Archiv

Archiv für die Kategorie ‘Khao Lao-ຂ່າວລາວ’

ກະຊວງ​ສຶກສາ ​ແລະ ກິລາ ​ສະຫລຸບ​ບນ​ແຂງຂັນ 3 ດີ

7. März 2013 admin Keine Kommentare

Pasaxon – 07-03-2013
ກະຊວງ​ສຶກສາ ​ແລະ ກິລາ ​ສະຫລຸບ​ບນ​ແຂງຂັນ 3 ດີ

ອົງການຈັດຕັ້ງມະຫາຊົນກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມສະຫລຸບບັ້ນແຂ່ງຂັນ 3 ດີເຄິ່ງສະໄຫມທີ IV (2012 -​2013) ຂຶ້ນໃນ
ວັນທີ 6 ມີນາ 2013 ທີ່ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ພັນຄຳ ວິພາວັນ ກຳມະການສູນກາງພັກ,

ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການສູນກາງພັກ, ປະທານຄະ
ນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ມີຄະນະປະຈຳພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ບັນດາອົງການຈັດ
ຕັ້ງມະຫາຊົນອ້ອມຂ້າງກະຊວງສຶກສາທິການ ແລະ ກິລາເຂົ້າຮ່ວມ. ການສະຫລຸບບັ້ນ 3 ດີໃນຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບວັນແມ່ຍິງ
ສາກົນ ຄົບຮອບ 103 ປີ, ໃຫ້ມີເນື້ອໃນ ແລະ ມີບັນຍາກາດເບີກບານມ່ວນຊື່ນ. ການຈັດຕັ້ງຂະບວນການ 3 ດີ ຂອງອົງການຈັດຕັ້ງມະຫາຊົນກະຊວງສຶກ
ສາທິການ ແລະ ກິລາໄດ້ຈັດຕັ້ງປະຕິບັດມາເປັນເວລາ 15 ປີ ຕາມມະຕິຕົກລົງຂອງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 137/ຄພສ
/98 ລົງ ວັນທີ 30/9/1998 ວ່າດ້ວຍການຈັດຕັ້ງຂະບວນການ 3 ດີຂອງກະຊວງສຶກສາທິການ ແລະ ກິລາ ເຊິ່ງມາຮອດປະຈຸບັນແມ່ນໄດ້ເຄິ່ງສະໄຫມທີ IV
ຂອງຜົນການຈັດຕັ້ງຂະບວນການແຂ່ງຂັນ, ໃນນັ້ນມີສະມາຊິກສະຫະພັນແມ່ຍິງທັງຫມົດ 8.442 ຄົນ, ມີສະມາຊິກຂອງອົງການຈັດຕັ້ງມະຫາຊົນຈາກ 24
ຮາກຖານເຂົ້າຮ່ວມແຂ່ງຂັນ 17.022 ຄົນ, ຍິງ 8.349 ຄົນ, ຊາຍ 8.673 ຄົນ; ການປະຕິບັດເນື້ອໃນຂໍ້ແຂ່ງຂັນແມ່ນຕິດພັນກັບການປະຕິບັດຂະບວນການ
ແຂ່ງຂັນຂອງຊາດຄືຮັກຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນຂອງຂະແຫນງການສຶກສາ ແລະ ກິລາຄື: ແຂ່ງຂັນກັນສອນດີ – ຮຽນເກັ່ງ, ຕ້ານ ແລະ ສະກັດກັ້ນ
ປະກົດການຫຍໍ້ທໍ້ຕ່າງໆ ແລະສ້າງສັກກະຍາພາບ ແລະ ສິ່ງແວດລ້ອມທີ່ດີໃນ ແລະ ນອກຫ້ອງຮຽນໂດຍຕິດພັນກັບ 5 ຫລັກມູນຂອງການສຶກສາ, ຕິດພັນກັບ
ເນື້ອໃນຂໍ້ແຂ່ງຂັນຂອງອົງການຈັດຕັ້ງຊາວຫນຸ່ມຄື: 4 ບຸກແລະ ເນື້ອໃນຂໍ້ແຂ່ງຂັນຂອງສະຫະພັນກຳມະບານ 2 ດີ 5 ເປັນເຈົ້າ.ຜົນການຈັດຕັ້ງປະຕິບັດເນື້ອ
ໃນຂໍ້ແຂ່ງຂັນ 3 ດີ ໄລຍະເຄິ່ງສະໄຫມທີ IV ສາມາດຄັດເລືອກໄດ້ບຸກຄົນ 3 ດີ 16.800 ຄົນ, ຍິງ 8.277 ຄົນ, ຊາຍ 8.523 ຄົນ, ບຸກຄົນ 3 ດີທີ່ດີເດັ່ນ
ປະເພດຫນຶ່ງ 1.674 ຄົນ, ຍິງ 848 ຄົນ, ຊາຍ 826 ຄົນ, ບຸກຄົນ 3 ດີ ທີ່ດີເດັ່ນປະເພດສອງ 1.878 ຄົນ, ຍິງ 935 ຄົນ, ຊາຍ 944 ຄົນ.

ຄຳ​ແນະ​ນໍາ​ການຈັດຕັ້ງປະຕິບັດ​ ຂໍ້​ຕົກລົງ​ເລກທີ 96/ນຍ ລົງ​ວັນ​ທີ 22 ສິຫາ 2012 ວ່າ​ດ້ວຍ​ການ​ອະນຸມັດ​ຕົວ​ເລກ​ລັດຖະກອນ​ໃໝ່ ສົກ​ປີ 2012-2013

17. September 2012 admin Keine Kommentare

Pasaxon – 17-09-2012

ກະຊວງ​ພາຍ​ໃນ                         ເລກທີ 02/ພນ
ນະຄອນຫລວງ​ວຽງຈັນ, ວັນ​ທີ 27/8/2012

ຄຳ​ແນະ​ນໍາ​ການຈັດຕັ້ງປະຕິບັດ​
ຂໍ້​ຕົກລົງ​ເລກທີ 96/ນຍ ລົງ​ວັນ​ທີ 22 ສິຫາ 2012
ວ່າ​ດ້ວຍ​ການ​ອະນຸມັດ​ຕົວ​ເລກ​ລັດຖະກອນ​ໃໝ່ ສົກ​ປີ 2012-2013

ເຖິງ: ກະຊວງ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງຂັ້ນສູນກາງ, ແຂວງ ແລະ ນະຄອນຫລວງ.

ເລື່ອງ: ການບັນຈຸຕົວເລກລັດຖະກອນໃຫມ່ສົກງົບປະມານ 2012 – 2013.

- ອີງຕາມດຳລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 82/ນຍ, ວ່າດ້ວຍລະບຽບລັດຖະກອນແຫ່ງ ສປປ ລາວ;

- ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ສະບັບເລກທີ 96/ນຍ, ລົງວັນທີ 22 ສິງຫາ 2012 ວ່າດ້ວຍການອະນຸມັດຈຳນວນຕົວເລກລັດຖະກອນໃຫມ່
ສົກງົບປະມານ 2012- ​2013. ກະຊວງພາຍໃນຂໍຖືເປັນກຽດຮຽນມາຍັງທ່ານຊາບວ່າ: ໃນສົກປີ 2012 – 2013 ລັດຖະບານໄດ້ຕົກລົງແຜນສຳຄັນຫລາຍດ້ານ
ທີ່ພົວພັນເຖິງການນຳໃຊ້ງົບປະມານຢ່າງຫລວງຫລາຍເປັນຕົ້ນແມ່ນການປັບປຸງ ແລະ ຍົກລະດັບເງິນເດືອນ, ເງິນອຸດຫນູນຕ່າງໆຕໍ່ພະນັກງານ – ລັດຖະກອນ
ແລະ ລັດຖະກອນຄູ; ນະໂຍບາຍຕໍ່ພະນັກງານທີ່ເຮັດວຽກຢູ່ເຂດຫ່າງໄກສອກຫລີກ ແລະ ດຳເນີນການທົດລອງປະຕິບັດນະໂຍບາຍ 3 ສ້າງ. ດັ່ງນັ້ນ, ຈຳນວນ
ລັດຖະກອນໃຫມ່ທີ່ອະນຸມັດໃນສົກງົບປະມານນີ້ຈິ່ງມີຈຳນວນຫຼຸດລົງ, ແຕ່ຈະໄດ້ສຸມໃສ່ເປົ້າໝາຍບູລິມະສິດຄືບັນດາເມືອງທົດລອງ (51 ເມືອງ) ສິ່ງສຳຄັນແມ່ນ
ໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ, ແຂວງ, ເມືອງເລັ່ງໃສ່ປັບປຸງຄຸນນະພາບຂອງການປະຕິບັດງານ. ສະນັ້ນ, ​ເພື່ອ​ເຮັດ​ໃຫ້ການ​ບັນຈຸ​ລັດຖະກອນ​ໃຫມ່​ຈຳ
ນວນ 12.550 ຄົນ (ຫນຶ່ງ​ໝື່ນສອງ​ພັນ​ຫ້າ​ຮ້ອຍ​ຫ້າ​ສິບຄົນ) ທີ່​ລັດຖະບານ​ອະນຸມັດ​ໃຫ້​ສົກປີ​ 2012-2013 ຖືກຕ້ອງ​ຕາມລະບຽບ ​ແລະ ສອດຄ່ອງ​ຕາມທິດ​ຊີ້ນຳ

