ປ່ຽນເນື້ອ ຢ່າປ່ຽນໃຈ ຄົນລາວເຮົາເອີ້ຍ!

ປ່ຽນເນື້ອ ຢ່າປ່ຽນໃຈ ຄົນລາວເຮົາເອີ້ຍ!
der lange Weg einer Zeitreise…
(ກອນເຈັດ ແບບກອນອ່ານປູ່ປາງຄໍາ)
🥰😘🙏
ເມື່ອກ່ອນ ເຄີຍຢູ່ບ້ານ ໄກຫ່າງເມືອງຫລວງ
ຄົນຫລາຍພັນ ຮ່ວມກັນຫລາຍບ້ານ
ໄປມາຢື້ ຢາມກັນຖາມຂ່າວ
ຂອງເຄື່ອງໃຊ້ ມີໄວ້ປ່ຽນຢືມ ແທ້ແລ້ວ
ໃນເມື່ອນັ້ນ ຄົນທົ່ວບ້ານ ເໝືອນດັ່ງຄົວດຽວ
ເຮືອນຊານໄຂ ທ່ອງທຽວຄົນເຂົ້າ
ມີໃຫນໍ້າ ເຊີນຊວນກິນດື່ມ
ປາຄໍ່ປີ້ງ ປິປ້ອນແບ່ງປັນ ເຈົ້າເອີ້ຍ
ດິນລ່ວງບ້ານ ເຮືອນຕໍ່ຕິດກັນ
ລູກຫລານມີ ແລ່ນໄປມາຫລິ້ນ
ລຸງອາປ້າ ຊຸມແຊວຫົວມ່ວນ
ຮັກຕໍ່ຕຸ້ມ ເປັນເຜິ້ງແຜ່ນດຽວ ແທ້ແລ້ວ
ມີຫຍັງ ຕົບແຕ່ງຕ້ອນ ຂອງຢູ່ຂອງກິນ
ຜົນປູກຝັງ ມ່ວງຜູຜາງພ້າວ
ອຸດົມແທ້ ກິນດີມີຢູ່
ຄົນທົ່ວບ້ານ ຈາເວົ້າອ່ອນຫວານ ແທ້ນ່າ
ບັດນີ້ ປັບປ່ຽນປີ້ນ ຫລາຍສິ່ງເປັນໄປ
ເຮືອນຕິດກັນ ກໍ່ກໍາແພງຮົ້ວ
ສວນຄົວມ້າງ ປູຫີນຕັດທົ່ງ
ຄົນຮ່ວມບ້ານ ໄກຂ້າງຫ່າງກັນ ເຈົ້າເອີ້ຍ
ກົງກຽນ ມັນປິ່ນຫຍ້າຍ ຫັນເຮັ່ງແຮງໄປ
ຫລາຍແນວສູນ ຕ່າງຫລັງໄປໜ້າ
ສໍາຄັນລົ້ນ ຄົນລາວຄິດຮໍ່າ ເດີ້ເຈົ້າ
ເຖິງປ່ຽນເນື້ອ ໃຈນັ້ນຄ່ອງເດີມ ແດ່ທ້ອນ
@ວິມາດອກບົວແກ້ວ