ຂໍໃຫ້ດວງວິນຍານຂອງນ້ອງຄໍາເມັດ ຈົ່ງໄປສູ່ທີ່ສຸຄະຕິເຖິງສຸກດ້ວຍເທີ້ນ!

ຂໍໃຫ້ດວງວິນຍານຂອງນ້ອງຄໍາເມັດ
ຈົ່ງໄປສູ່ທີ່ສຸຄະຕິເຖິງສຸກດ້ວຍເທີ້ນ!
ບ້ານເກິນ ໂພນແຮ່ ເມືອງທຸລະຄົມ
ແຂວງວຽງຈັນ.
🙏🙏🙏
ໄດ້ຍິນຂ່າວວ່ານ້ອງ ຈໍາເປັນຫ່າງໄລລາ
ນໍ້າຕານອງຕົກໃນ ອັ່ງຊວງຕັນເຕັມເນື້ອ
ສຸດທີເຫລືອໃຈເສົ້າ ນ້ອງຊາຍເຮົາບໍ່ໄດ້ສັ່ງ
ຄວາມເຈັບພັງຜ່າມ້າງ ດັບຊີບໃຫ້ຫ່າງກັນ ເຈົ້າເອີ້ຍ
ຢາກເດ້ ຢາກມີມົນເກັ່ງກ້າ ຈະເສກເປົ່າຄາຖາ
ຫັນເວລາກັບຄືນ ໄຫລ່ຫນີໂພຍໄພຮ້າຍ
ໃຫ້ມັນກາຍຫາຍພົ້ນ ຊີວິດຄົນກັບຕ່າວ
ສຸກຄືຄາວກ່ອນກີ້ ໂຣຄາຮ້າຍບໍ່ມີ ແທ້ແລ້ວ
ແມ່ນບໍ່? ຊີວິດຄືເພິ່ນເວົ້າ ເຖິງຍາມດ່ວນຕາມມາ
ຫມົດເວລາໃຜມັນ ທີ່ຫ້າງຫາມາໄວ້
ຈໍາເປັນໄປທາງຫນ້າ ຕາມຊາຕາຕົບແຕ່ງ
ດັ່ງ ອິນທາແປງກໍ່ໄວ້ ທຸກຄົນໄດ້ໄຕ່ຕາມ ນັ້ນແລ້ວ
ຂໍໃຫ້ ດວງວິນຍານແຈ່ມເຈົ້າ ຈົ່ງໄປສູ່ສຸຄະຕິ
ເຖິງສະຫວັນມີສຸກ ຢູ່ສະບາຍຫາຍຮ້ອນ
ຊາດຫນ້າມີໃຫ້ຢ້ອນ ພົບພານກັນອີກໃຫມ່
ໄດ້ເປັນໃສ້ຮ່ວມທ້ອງ ໂຮມເຕົ້າພໍ່ແມ່ດຽວ ອີກເທີ້ນ
ຂໍສົ່ງ ພະລັງໃຈຊ່ວຍໃຫ້ ຄອບຄົວຢູ່ແດນໄກ
ຈິດໃຈແສນຕິດພັນ ຫ່ວງນໍາບັນທອນເສົ້າ
ຜູ້ເປັນເມັຍຂອງເຈົ້າ ທັງວົງວານຫມູ່ຄູ່
ຂໍຈົ່ງ ອົບອຸ່ນກັນຊ່ວຍຍູ້ ກໍາລັງກ້າຜ່ານເຫດການ ດ້ວຍເທີ້ນ
ດ້ວຍຄວາມໂສກເສົ້າ ຮັກແລະຄິດເຖິງ
ອ້າຍ ບົວແກ້ວ