​ຂອງ​ລັດຖະບານ ຈຶ່ງມີ​ຄຳ​ແນະນຳ​ມາ​ຍັງ​ທ່ານ​ບາງດ້ານ​ດັ່ງນີ້:

1. ຫລັກການ​ການ​ແຈກຢາຍ, ​ເລືອກ​ເຟັ້ນ ​ແລະ ການຮັບ​ບັນຈຸ.

1). ຕ້ອງ​ປະຕິບັດ​ຕາມຫລັກການ​ລວມສູ​ນປະຊາທິປະ​ໄຕ, ປຶກສາ​ຫາລື​ຕົກລົງ​ເປັນ​ຫມູ່​ຄະນະ ​ແລະ ຮັບປະກັນ​ຄວາມ​​ເປັນ​ເອກະ​ພາບ.

2). ປະຕິບັດ​ຕາມ​ຫລັກການສະ​ເຫ​ມີ​ພາບ, ​ເປີດ​ເຜີຍ, ພາວະ​ວິ​ໄສ ​ແລະ ​​ເປັນ​ທຳ​ບົນພື້ນຖານ​ຄວາ​ມຮູ້, ຄວາມ​ສາມາດ ​ແລະ ມາດຕະຖານ​ຕຳ​ແຫນ່​ງງານ
​ຫວ່າງ.

3). ຮັບປະກັນ​ສະຖຽນລະ​ພາບ​ຂອງ​ການຈັດຕັ້ງ, ມີລັກສະນະ​ສືບ​ທອດ​ຕໍ່​ເນື່ອງ ​ແລະ ຂະຫຍາຍຕົວ​ຂອງ​ລັດຖະກອນ​, ​ເຮັດ​ໃຫ້ການ​ຈັດຕັ້ງປອດ​ໃສ​ເຂັ້ມ​ແຂງ
ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

2. ການ​ສ້າງ​ແຜນ​ແຈກຢາ​ຍ, ຄັດ​ເລືອກ​ຈຳນວນ​ລັດຖະກອນ​ໃຫມ່ (​ກ​ຕ້າ).

ພາຍຫລັງບັນດາ​ກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ​ແລະ ທ້ອງ​ຖິ່ນ​ໄດ້​ຮັບ​ຂໍ້​ຕົກລົງສະບັບ​ເລກທີ 96/ນຍ, ລົງ​ວັນທີ 22​ ສິງຫາ ​2012 ວ່າ​ດ້ວຍການ​ອະນຸ
ມັດຈຳນວນ​ຕົວ​ເລກລັດຖະກອນ​ໃຫມ່ສົກ​ງົບປະມານ 2012-2013 ​ແລະ ຄຳ​ແນະນຳ​ສະບັບ​ນີ້​ແລ້ວ​ໃຫ້​ບັນດາ​ກະຊວງ-ອົງການ ຂັ້ນສູນກາງ ​ແລະ ທ້ອງ​ຖິ່ນເອົາ
​ໃຈ​ໃສ່ບາງ​ດ້ານ​ດັ່ງນີ້:

. ການ​ບັນຈຸ​ລັດຖະກອນໃຫມ່​ຢູ່​ຂັ້ນສູນ​ກາງ ​ແລະ ຂະແໜງ​ການ​ຢູ່​ທ້ອງ​ຖິ່ນ.

1). ການ​ນຳ​ຂອງ​ແຕ່​ລະ​ກະຊວງ – ອົງການ​ຂັ້ນສູນ​ກາງ​ເປັນ​ເຈົ້າ​ການ​ໃນ​ການວາງ​ແຜນ​​ແຈກ​ຢາຍ, ​ເລືອກ​ເຟັ້ນ, ສອບເສັງ​ຄັດ​ເລືອກ ​ແລະ ການ​ບັນຈຸລັດຖະ
ກອນໃຫມ່​ໃນ​ການຈັດຕັ້ງທີ່​ຂຶ້ບກັບ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕາມ​ລະບຽບ​ການ.

2). ສິບ​ຫ້າ​ກະຊວງ​ທີ່​ຢູ່​ໃນ​ເປົ້າ​ຫມາຍ​ທົດ​ລອງ​ກຳນົດແຜນ​ແຈກ​ຢາຍ​ຈຳນວນ​ລັດຖະກອນ​ໃຫມ່ ​ໃຫ້​ບັນດາ​ພະ​ແນ​ກການ​ຂັ້ນ​ແຂວງ, ​ເມືອງ​ ທີ່​ບໍ່ນອນ​ໃນ​ເປົ້າຫມາຍ
ແລະ ​ເມືອງ​ທີ່​ເປັນ​ເປົ້າ​ຫມາຍ​ຕາມຂະ​ແໜງ​ການ​ຂອງ​ຕົນ ​ແລະ ມອບ​ຄວາມ​ຮັບຜິດຊອບ​ໂດຍກົງ​ໃຫ້​ອົງການ​ປົກຄອງ​ແຂວງ, ນະຄ​ອນຫລວງ​ວຽງ​ຈັນ, ອົງການ​ປົກ
ຄອງ​ເມືອງ​ເປັນ​ເຈົ້າການ​ໃນ​ການ​ເລືອກ​ເຟັ້ນ, ສອບ​ເສັງ​ຄັດ​ເລືອກ ​ແລະ ການ​ບັນຈຸສ່ວນ​ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ​ເປັນ​ຜູ້​ຊຸກ​ຍູ້, ຕິດຕາມ ​ແລະ ກວດກາການ​ບັນ
ຈຸ​ຕາມຕຳ​ແໜ່​ງງານ​ຂອງ​ກະຊວງ​ວາງອອກ.

3). ອົງການ​ປົກຄອງ​​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນສ້າງ​ແຜນ​ແຈກ​ຢາຍ​ຕາມ​ຈຳນວນ​ລັດຖະກອນ​ໃຫມ່ ​ທີ່​ກະຊວງ​ກ່ຽວ​ຂ້ອງ​ກຳນົດ​ໃຫ້​ບັນດາ​ຂະ​ແໜງການ​
ອ້ອມ​ຂ້າງແຂວງ​ພ້ອມ​ທັງ​ຕິດຕາມ​ກວດກາ​ການ​ເລືອກ​ເຟັ້ນ, ສອ​ບ​ເສັງຄັດ​​ເລືອກ ​ແລະ ການ​ບັນຈຸ.

4). ອົງການ​ປົກຄອງ​ແຂວງ ​ແລະ ນະ​ຄອນຫລວງ​ວຽງ​ຈັນສ້າງ​ແຜນ​ແຈກ​ຢາ​ຍຕາມ​ຈຳນວນ​ລັດຖະກອນ​ໃຫມ່​ທີ່​ກະຊວງ​ກ່ຽວຂ້ອງ​ກຳນົດ​ໃຫ້​ບັນດາ​ຫ້ອງການເມືອງ
​ທີ່​ເປັນ​ເປົ້າຫມາຍ, ພ້ອມ​ທັງ​ເອົາ​ໃຈ​ໃສ່ການ​ຕິດຕາມ ​ແລະ ກວດກາ, ສ່ວນ​ອົງການ​ປົກຄອງ​ເມືອງ​ເປັນ​ເຈົ້າ​ການ​ໃນ​ການ​ເລືອກເຟັ້ນ,ສອບ​ເສັງ​ຄັດ​ເລືອກ ແລະການ​
ບັນຈຸ.

