ການແຂ່ງຂັນເຕະບານເອີຣົບພາ ກໍາລັງເຂັ້ມຂຸ້ນ ສ້າງບັນຍາກາດຕ້ານຄວາມເຫງົາໂຄວິດ.

ການແຂ່ງຂັນເຕະບານເອີຣົບພາ ກໍາລັງເຂັ້ມຂຸ້ນ
ສ້າງບັນຍາກາດຕ້ານຄວາມເຫງົາໂຄວິດ.
Fußball-EM-Stimmung
gegen Corona-Verstimmung.
ໃນສະພາບເຂັ່ງຮ້ອນ ຢູໂຣບມ່ວນການກິລາ
ເອີຣົບພາເຕະບານ ແຂ່ງຂັນກັນສັນສ້າງ
ຄົນຫາທາງເປີດກ້ວາງ ປາບຄວາມເຫງົາຫາຍຊ່ວງ
ປວງຊົນສົດຊື່ນຂຶ້ນ ສຽງເຊັຽຮ້ອງໂຮ່ກັນ ເຈົ້າເອີ້ຍ
ເຂົາມີການປ່ອຍໃຫ້ ຄົນໄປສູ່ສະໜາມຫລວງ
ທວງຫາການກວດກາ ຜ່ານໂຄໂຣນາຮ້າຍ
ຄົນຫລາຍໄປໂຮມເຕົ້າ ຈໍານວນມີຕາມສ່ວນ
ເປັນຂະບວນໃຫຍ່ນ້ອຍ ເຊັຽທີມກໍ້າຝ່າຍຕົນ ແທ້ແລ້ວ
ການກິລາແຂ່ງໄດ້ ທີມໃດເກັ່ງມີໄຊ
ຫລາຍທີມຕົກເສັຍໄປ ຫ່າງໄລໜີໄກເປົ້າ
ຄົນເຊັຍພາກັນເສົ້າ ບາງຄົນນໍ້າຕາລັ່ງ
ໃຜກໍຫວັງຕໍ່ໄດ້ ຈິດໃຈເຂັ້ມແຂ່ງກິລາ ນັ້ນແລ້ວ
ມາເຖິງຕອນເຄິ່ງນີ້ ລວມມີສີ່ທີມແຂງ
ອີຕາລີເຈິສະປານຽນ ຄໍ່າຄືນໃນວັນນີ້
ອັງກິດກັບເດນມາກສູ້ ຕອນແລງຂອງມື້ອື່ນ
ໃຜຊະນະຜ່ານໄດ້ ສອງທີມເຂົ້າແຂ່ງກັນ ແທ້ແລ້ວ
ຕາມເຮືອນຊານຢູ່ບ້ານ ຄົນຊອມເບິ່ງທີວີ
ມີການຊົມຮວມກັນ ມ່ວນໄປລືມຄວາມເສົ້າ
ເອົາກໍາລັງໃຈໃຫ້ ທີມໃດຫາກເຕະເກັ່ງ
ຍາດຊີງເສັງແຂ່ງໄດ້ ຂັນຄວາມກ້າແຫ່ງຢູໂຣບ ນັ້ນແລ້ວ
@ວິມາດອກບົວແກ້ວ