍຜ່ານພົ້ນ ແຕງໂປ້ໜ່ວຍປາຍ ເຈົ້າເອີ້ຍ
@ວິມາດອກບົວແກ້ວ