5). ການ​ແຈກ​ຢາຍ​ຈຳນວນລັດຖະກອນ​ໃຫມ່​ກຳນົດ​ບຸລິມະ​ສິດ​ໃຫ້ຫ້ອ​ງການ​ຂັ້ນ​ເມືອງ​ເປົ້າ​ຫມາຍ​ທົດ​ລອງ 3 ສ້າງ 51 ​ເມືອງ, ​ຈຳນວນ 5 ຄົນ​ຕໍ່​ຫນຶ່ງຫ້ອງການ​
ສາຍຕັ້ງ.

6). ຜົນ​ຂອງ​ການ​ບັນຈຸ​ລັດຖະກອນ​ໃຫມ່​ຕາມ​ຂະ​ແໜງການ​ຢູ່​ບັນດາ​ເມືອງ, ​ແຂວງ, ນະຄອນຫລວງ​ວຽງ​ຈັນ​ຕ້ອງ​ໄດ້ຮັບ​ການ​ຢັ້ງຢືນ​ຈາກ​ອົງການ​ປົກຄອງ​ຂັ້ນ​ແຂວງ,
ກະຊວງ​ກ່ຽວຂ້ອງ​ ​ແລະ ກະຊວງພາຍ​ໃນດັ່ງ​ທີ່​ເຄີຍ​ປະຕິບັດ​ຜ່ານ​ມາ.

. ການ​ບັນຈຸ​ລັດຖະກອນ​ໃຫມ່​ຢູ່​ອົງການ​ຊ່ວຍ​ວຽກ​ຢູ່ທ້ອງ​ຖິ່ນ.

1).  ອົງການ​ປົກຄອງ​ຂັ້ນແຂວງ​ເປັນ​ເຈົ້າ​ການ​ໃນ​ການວາງ​ແຜນ​ແຈກ​ຢາຍ, ​ເລືອກ​ເຟັ້ນ, ສອບ​ເສັງ​ຄັດ​ເລືອກ ​ແລະ ການ​ບັນຈຸ​ຢູ່​ອົງ​ການ​ຊ່ວຍ​ວຽກຂັ້ນ​ແຂວງ​ຕາມ​
ລະບຽບ​ການ.

2). ອົງການ​ປົກຄອງ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນສ້າງ​ແຜນ​ແຈກ​ຢາຍ​ຈຳນວນລັດຖະກອນ​ໃຫມ່​ທີ່​ໄດ້​ຮັບ​ອະນຸມັດ​ໃຫ້​ບັນດາ​ຫ້ອງການ​ຊ່ວຍວຽກຂັ້ນ​ເມືອງ,

ພ້ອມ​ທັງ​ຊຸກ​ຍູ້, ຕິດ​ຕາມ ​ແລະ ກວດກາ, ສ່ວນອົງການ​ປົກຄອງ​ເມືອງ​ເປັນ​ເຈົ້າ​ການ​ເລືອກ​ເຟັ້ນ, ສອບ​​ເສັງ​ຄັດ​ເລືອກ ​ແລ​ະ ບັນຈຸ.

3). ການ​ແຈກ​ຢາຍ​ຈຳນວນລັດຖະກອນ​ໃຫມ່​ໃຫ້​ກຳນົດ​ບຸລິ​ມະ​ສິດ​ຫ້ອງການ​ຂັ້ນ​ເມືອງ​ເປົ້າ​ຫມາຍ​ທົດ​ລອງ 3 ສ້າງ 51 ​ເມືອງ, ຈຳນວນ 2 ຄົນ​ຕໍ່​ຫນຶ່ງຫ້ອງການ
​ຊ່ວຍ​ວຽກ​ຂັ້ນ​ເມື​ອງ.

4). ຜົນ​ການ​ບັນຈຸ​ລັດຖະກອນ​ໃໝ່ຂອງ​ອົງການ​ຊ່ວຍວຽກ​ຂັ້ນ​​ແຂວງ ​ແລະ ອົງການຊ່ວຍ​ວຽກ​ຂັ້ນ​ເມືອງ, ຕ້ອງ​ໄດ້ຮັບ​ການ​ຢັ້ງຢືນ​ຈາກ​ອົງການ​ປົກຄອງ​ແຂວງ, ນະ​
ຄອນ​ຫລວງ​ວຽງ​ຈັນ ​ແລະ ກະຊວງພາຍ​ໃນ​ເຫມືອນ​ດັ່ງ​ເຄີຍ​ປະຕິບັດ​ຜ່ານ​ມາ.

3. ການ​ຄັດ​ເລືອກ ​ແລະ ບັນຈຸ​ລັດຖະກອນ​ໃຫ​ມ່.

1). ກ່ອນຈະ​ບັນຈຸ​ລັດຖະກອນ​ໃຫມ່​ຕ້ອງ​ໄດ້​ອີງ​ໃສ່​ຕຳ​ແຫນ່​ງງານ ຫລື ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງຂອງ​ວຽກງານ ​ແຕ່​ລະກາ​ນຈັດຕັ້ງ, ​ຄັດ​ເລືອກ​ໃຫ້​ໄດ້​ຜູ້​ທີ່​ມີ​
ຄວາມ​ຮູ້, ຄຸນສົມບັດ​ດີ, ມີ​ລະດັບ​ວິຊາສະ​ເພາະທີ່​ເຫມາະສົມ​ກັບ​ຕຳແຫນ່​ງງານ.

2). ບ່ອນ​ທີ່​ມີ​ເງື່ອນ​ໄຂ ​ແລະ ຂໍ້​ສະດວກ​ການ​ຄັດ​ເລືອກ​ຕ້ອງຜ່ານ​ຂະ​ບວນການ​ສອບ​ເສັງ ​ແລະ ຜູ້​ສອບ​ເສັງ​ມີ​ເງື່ອນ​ໄຂຄົບ​ຖ້ວນຈຶ່ງ​ບັນຈຸ​​ເຂົ້າ​ເປັນ​ລັດຖະກອນ​ຕາມ
​ລະບຽບ​ການ; ສຳລັບ​ບ່ອນ​ທີ່​ມີ​ຄວາມ​ຕ້ອງການ​ບັນຈຸ​ລັດຖະກອນ​ໃຫມ່​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ທຸລະກັນດານອາດ​ຈະ​ໃຊ້​ວິທີ​ຄັດ​ເລືອກ ​ແຕ່​ຕ້ອງ​ອີງ​ໃສ່​ຜູ້​ທີ່​ມີ​ເງື່ອນ​ໄຂ​
ເຫມາະ​ສົມ​ກັບ​ຄວາມຮຽກຮ້ອງ​ຕ້ອງການ​ຂອງຫນ້າ​ທີ່​ວຽກ​ງານ.

3). ການ​ຮັບ​ບັນຈຸ​ໃຫ້​ເອົາໃຈ​ໃສ່​ພະນັກງານ​ຕາມ​ສັນຍາຂອງ​ລັດຖະບານ​ທີ່​ຍັງ​ຄົງຄ້າງ​ໃນ​ນັ້ນຕ້ອງ​ມີ​ການ​ປະ​ເມີນ, ຕີ​ລາຄາ​ພະນັກງານ​ດັ່ງກ່າວ​ໃຫ້ບຸລິ​ມະ​ສິດ ​ແລະ
ບັນຈຸ​ເອົາ​ຜູ້​ທີ່ມີ​ຄຸນ​ນະພາ​ບ ຫລືມີ​ຄວາມຫ້າວຫັນ, ການຈັດຕັ້ງຕ້ອງການ​. ສ່ວນ​ຜູ້​ທີ່​ຂາດ​ຄວາມ​ຫ້າວຫັນ, ​ເງື່ອນ​ໄຂ​ບໍ່​ເຫມາະ​ສົມ​ກັບຕຳ​ແຫນ່​ງງານ, ການຈັດຕັ້ງບໍ່​ຕ້ອງ
ການ​ສືບຕໍ່​ໃຫ້​ເປັນ​ພະນັກ​ງານ​ຕາມ​ສັນຍາ​ກໍ່​ໃຫ້​ຍົກ​ເລີກ​ການ​ເປັນ​ພະນັກງານ​ຕາມສັນຍາ​ຕໍ່​ໄປ. ​ເມື່ອ​ຮັບ​ເອົາ​ພະນັກ​ງານ​ຕາມ​ສັນຍາ​ດັ່ງກ່າວເຂົ້າ​ເປັນ​ລັດຖະກອນ​ແລ້ວ​ບໍ່
​ໃຫ້​ເອົາ​ຜູ້​ອື່ນ​ມາ​ທົດ​ແທນ.

