ຮັກສາໜອງປາຂອງໂຕເອງຢ່າໃຫ້ໃຜມາຄອບຄອງ.

ຮັກສາໜອງປາຂອງໂຕເອງຢ່າໃຫ້ໃຜມາຄອບຄອງ.
(ບົດກອນ ແບບກ່ອນອ່ານປູ່ປາງຄໍາ ກອນເຈັດ)
🤔
ຟ້າບໍ່ຮ້ອງ ຝົນຄ່ອຍໂຮຍຮໍາ
ກົບຂຽດຈໍ ສົ່ງສຽງດັງກ້ອງ
ນໍ້າໄຫລເຂົ້າ ລາມໄປຕາມທົ່ງ
ປາໃຫຍ່ບ້ອນ ໂຕນເຕັ້ນຕື່ນຝົນ ເຈົ້າເອີ້ຍ
ນໍ້າຍຶ່ງຂຶ້ນ ປາໄຫລ່ແມງປໍ
ກົບຂຽດຢັນ ຕໍ່ຫົວກັນຂຶ້ນ
ພຸ້ງເຕັມເປົ້າ ຈັບປໍເປັນເຫຍື່ອ
ກົບເບັ່ງທ້ອງ ຟູນໍ້າລ່ອງໄຫລ ແທ້ແລ້ວ
ຟ້າຮໍ່າຮ້ອງ ຝົນບໍ່ໂຮຍຮໍາ
ກົບຂຽດຫິວ ສົ່ງສຽງບົນຮ້ອງ
ປາໃຫຍ່ດີ້ນ ຕິດຕົມໂຕດ່າງ
ປໍຢູ່ໝົ້ນ ຫາຊົ້ນຊ່ອນຕົວ ເຈົ້າເອີ້ຍ
ກົບເຮັ່ງຮ້ອງ ຂຽດຕື່ມເສີມສຽງ
ພຸງມັນບາງ ເປົ່າລົມເຕັມທ້ອງ
ປາລອຍດີ້ນ ເລືອຕົມຊອກເຫຍື່ອ
ຝົນບໍ່ເຕື້ອງ ຫາຍຈ້ອຍຜ່ານໄປ ແທ້ແລ້ວ
ເຂົາປ່ອຍນໍ້າ ກາຍທົ່ງລົງໜອງ
ກົບ ຂຽດ ປາ ຍື່ນຫົວຊໍຊ້ອງ
ເບັດເຂົາເຫລື້ອມ ແຂນປໍລົງໃສ່
ປາໃຫຍ່ບ້ອນ ປານ້ອຍແລ່ນໃສ່ປໍ ເວນເອີ້ຍ
ປານ້ອຍ ຕາຍກ່ອນແລ້ວ ປາໃຫຍ່ຍັງບືນ
ເຂົາເອົາປໍ ອ່ອຍປາຟູຂຶ້ນ
ໂຕປາຊ້ອງ ກິນປໍທ້ອງໄຂ່
ຫວັງແຕ່ໄດ້ ສວຍໃຊ້ສົ່ງເຂົາ ນັ້ນແລ້ວ
ຝົນຫາຍ ດິນຄ່ອຍແຫ້ງ ໜອງໃຫຍ່ເປັນຕົມ
ປາມົວຕາ ເບິ່ງໄກເຫັນໄກ້
ຕາຍໝົດກ້ຽງ ປໍ ປາ ກົບ ຂຽດ ໃຫຍ່
ໜອງໃຫຍ່ກ້ວາງ ເຂົາເຂົ້າເລື່ອມງໍາ ສິເປັນບໍ່?
@ວິມາດອກບົວແກ້ວ