ບາງຄວາມເຫັນ ແມ່ນຫຍັງແທ້ ທີ່ສໍາຄັນໃຫ້ແກ່ການບໍລິການລົດໄຟ ລາວ-ຈີນ?

ບາງຄວາມເຫັນ
ແມ່ນຫຍັງແທ້ ທີ່ສໍາຄັນໃຫ້ແກ່ການບໍລິການລົດໄຟ ລາວ-ຈີນ?
ລາວເຮົາ ໄດ້ກາຍເປັນຈຸດຈັບຈ້ອງສາຍຕາ ຈາກຫລາຍໆສື່ມວນຊົນໃນສາກົນ ແລະ ໂດຍສະເພາະ ແມ່ນສື່ມວນຊົນຂອງໄທ ແຕ່ໃດມາ ແລະ ຍັງຈະມີສືບຕໍ່ໄປ, ໂດຍສະເພາະ ແມ່ນຂ່າວຄືບຫນ້າກ່ຽວກັບ ລົດໄຟ ລາວ-ຈີນ ທີ່ລາວໄດ້ລໍ້າໜ້າ ສ້າງຄວາມຕື່ນເຕັ້ນ ເຮັດໃຫ້ສື່ມວນຊົນຕ່າງໆມີການຕື່ນຂ່າວຫລາຍຍິ່ງຂຶ້ນ.
ອັນທີ່ ມີຂ່າວເວົ້າເຖິງເລື້ອງຄວາມໄວ ຂອງລົດໄຟ ລາວ-ຈີນ ວ່າ ຖືກ ຫລື ຜິດ ນັ້ນ ໄດ້ກາຍເປັນກະແສຂ່າວດັງຂຶ້ນ ແລະ ມີຜູ້ຫາທາງອະທິບາຍຕ່າງໆນາໆ.
ລົດໄຟ ຈະແລ່ນ ໄວຫລືຊ້າ ກໍສໍາຄັນ ມັນມີມາດຖານ ແລະ ຍີ່ຫໍ້ຂອງມັນ ທາງດ້ານເຕັກນິກ ທີ່ຈະຕ້ອງໄດ້ຖືກຈົດທະບຽນໄວ້ ພົວພັນໄປເຖິງ ເລື້ອງຄວາມປອດໄຟໃນການຈະຖືກນໍາໃຊ້ ແລະ ພົວພັນເຖິງຄຸນຄ່າໃນການ “ປະກັນໄພ“. ຄືການຊື້ລົດເກງ ມີແຮງມ້າແຕກຕ່າງກັນ. ລົດແຮງສູງກໍຕ້ອງໄດ້ຈ່າຍປະກັນໄພສູງ ແຮງຕໍ່າກໍຈ່າຍຕໍ່າ.
ການບໍລິການລົດໄຟ (ຈະໄວຫລືຊ້າ) ສໍາຄັນສຸດ ແມ່ນການຮັບປະກັນ “ການໄປມາໃຫ້ຕົງຕໍ່ເວລາ ຕາມຕາຕະລາງ ທີ່ຖືກບົ່ງໄວ້“. ຖ້າບໍ່ດັ່ງນັ້ນ ຄົນໂດຍສານກໍຈະມີຄວາມລໍາຄານ ພາໃຫ້ມີຫາງສຽງອັນບໍ່ດີເກີດຂຶ້ນ.
ເວົ້າລວມ ໂດຍອີງໃສ່ບົດຮຽນຂອງສາກົນ ສິ່ງທີ່ເປັນຕົ້ນຕໍ ໃນການບໍລິການ ທາງດ້ານລົດໄຟໂດຍສານ ມີດັ່ງນີ້:
– ຮັບປະກັນຄວາມປອດໄຟ ແລະ ບໍ່ໃຫ້ມີອຸບັດຕິເຫດ,
– ແລ່ນເຂົ້າອອກສະຖານີ ໃຫ້ຕົງຕາມເວລາທີ່ກໍານົດໄວ້,
– ການບໍລິການຊື້ຂາຍປີ້ ການຈັບຈອງບ່ອນນັ່ງ, ໃຫ້ການປຶກສາ ແລະ ໃຫ້ຂ່າວແກ່ຜູ້ໂດຍສານໄດ້ດີທັນເວລາ, ອອກຂ່າວກະດານແຈ້ງການເດີນທາງລະອຽດ,
– ຄວາມສະອາດໃນສະຖານີລົດໄຟ ໃນຕູ້ລົດໄຟ ບ່ອນນັ່ງ ບ່ອນກິນອາຫານ ຫ້ອງນໍ້າ ແລະ ອື່ນໆ ແລະ
– ຄວາມເປັນລະບຽບຈົບງາມໃນການເດີນທາງ ໂອ້ໂຖງ ບໍ່ແອອັດກັນໃນຕູ້ລົດໄຟ ແລະ ອື່ນໆ…
ທັງຫມົດເຫລົ່ານີ້ ແມ່ນເປັນຄວາມສໍາຄັນ ກ່ວາການຖົກຖຽງກັນ ເຖິງເລື້ອງຄວາມໄວ ທີ່ຈີນເອງເປັນຜູ້ສ້າງ ແລະ ຮູ້ດີກ່ວາ ນັກຊ່ຽວຊານຕ່າງໆທີ່ຕື່ນຂ່າວທັງຫລາຍ.
ຖ້າ ລາວ-ຈີນ ມີຈຸດອ່ອນໃດນຶ່ງ ໃນການບໍລິການດັ່ງທີ່ກ່າວມາເທິງນັ້ນ ມັນຍິ່ງຈະກາຍເປັນຈຸດໂຈມຕີ ຂອງສື່ມວນຊົນຕ່າງໆໃນຕໍ່ຫນ້າ.
ດັ່ງນັ້ນ ຄວາມຮັບປະກັນໃຫ້ບໍລິການໄດ້ດີ ປອດໄພ ຕົງເວລາ ສົມທົບໃສ່ກັບ ການໂຄສະນາ ຢ່າງມີສາລະ ຂອງລາວເຮົາ ໃນສິ່ງທີ່ເຮົາມີຢູ່ໃນກໍາມື ຂອງພວກເຮົາເອງຢູ່ແລ້ວນັ້ນ ແມ່ນເປັນບັນຫານຶ່ງ ທີ່ສໍາຄັນ ໃນການສື່ສານ ແລະ ໃນການສົນທະນາກັບບຸກຄົນສໍາຄັນທີ່ມີຜົນງານຕົວຈິງຕິດພັນກັບການກໍ່ສ້າງ ລົດໄຟ ລາວ-ຈີນ ອະທິບາຍຂໍ້ມູນຕໍ່ມວນຊົນລາວເຮົາ ແລະ ຕ່າງຊາດ ຢ່າງລະອຽດ ກາຍເປັນຫລັກຖານຕົວຈິງຖືກຕ້ອງ ຕ້ານການປ່າວຂ່າວ ແລະ ແກ້ຂໍ້ຂ້ອງໃຈຕ່າງໆ ທີ່ມີໃນປະຈຸບັນ ແລະ ຍັງຈະເກີດມີຂຶ້ນອີກ ໃນຕໍ່ຫນ້າ ໃຫ້ມວນຊົນເຂົ້າໃຈຢ່າງແທ້ຈິງ.
@ວິມາດອກບົວແກ້ວ
ຮູບພາບຈາກເພື່ອນເຟສ