4). ຜູ້​ທີ່​ຍົກຍ້າຍ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ລັດ​ວິ​ສາ​ຫະກິດ​ໃຫ້​ບັນຈຸ​ຕາມຕົວ​ເລກ​ລັດຖະກອນ​ໃຫມ່​ທີ່​ກຳນົດ​ໃຫ້.

5). ຈຳນວນ​ທີ່​ຮັບ​ບັນ​ຈຸ​ເຂົ້າເປັນ​ລັດຖະກອນ​ໃຫມ່ອາຍຸກະສຽນ​ຕ້ອງ​ບໍ່​ເກີນ 35 ປີ​ຕາມລະບຽບ​ຄຸ້ມ​ຄອງ​ລັດຖະກອນ.

4. ການ​ຈັດຕັ້ງປະຕິບັດ.

1). ການ​ນຳ​ຂອງ​ບັນດາກະຊວງ – ອົງການ​ຂັ້ນສູນ​ກາງ ​ແລະ ທ້ອງຸຖິ່ນ​ຖື​ເອົາ​ວຽກ​ງານ​ສ້າງ​ແຜນ​ແຈກ​ຢາຍ, ຄັດ​ເລືອກ ​ແລະ ບັນຈຸ​ລັດຖະກອນ​ໃຫມ່ ໃນ​ສົກ​ປີ
2012-2013 ນີ້​ເປັນວຽກ​ບຸ​ລິ​ມະ​ສິດ​ຫນຶ່ງ​ທີ່​ສຳຄັນ ​ແລະ ຊີ້ນຳນຳພາ​ພາກສ່ວນ​ທີ່​ເປັນ​ເສນາ​ທິການ​ປະຕິບັດ​ໃຫ້ຖືກຕ້ອງ​ຕາມ​ລະບຽບ​ການ.

2). ຈຳນວນ​ລັດຖະກອນໃຫມ່​ທີ່​ປະ​ກອບ​ໃຫ້​ເມືອງ​ທົດລອງ (51 ​ເມືອງ) ​ໃຫ້​ບັນດາກະຊວງ​, ບັນດາ​ແຂວງ ​ແລະ ນະຄອນຫລວງ​ຮີບ​ຮ້ອນ​ຂຶ້ນ​ແຜນ​ແຈກ​ຢາຍ, ຄັດ
​ເລືອກ ​ແລະ ບັນຈຸ​ເຂົ້າ​ໃຫ້​ທັນ​ວັນ​ທີ 1 ຕຸລາ 2012, ນອກ​ນັ້ນ​ໃຫ້​ບັນຈຸ​ເຂົ້າ​ຕາມ​ງວດ​ຕາມ​ລະບຽບການ.

3). ​ໃຫ້​ບັນດາ​ກະຊວງ, ອົງການ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ສັງ​ລວມ​ແຜນ​ແຈກຢາຍລັດຖະກອນ​ໃຫມ່​ຕາມ​ຂໍ້​ຕົກລົງ ​ເລກທີ 96/ນຍ, ລົງ​ວັນ​ທີ 22​ ສິງຫາ 2012
ວ່າ​ດ້ວຍ​ການ​ອະນຸມັດ​ຈຳນວນ​ຕົວ​ເລກ​ລັດຖະກອນ​ໃຫ​ມ່ສົກ​ງົບປະມານ 2012-2013 ​ແລະ ຕາມ​ຄຳ​ແນະນຳ​ສະບັບ​ນີ້​ແລ້ວ​ລາຍງານ​ໃຫ້​ກະຊວງ​ພາຍ​ໃນ​ກ່ອນວັນ​ທີ 20
ກັນຍາ 2012.

4). ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງຫາກ​ພົບ​ຄວາມ​ຫຍຸ້ງຍາກ ຫລື ມີ​ບັນຫາ​ໃດ​ບໍ່ແຈ້ງ​ກໍ່​ໃຫ້​ລາຍ​ງານ​ຂໍ​ຄຳ​ເຫັນຕາມ​ການຈັດຕັ້ງ ​ແລະ ກະຊວງ​ພາຍ​ໃນ​ໃຫ້​ທັນ​ເວລາ.

ສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ໃຫ້ມີຄວາມເຂັ້ມແຂງ

24. August 2012 admin Keine Kommentare

Vientianemai – 24-08-2012

ສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ໃຫ້ມີຄວາມເຂັ້ມແຂງ

ກອງ​ທຶນ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ (ທ​ສວ) ໄດ້​ຈັດ​ພິ­ທີ​ເປີດ​ໂຕ​ຢ່າງ​ເປັນ​ທາງ​ການ ຂຶ້ນ​ວັນ​ທີ 22 ສິງ­ຫາ 2012 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ເພື່ອ​ເຜີຍ­ແຜ່​ຂ່າວ­ສານ​ໃຫ້​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ເຂົ້າ​ເຖິງ​ແຫຼ່ງ​ທຶນ​ດັ່ງ­ກ່າວ ທີ່​ສາ­ມາດ​ສະ­ເໜີ​ຂໍ​ນຳ​ໃຊ້​ທຶນ​ເຂົ້າ​ໃນ​ກິດ­ຈະ­ການ ແລະ ໂຄງ­ການ​ສົ່ງ­ເສີມ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສຽວ­ສະ­ຫວາດ ສະ­ແຫວງ​ສຶກ​ສາ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ທ່ານ ຄຳ​ລຽນ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ບັນ­ດາ​ກຳ­ມະ­ການ​ສະ­ພາ​ບໍ­ລິ­ຫານ ທ​ສວ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ສົມ​ດີ ອິນ​ມີ​ໄຊ ຜູ້­ອຳ­ນວຍ­ການ​ກອງ​ທຶນ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ກ່າວ​ວ່າ: ທ​ສວ ແມ່ນ​ການ­ຈັດ­ຕັ້ງ​ການ​ເງິນ​ຂອງ​ລັດ ທີ່​ຂຶ້ນ​ກັບ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ເພື່ອ​ເຮັດ​ໜ້າ­ທີ່​ລະ­ດົມ​ທຶນ ສະ​ສົມ​ທຶນ ແລະ ສະ­ໜອງ​ທຶນ​ເຂົ້າ​ໃນ​ກິດ­ຈະ­ການ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ທ​ສວ ເປັນ​ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ດ້ານ​ການ​ເງິນ ເພື່ອ​ໃຫ້​ມີ​ແຫຼ່ງ​ທຶນ​ທີ່​ເໝາະ​ສົມ ໝັ້ນ­ຄົງ ສາ­ມາດ​ສະ­ໜອງ​ທຶນ​ໄດ້​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ທັນ​ການ ໃຫ້​ແກ່​ບັນ­ດາ​ກິດ­ຈະ­ການ ແລະ ໂຄງ­ການ​ສົ່ງ­ເສີມ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ໃນ ສປປ ລາວ.

ຄຽງ​ຄູ່​ກັບ​ການ​ເປີດ​ໂຕ​ຂອງ​ກອງ​ທຶນ​ສົ່ງ­ເສີມ ແລະ ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ກໍ​ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ສະ­ໜອງ​ທຶນ​ລະ­ຫວ່າງ ທ​ສວ ແລະ ທະ­ນາ­ຄານ​ພັດ­ທະ­ນາ​ລາວ ເພື່ອ​ເຮັດ​ໃຫ້​ທະ­ນາ­ຄານ​ພັດ­ທະ­ນາ​ລາວ ມີ​ແຫຼ່ງ​ທຶນ​ໄລ­ຍະ​ຍາວ​ທັງ​ມີ​ຕົ້ນ​ທຶນ​ບໍ່​ສູງ ສາ­ມາດ​ປ່ອຍ​ສິນ​ເຊື່ອ​ໃຫ້​ວິ​ສາ​ຫະ​ກິດ​ຂະ­ໜາດ​ນ້ອຍ ແລະ ກາງ ໄດ້​ຫຼາຍ​ຂຶ້ນ.

