Die Ernte ist vorbei.

Die Ernte ist vorbei.
😊
ເຖິງຍາມ ເກັບກ່ຽວແລ້ວ ນາທົ່ງແຄມດົງ
ເຟືອງເປັນມັດ ຢັ່ງຢາຍລຽງລ້າຍ
ຕໍມັນແຫ້ງ ສີເຫລືອງເຮືອງເຮື່ອ
ຕາມທົ່ງກ້ວາງ ແປນກ້ຽງຊື່ນຕາ ເຈົ້າເອີ້ຍ
ນາໃຫຍ່ກ້ວາງ ແຕກຕ່າງນາເຮົາ
ເປັນນາໂນນ ບໍ່ຊໍາຢືນນໍ້າ
ລໍາແຂງຕົ້ນ ຮວງເຕັມເມັດໃຫຍ່
ລົດກ່ຽວຊ້ວນ ເຟືອງກິ້ງຕໍ່ຫລັງ ແທ້ແລ້ວ
ແນວຕ່າງເຂົ້າ ຄົນຕ່າງແນວຄິດ
ປົນເຈືອກັນ ເກັ່ງດີຄົນກໍ້າ
ໂຮມກັນເຂົ້າ ແປງເມືອງເຮືອງຮຸ່ງ
ຂັນແຂ່ງສ້າງ ໃຈນັ້ນຄ່ອງກັນ ເຈົ້າເອີ້ຍ
ຝົນລັ່ງພຸ້ນ ແດດເຮັ່ງທາງໄກ
ມີຫຍັງຖາມ ສົ່ງຄວາມກັນໄວ້
ຝົນລົມປີ້ນ ໜັກເບົາບອກຂ່າວ
ແຕກຕ່າງເຊື້ອ ພັນກ້ຽວຄ່ອງກັນ ດີແລ້ວ
@ວິມາດອກບົວແກ້ວ