ພາສິດບູຮານລາວສ່ອງແສງຄວາມເປັນຈິງແຕ່ໃດໆມາ!

ພາສິດບູຮານລາວສ່ອງແສງຄວາມເປັນຈິງແຕ່ໃດໆມາ!
😅
ບາງຄັ້ງ ເປັນຄືຄວາມເພິ່ນເວົ້າ ໂບຮານກ່າວນານມາ
ຍາມນາເອົາຄວາຍເຖິກ ແກ່ໄຖຈົນຄໍຊໍ້າ
ນໍາເອົາເຟືອງອອຍລໍ້ ກິນໄປພໍພຽງຢູ່
ລະດູນາຜ່ານແລ້ວ ຄວາຍເຖິກສິ້ນຄ່າຄຸນ ວ່າເດ້
ແນວນາມຄົນຕໍ່າຕ້ອຍ ອາໃສເພິ່ງນາຍພະຍາ
ບູຊາຫາຍໍຍົກ ແຫ່ແຫນນໍາຕີນຊ້າງ
ຕາມທາງເດີນມັນຮ້ອນ ຄົນຢືນໄປໄກຮົ່ມ
ແດດຂາດລົມເຮັ່ງຮ້ອນ ພະຍາພຸ້ນຊຸ່ມເຢັນ ເຈົ້າເອີ້ຍ
ເຈົ້າຜູ້ຫານເກັ່ງກ້າ ເສິກກາຍຜ່ານນານໄປ
ອາວຸດໃນກໍາມື ປ່ອຍວາງມາດົນແລ້ວ
ແນວສິງໂຕຄົມແຂ້ວ ກໍາລັງມີຕົກຕໍ່າ
ຈໍາເຮັດຕາມຄໍາສັ່ງເວົ້າ ສິງໂຕເຖົ້າອ່ອນແຮງ ນັ້ນແລ້ວ
ແນວຄົນສັດຊື່ແລ້ວ ໄປຫາຮົ່ມແຮງຕົນ ສູ້ຊົນ
ດົນໄປຄົງມີສຸກ ຮົ່ມລູກຫລານເອງໄວ້
ໄປທາງໃດມີກັ້ງ ວົງວານມີບອກສັ່ງ
ຟັງພະຍາເປົ່າແລ້ງ ມັນສິແຫ້ງແຫ່ວຕົນ ທໍ່ນັ້ນແລ້ວ
@ວິມາດອກບົວແກ້ວ