96,1% ຄືເປົ້າໝາຍເພີ່ມອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ສົກຮຽນ 2012-2013

17. August 2012 admin Keine Kommentare

Vientianemai – 167-08-2012

96,1% ຄືເປົ້າໝາຍເພີ່ມອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ສົກຮຽນ 2012-2013

ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ມີ​ເປົ້າ​ໝາຍ​ເພີ່ມ​ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ ໃນ​ສົກ​ປີ 2012-2013ໃຫ້​ບັນ­ລຸ 96,1%ໃນ​ນີ້ ອັດ­ຕາ​ເຂົ້າ​ຮຽນ​ໃໝ່​ຂັ້ນ ປ1ໃຫ້​ບັນ­ລຸ 93,3%ນີ້​ແມ່ນ​ການ​ເປີດ­ເຜີຍ​ຂອງ​ທ່ານ ລີ​ຕູ ບົວ​ປາວ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຕໍ່​ກອງ​ປະ­ຊຸມ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ແລະ ກີ­ລາ​ທົ່ວ​ປະ­ເທດ ປະ­ຈຳ​ປີ 2012 ທີ່​ແຂວງ​ສາ­ລະ​ວັນ ໃນ​ເດືອນ​ກໍ­ລະ­ກົດ​ຜ່ານ​ມາ ແລະ ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ເພື່ອ​ບັນ­ລຸ​ຕົວ​ເລກ​ເປົ້າ​ໝາຍ​ດັ່ງ­ກ່າວ ຂະ­ແໜງ­ການ​ສຶກ​ສາ ຈະ​ຕ້ອງ​ໄດ້​ລົງ­ທຶນ​ປັບ­ປຸງ​ໂຮງ­ຮຽນ​ມູນ​ລະ​ປະ­ຖົມ​ໃຫ້​ເປັນ​ໂຮງ­ຮຽນ​ ປະ­ຖົມ​ສົມ­ບູນ ຄົບ 5ຂັ້ນ ໃຫ້​ກວມ 75%ດັດ​ສະ​ນີ​ສະ­ເໝີ­ພາບ ການ​ເຂົ້າ​ຮຽນ​ລະ­ຫວ່າງ​ຍິງ-ຊາຍ​ໃຫ້​ໄດ້ 0,98% ປັບ­ປຸງ​ອັດ­ຕາ​ເລື່ອນ​ຂັ້ນ​ໃຫ້​ບັນ­ລຸ 87,6% ເພີ່ມ​ອັດ­ຕາ​ລອດ​ເຫຼືອ​ໃຫ້​ບັນ­ລຸ 78,6% ຫຼຸດ​ອັດ­ຕາ​ການ​ປະ­ລະ​ການ​ຮຽນ​ລົງ​ໃຫ້​ໄດ້ 7% ຄຽງ​ຄູ່​ກັບ​ປະ­ຕິ­ບັດ​ການ​ເລື່ອນ​ຂັ້ນ​ແບບ​ຕໍ່​ເນື່ອງ​ໃຫ້​ທົ່ວ​ເຖິງ ສືບ­ຕໍ່​ຈັດ​ຕັ້ງ ແລະ ຝຶກ​ອົບ­ຮົມ​ຄະ­ນະ​ພັດ­ທະ­ນາ​ການ​ສຶກ​ສາ​ຂັ້ນ​ບ້ານ​ໃຫ້​ທົ່ວ​ເຖິງ ແລະ ຂະ­ຫຍາຍ​ການ​ສະ­ໜອງ​ອາ­ຫານ​ໃນ​ໂຮງ­ຮຽນ​ໄປ​ສູ່​ແຂວງ ແລະ ເມືອງ​ທຸກ​ຍາກ​ໃຫ້​ທົ່ວ​ເຖິງ.

ໃນ​ສົກ​ປີ 2011-2012ຜ່ານ​ມາ ຂະ­ແໜງ­ການ​ສຶກ​ສາ ຍາດ​ໄດ້​ຜົນ­ສຳ­ເລັດ​ເປັນ​ພື້ນ­ຖານ​ຫຼາຍ​ດ້ານ ແຕ່​ໃນ​ນັ້ນ ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ວຽກ​ງານ​ປະ­ຖົມ​ສຶກ​ສາ ການ​ສຶກ​ສາ​ຊັ້ນ​ປະ­ຖົມ​ພາກ​ລັດ ແລະ ພາກ​ເອ­ກະ​ຊົນ ໄດ້​ຮັບ​ການ​ພັດ­ທະ­ນາ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຄື: ຈຳ­ນວນ​ໂຮງ­ຮຽນ​ປະ­ຖົມ ທັງ​ພາກ​ລັດ ແລະ ພາກ​ເອ­ກະ​ຊົນ ເພີ່ມ​ເປັນ 8.929ແຫ່ງ ໃນ​ນັ້ນ ປະ­ຖົມ​ສົມ­ບູນ​ມີ​ຫ້ອງ​ຮຽນ​ທັງ​ໝົດ 31.957ຫ້ອງ ຈຳ­ນວນ​ນັກ­ຮຽນ​ມີ​ທັງ​ໝົດ 883.701ຄົນ ຍິງ 420.728ຄົນ ມີ​ຄູ​ສອນ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ​ທັງ​ໝົດ 34.453ຄົນ ຍິງ 18.281ຄົນ ພິ­ເສດ ລັດ­ຖະ­ບານ​ໄດ້​ສະ­ໜອງ​ເງິນ​ບໍ­ລິ­ຫານ​ວິ­ຊາ​ການ ໃຫ້​ແກ່​ໂຮງ­ຮຽນ​ປະ­ຖົມ​ທົ່ວ​ປະ­ເທດ ຕາມ​ມູນ​ຄ່າ​ຫົວ­ໜ່ວຍ 20.000ກີບ/ຫົວ​ຄົນ/ປີ ໂຄງ­ການ​ອາ­ຫານ​ເສີມ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢູ່​ໃນ 30ຕົວ​ເມືອງ​ຂອງ 6ແຂວງ​ເປົ້າ​ໝາຍ ໂດຍ​ມີ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ 1.478ແຫ່ງ ນັກ­ຮຽນ​ທີ່​ມາ​ຈາກ​ຄອບ­ຄົວ​ທຸກ​ຍາກ ຈຳ­ນວນ 5.955ທຶນ ອັດ­ຕາ​ເຂົ້າ​ຮຽນ​ໃໝ່​ສຸດ­ທິ ປ1ໄດ້​ເພີ່ມ​ຂຶ້ນ​ຈາກ 85,3%ໃນ​ສົກ​ປີ 2010-2011ມາ​ເປັນ 90,1%ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ ໄດ້​ເພີ່ມ​ຂຶ້ນ​ຈາກ 94,1%ຂອງ​ສົກ​ປີ 2010-2011ມາ​ເປັນ 95,2%ໃນ​ສົກ​ປີ 2011-2012ດັດ​ສະ​ນີ​ສະ­ເໝີ­ພາບ​ຍິງ-ຊາຍ ໃນ​ກຸ່ມ​ອາ­ຍຸ 6-10ປີ ເທົ່າ​ກັບ 0,95%ແລະ ອັດ­ຕາ​ສ່ວນ​ນັກ­ຮຽນ​ຕໍ່​ຄູ ສະ­ເລ່ຍ 26ຄົນ/ຄູ 1ຄົນ.

ຄວາມ​ຄືບໜ້າ​ໃນ​ການ​ສ້າງ​​ເຂດເສດຖະກິດພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ

10. August 2012 admin Keine Kommentare

Pasaxon – 10-08-2012

ຄວາມ​ຄືບໜ້າ​ໃນ​ການ​ສ້າງ​​ເຂດເສດຖະກິດພິ​ເສດ ​ແລະ ​ເຂດ​ເສດຖະກິດ​ສະ​ເພາະ

ກອງປະຊຸມສາມັນຂອງຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ກ່ຽວກັບການ
ສະຫລຸບຜົນການຈັດຕັ້ງປະຕິບັດວຽກງານຂອງ ຄຂ ພສ ແລະ ບັນດາເຂດເສດຖະກິດພິເສດ (ຂພສ) ໃນໄລຍະ 6 ເດືອນຕົ້ນປີ, ກຳນົດແຜນການ
6 ເດືອນທ້າຍສົກປີ 2012 ແລະ ຜ່ານຮ່າງກົດຫມາຍວ່າດ້ວຍ ຂສພ, ວັນທີ 9 ສິງຫາ 2012 ທີ່ຫ້ອງວ່າການລັດຖະບານ, ພາຍໃຕ້ການເປັນປະທານ
ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ, ປະທານຄະນະກຳມະການແຫ່ງຊາດລາວເພື່ອຄຸ້ມຄອງ
ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະມີບັນດາລັດຖະມົນຕີວ່າການ,ຊ່ວຍວ່າການ, ເຈົ້າແຂວງ, ຮອງເຈົ້າແຂວງທີ່ເປັນກຳມະການໃນ
ຄຂພສ ແຂກຖືກເຊີນພ້ອມດ້ວຍພະນັກງານວິຊາການ. ໃນກອງປະຊຸມທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນ ຕີປະຈຳຫ້ອງວ່າການລັດຖະບານ,
ຮອງປະທານຜູ້ປະຈຳການ ຄຂພສ ລາຍງານວ່າ: ປະຈຸບັນສາມາດສ້າງຕັ້ງ ຂພສ ໄດ້ 10 ເຂດ ໃນນັ້ນເປັນເຂດເສດຖະກິດພິເສດ 2 ແຫ່ງຄື: ເຂດ
ເສດຖະກິດພິເສດສະຫວັນເຊໂນ ແລະ ເຂດເສດຖະກິດພິເສດ 3 ຫລ່ຽມຄຳສ່ວນເຂດເສດຖະກິດພິເສດ 8 ແຫ່ງມີ: ເຂດເສດຖະກິດສະເພາະບໍ່ເຕັ່ນ
ແດນງາມ, ເຂດນິຄົມອຸດສາຫະກຳການຄ້າວຽງຈັນ – ໂນນທອງ, ເຂດເສດຖະກິດພູຂຽວ, ເຂດເສດຖະກິດສະເພາະກ໊ອຟລອງແທ່ງ, ເຂດເສດຖະກິດ
ສະເພາະດົງໂພສີ, ເຂດເສດຖະກິດສະເພາະບຶງທາດຫລວງ , ເຂດພັດທະນາກວມລວມໄຊເສດຖາ ແລະ ເຂດເສດຖະກິດສະເພາະທ່າແຂກ. ໄລຍະ
6 ເດືອນຜ່ານມາ ຄຂພສ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫລາຍດ້ານເປັນຕົ້ນແມ່ນ : ໄດ້ຜ່ານຮ່າງກົດຫມາຍວ່າດ້ວຍເຂດເສດຖະກິດພິເສດ ແລະ
ເຂດເສດຖະກິດສະເພາະເພື່ອກະກຽມເປີດກອງປະຊຸມທາບທາມຢູ່ພາກເຫນືອພາກກາງ ແລະ ພາກໃຕ້ຕາມຂັ້ນຕອນຂອງການຮ່າງກົດຫມາຍເພື່ອນຳ
ສະເຫນີຕໍ່ລັດຖະບານ ແລະ ສະພາແຫ່ງຊາດພິຈາລະນາຮັບຮອງໃນທ້າຍປີ 2012 ນີ້; ຄົ້ນຄວ້າປັບປຸງສັນຍາສຳປະທານເກົ່າເປັນສັນຍາສະບັບໃຫມ່
ເພື່ອໃຫ້ສອດຄ່ອງກັບກົດຫມາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ດຳລັດວ່າດ້ວຍ ຂພສ ສະບັບເລກທີ 443/ນຍ; ສຳເລັດການປະຊຸມເຈລະຈາ
ໂຄງການ ແລະ ຈັດພິທີເຊັນສັນຍາ 7 ໂຄງການ; ສຳເລັດການສ້າງແຜນຍຸດທະສາດພັດທະນາ ຂພສ ແຕ່ປີ 2011-2020 ຊຶ່ງໄດ້ຮັບຮອງຢ່າງເປັນ
ທາງການຂອງກອງປະຊຸມລັດຖະບານໃນທ້າຍເດືອນມັງກອນ ປີ 2012 ແລະ ນາຍົກລັດຖະມົນຕີໄດ້ອອກດຳລັດວ່າດ້ວຍການຮັບຮອງ ແລະ ປະກາດ
ໃຊ້ແຜນຍຸດທະສາດສະບັບເລກທີ 188/ນຍ, ໄດ້ສຳເລັດການສ້າງໂປຣແກຣມລະບົບການເກັບກຳຂໍ້ມູນດ້ວຍຄອມພິວເຕີ ຊຶ່ງປະຈຸບັນຍັງຢູ່ໃນໄລຍະກຽມ
ທົດລອງນຳໃຊ້ເພື່ອຕິດຕາມການລົງທຶນ ແລະ ການເກັບລາຍຮັບພາສີ – ອາກອນຢູ່ ຂພສ ແຕ່ລະແຫ່ງໃນຂອບເຂດທົ່ວປະເທດ. ນອກຈາກນັ້ນກໍ່ໄດ້
ປັບປຸງເວັບໄຊຂອງ ຄຂພສ ໃຫ້ດີຂຶ້ນ; ໄດ້ສຳເລັດການແຕ່ງຕັ້ງສະພາບໍລິຫານເຂດເສດຖະກິດດົງໂພສີ, ພູຂຽວ, ກ໊ອຟລອງແທ່ງ ແລະ ທ່າແຂກ ແລະ
ວຽກງານອື່ນໆ.ສຳລັບວຽກງານ ຄຂພສ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີແມ່ນ: ສຸມໃສ່ການປັບປຸງຮ່າງກົດຫມາຍວ່າດ້ວຍ ຂພສ ແລ້ວ
ນຳໄປຜ່ານຢູ່ທ້ອງຖິ່ນໃນເດືອນ ສິງຫາ ແລະ ເດືອນ ກັນຍາ 2012 ເພື່ອຮັບຮອງເອົາຄວາມຄິດເຫັນຢ່າງກວ້າງຂວາງກ່ອນຈະນຳມາຜ່ານລັດຖະບານ
ແລະ ສະພາແຫ່ງຊາດໃນທ້າຍປີນີ້; ຊີ້ນຳໃຫ້ ຂພສ ທີ່ໄດ້ສ້າງຕັ້ງໄປແລ້ວ 10 ເຂດປັບປຸງການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ມີປະສິດທິຜົນຂຶ້ນກວ່າ
ເກົ່າ, ນຳໃຊ້ໂປຣແກຣມເອເລັກໂຕຣນິກເຂົ້າໃນການຕິດຕາມຂໍ້ມູນການລົງທຶນ , ການເກັບພາສີອາກອນເຂົ້າງົບປະມານຊຸກຍູ້ ແລະ ສ້າງ ຂພສ ບາງ
ແຫ່ງທີ່ໄດ້ຮັບອະນຸມັດໄປແລ້ວ ເພື່ອໃຫ້ເປັນຕົວແບບໃນການພັດທະນາ ຂພສ ຢູ່ ສປປ ລາວ ແລະ ວຽກງານອື່ນໆ. (ຂ່າວ: ແສງຈັນ)

ພັດທະນາການສຶກສາ ຕ້ອງເນັ້ນຍົກລະດັບຜູ້ຖ່າຍທອດ

10. August 2012 admin Keine Kommentare

Vientianemai 10-08-2012

ພັດທະນາການສຶກສາ ຕ້ອງເນັ້ນຍົກລະດັບຜູ້ຖ່າຍທອດ

ປັດ­ຈຸ­ບັນ ພັກ ແລະ ລັດ­ຖະ­ບານ ສປປ ລາວ ກໍ​ຄື​ໜ່ວຍ​ງານ​ຮັບ­ຜິດ­ຊອບ​ວຽກ​ງານ​ການ​ສຶກ​ສາ ໄດ້​ເອົາ­ໃຈ­ໃສ່​ຄົ້ນ­ຄວ້າ​ພັດ­ທະ­ນາ​ລະ­ບົບ​ການ​ຮຽນ-ການ​ສອນ​ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໃຫ້​ມີ​ຄວາມ​ສອດ­ຄ່ອງ ແລະ ແທດ­ເໝາະ​ກັບ​ສະ­ພາບ​ຈຸດ​ພິ­ເສດ​ຂອງ​ແຕ່​ລະ​ທ້ອງ­ຖິ່ນ ຄຽງ​ຄູ່​ກັບ​ການ​ເອົາ­ໃຈ­ໃສ່​ຍົກ​ລະ­ດັບ​ຄວາມ​ຮູ້​ຄວາມ​ສາ­ມາດ​ຂອງ​ຜູ້​ຖ່າຍ ​ທອດ​ບົດ­ຮຽນ ກໍ​ຄື​ຄູ-ອາ­ຈານ​ໃຫ້​ມີ​ລະ­ດັບ​ທີ່​ແນ່­ນອນ.

ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈັດ​ກອງ​ປະ­ຊຸມ​ຜັນ​ຂະ­ຫຍາຍ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ເນື້ອ​ໃນ​ກອງ​ປະ­ຊຸມ​ວຽກ​ງານ​ກວດ­ກາ​ທົ່ວ​ປະ­ເທດ ຄັ້ງ​ທີ 2 ໃນ​ລະ­ຫວ່າງ​ວັນ​ທີ 9-10ສິງ­ຫາ 2012ຢູ່​ທີ່​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ໂດຍ​ການ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ດຣ. ພັນ​ຄຳ ວິ­ພາ​ວັນ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ​ຄະ­ນະ​ພັກ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ເຊິ່ງ​ມີ​ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ ອະ­ທິ­ການ​ບໍ­ດີ ແລະ ຄູ-ອາ­ຈານ ອ້ອມ​ຂ້າງ​ກະ­ຊວງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຕິດ­ຕາມ​ ກວດ­ກາ​ໄລ­ຍະ 5 ປີ (2006-2011) ທິດ​ທາງ​ແຜນ­ການ 5ປີ​ຕໍ່­ໜ້າ ແຜນ​ວຽກ​ຈຸດ​ສຸມ​ຈຳ­ນວນ​ໜຶ່ງ ສົກ​ປີ 2012Œ2013ຮັບ​ຟັງ​ການ​ເຜີຍ­ແຜ່​ເນື້ອ​ໃນ​ເອ­ກະ­ສານ​ທີ່​ເປັນ​ນິ­ຕິ​ກຳ​ຂອງ​ ພັກ ເພື່ອ​ແນ­ໃສ່​ເຮັດ​ໃຫ້​ຄະ­ນະ​ພັກ​ແຕ່​ລະ​ຂັ້ນ ສະ­ມາ­ຊິກ​ພັກ​ຮັບ​ຮູ້ ແລະ ກຳ​ແໜ້ນ​ເຊື່ອມ​ຊຶມ​ໃຫ້​ເລິກ­ເຊິ່ງ-ກວ້າງ­ຂວາງ ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ວຽກ​ງານ​ວິ­ຊາ​ສະ­ເພາະ​ຂອງ​ຕົນ ພ້ອມ​ນີ້ ສະ­ຫາຍ ດຣ. ພັນ​ຄຳ ວິ­ພາ​ວັນ ຍັງ​ໄດ້​ເນັ້ນ​ໃຫ້​ຄະ­ນະ​ພັກ ຄະ­ນະ​ນຳ​ທຸກ​ຂັ້ນ ໄດ້​ເອົາ­ໃຈ­ໃສ່​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ວຽກ​ງານ​ແກ້​ໄຂ​ບັນ­ຫາ​ສິ່ງ​ ຫຍໍ້­ທໍ້ ໃນ​ການ​ພັດ­ທະ­ນາ​ວຽກ​ງານ​ສຶກ​ສາ​ປັດ­ຈຸ­ບັນ ເປັນ­ຕົ້ນ​ແມ່ນ​ການ​ສວຍ​ໃຊ້​ໂອ­ກາດ​ຂອງ​ກຸ່ມ​ຄົນ​ບໍ່​ດີ ຮຽກ­ຮ້ອງ​ຜົນ​ຕອບ​ແທນ​ທີ່​ບໍ່​ເໝາະ​ສົມ ແລະ ການ​ແກ້​ໄຂ​ບັນ­ຫາ​ຂາດ­ເຂີນ​ຄູ-ອາ­ຈານ​ຢູ່​ຂັ້ນ​ຮາກ​ຖານ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

(ບົດ​ນຳ) ມິດຕະພາບອັນ​ຍິ່ງ​ໃຫ່ຍຄວາມ​ສາມັກ ຄີ​ພິ​ເສດ; ການ​ຮ່ວມ​ມື​ຮອບດ້ານລາວ-​ຫວຽດ ນາມ ຫມັ້ນຄົງຂະຫນົງ​ແກ່​ນຕະຫລອດ​ໄປ

18. Juli 2012 admin Keine Kommentare

Pasaxon – 18-07-2012

(ບົດ​ນຳ) ມິດຕະພາບອັນ​ຍິ່ງ​ໃຫ່ຍຄວາມ​ສາມັກ
ຄີ​ພິ​ເສດ; ການ​ຮ່ວມ​ມື​ຮອບດ້ານລາວ-​ຫວຽດ
ນາມ ຫມັ້ນຄົງຂະຫນົງ​ແກ່​ນຕະຫລອດ​ໄປ

ມື້ນີ້ເປັນມື້ທີ່ມີຄວາມຫມາຍສຳຄັນໃນປະຫວັດສາດການພົວພັນລາວ-ຫວຽດນາມ; ເຊິ່ງຢູ່ນະຄອນຫລວງວຽງຈັນໄດ້ມີພິທີໂຮມຊຸມນຸມໃຫຍ່ຂຶ້ນ ເພື່ອສະເຫລີມ
ສະຫລອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຄົບຮອບ 35 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ
ຄົບຮອບ 50 ປີ. ສອງຊາດລາວ-ຫວຽດນາມ ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ; ປະຊາຊົນລາວ ແລະ ຫວຽດນາມໄດ້ດຳ
ລົງຊີວິດທຳມາຫາກິນບົນຜືນແຜ່ນດິນທີ່ມີສາຍພູແລະແມ່ນ້ຳຕິດຈອດກັນແຕ່ເຫນືອຮອດໃຕ້ຍາວກວ່າສອງພັນກິໂລແມັດ; ສອງປະເທດພວກເຮົາໄດ້ຕົກເປັນເມືອງ
ຂຶ້ນ ແລະ ຕົກຢູ່ໃນຊາຕາກຳແຫ່ງການສູນເສຍສິດເປັນເຈົ້າ ແລະ ຖືກກົດຂີ່ໂດຍອິດທິກຳລັງຈັກກະພັດເປັນເວລາຍາວນານເກືອບສະຕະວັດ. ຄວາມເປັນຈິງທາງປະຫວັດສາດດັ່ງກ່າວນັ້ນເຮັດໃຫ້ຊາດລາວ-ຫວຽດນາມ ໄດ້ຮ່ວມສຳພັນກັນຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ ເພື່ອປົດປ່ອຍຊາດ ແລະ
ທ້ອນໂຮມປະເທດເປັນອັນຫນຶ່ງອັນດຽວ. ເພື່ອອິດສະຫລະພາບແລະສິດເປັນເຈົ້າຂອງຕົນ. ໃນຂະບວນວິວັດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານແລະສຸດແສນລະ
ອິດລະອ້ຽວຂ້ຽວຂາດນັ້ນ, ສອງຊາດລາວ-ຫວຽດນາມໄດ້ອີງຫລັງໃສ່ກັນ, ຊ່ວຍເຫລືອກັນຖານສະຫາຍອ້າຍນ້ອງບົນຈິດໃຈສາກົນອັນຜ່ອງໃສ ແລະຫມົດຈິດຫມົດ
ໃຈ; ໄດ້ມີຄວາມຮັກແພງເຊື່ອຫມັ້ນຊຶ່ງກັນແລະກັນອັນເລິກເຊິ່ງ, ຍອມເສຍສະຫລະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນຳກັນ. ອັນນັ້ນແມ່ນບໍ່ເກີດຂອງຄວາມສາ
ມັກຄີພິເສດ ທີ່ກາຍເປັນປັດໄຈຕັດສິນຜົນສຳເລັດ ແລະໄຊຊະນະຂອງການປະຕິວັດຢູ່ສອງປະເທດຂອງພວກເຮົາ, ຊຶ່ງເປັນຕົວແບບທີ່ຫາຍາກໃນການພົວພັນລະ
ຫວ່າງຊາດຢູ່ໃນໂລກ . ເມື່ອທົບທວນຫວນຄືນປະຫວັດສາດ ແຫ່ງ ການພົວພັນອັນຍາວນານດັ່ງກ່າວນັ້ນ , ພວກເຮົາຍິ່ງຈົດຈຳລ້ຳລຶກ ​ແລະ  ຮູ້ບຸນຄຸນປະທານ
ໂຮ່ຈິມິນ ຜູ້ຍິ່ງໃຫຍ່ , ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກຊຶ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງແຫ່ງການທະນຸຖະ
ຫນອມ, ເພີ່ມພູນຄູນສ້າງມິດຕະພາບ ອັນຍິ່ງໃຫຍ່ ແລະ ການພົວພັນສາມັກຄີພິເສດລະຫວ່າງສອງຊາດລາວ ແລະ ຫວຽດນາມຂອງພວກເຮົາ ຢ່າງສະເຫມີຕົ້ນ
ສະເຫມີປາຍ. ຜ່ານໄລຍະເວລາກວ່າເຄິ່ງສະຕະວັດແຫ່ງການຮ່ວມສຳພັນສູ້ຮົບ ແລະ ສູ້ຮົບມີໄຊນັ້ນ ໄດ້ກໍ່ໃຫ້ເກີດການພົວພັນສາມັກຄີພິເສດລະຫວ່າງສອງຊາດ
ລາວ-ຫວຽດນາມຊຶ່ງໄດ້ເປັນເຫງົ້າພະລັງອັນຍິ່ງໃຫຍ່ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດຢູ່ສອງປະເທດລາວ – ຫວຽດນາມ; ອັນພົ້ນເດັ່ນ ແລະ
ມີຄວາມຫມາຍທາງປະຫວັດສາດນັ້ນແມ່ນໄຊຊະນະໃນລະດູບານໃຫມ່ປີ 1975, ດ້ວຍບັ້ນຮົບໂຮ່ຈິມິນແລະໄຊຊະນະໃນການລຸກຮື້ຂຶ້ນທົ່ວໄປດ້ວຍສາມບາດຄ້ອນ
ຍຸດທະສາດໃນປີ 1975, ຊຶ່ງໄດ້ເຮັດໃຫ້ພາລະກິດທ້ອນໂຮມປະເທດຫວຽດນາມເປັນອັນຫນຶ່ງອັນດຽວໄດ້ບັນລຸຜົນສຳເລັດ; ເຮັດໃຫ້ຕໍ່ສູ້ປົດປ່ອຍຊາດຢູ່ລາວສິ້ນສຸດ
ລົງດ້ວຍການສ້າງຕັ້ງສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ. ປະຊາຊົນລາວບັນດາເຜົ່າມີຄວາມພາກພູມໃຈ ແລະ ທະນົງໃຈທີ່ໄດ້
ປະກອບສ່ວນສຸດຄວາມສາມາດຂອງຕົນເຂົ້າໃນການຮ່ວມສຳພັນສູ້ຮົບແລະສູ້ຮົບມີໄຊລະຫວ່າງສອງປະເທດພວກເຮົາ. ອັນພິເສດທີ່ສຸດໃນນັ້ນແມ່ນການມີເສັ້ນທາງ
ໂຮ່ຈິມິນທີ່ລືຊື່ຢູ່ບົນດິນແດນລາວຍາວຢຽດຕາມສາຍພູຫຼວງເບື້ອງຕາເວັນຕົກ ໄດ້ສ້າງເງື່ອນໄຂອັນສະດວກຫລາຍປະການສຳລັບການເຄື່ອນທັບ, ທັງເປັນບ່ອນເຕົ້າ
ໂຮມກຳລັງແລະອາວຸດຍຸດໂທປະກອນ ເພື່ອບຸກຕີປົດປ່ອຍພາກໃຕ້ຫວຽດນາມ. ພະນັກງານນັກຮົບ ແລະ ປະຊາຊົນລາວທີ່ຢູ່ລຽບຕາມສາຍພູຫລວງເບື້ອງຕາເວັນ
ຕົກ ໄດ້ເຂົ້າຮ່ວມຕີຕ້ານການບຸກທຳລາຍຂອງກຳລັງສັດຕູຢ່າງຕໍ່ເນື່ອງ, ທັງໄດ້ຊ່ວຍລຳລຽງ ແລະ ເບິ່ງແຍງລ້ຽງດູອ້າຍນ້ອງທະຫານຫວຽດນາມໃນສະຖານະການ
ທີ່ຄັບຂັນ ແລະ ໃນຍາມເຈັບເປັນດ້ວຍຄວາມຮັກແພງອັນຈິງໃຈ. ເສັ້ນທາງໂຮ່ຈິມິນລຽບສາຍພູຫລວງເບື້ອງຕາເວັນຕົກໄດ້ເປັນສະຫນາມຮົບທີ່ດຸເດືອດທີ່ນັກຮົບທັງ
ສອງຊາດລາວ-ຫວຽດນາມຮ່ວມສຳພັນກັນສູ້ຮົບບົນຈິດໃຈສາກົນຖານສະຫາຍອ້າຍນ້ອງອັນເດັດດ່ຽວ; ຢາດເຫື່ອ ແລະ ນ້ຳຕາ, ຢາດເລືອດ ແລະ ຊີວິດຂອງພວກ
ເພິ່ນໄດ້ເຈືອຈານເຂົ້າກັນເພື່ອ ໄຊຊະນະໃນການຕໍ່ສູ້ປົດປ່ອຍຊາດຢູ່ລາວແລະພາລະກິດທ້ອນໂຮມປະເທດຫວຽດນາມ. ການເຊັນ “ສົນທິສັນຍາມິດຕະພາບ ແລະ
ການຮ່ວມມື” ທີ່ນະຄອນຫລວງວຽງຈັນໃນວັນທີ 18 ເດືອນ 7 ປີ 1977 ແມ່ນສົນທິສັນຍາມິດຕະພາບ ແລະ ການຮ່ວມມືທີ່ຮັດແຫນ້ການພົວພັນລະຫວ່າງສອງລັດ ທີ່ມີເອກະລາດແລະມີອຳນາດອະທິປະໄຕ; ທັງໄດ້ເປັນພື້ນຖານທາງດ້ານນິຕິໄນໃຫ້ແກ່ການສືບຕໍ່ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ແລະສາຍພົວພັນແບບພິເສດ
ອັນເປັນມູນເຊື້ອລະຫວ່າງສອງຊາດລາວ – ຫວຽດນາມ ໃນເງື່ອນໄຂໃຫມ່. ເຄິ່ງສະຕະວັດແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 35 ປີ ແຫ່ງການເຊັນສົນ
ທິສັນຍາມິດຕະພາບ ແລະ ການຮ່ວມມືແມ່ນໄລຍະເວລາແຫ່ງການທົດສອບຄວາມຫມັ້ນແກ່ນແຫນ້ນຫນຽວຂອງການພົວພັນລະຫວ່າງສອງປະເທດ ; ໃນທ່າມກາງ
ການຜັນແປອັນສະຫລັບສັບຊ້ອນ ຂອງສະພາບແວດລ້ອມພາກພື້ນ ແລະ ສາກົນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບນັ້ນການພົວພັນແບບພິເສດລະ
ຫວ່າງສອງປະເທດລາວ – ຫວຽດນາມ ຍິ່ງສືບຕໍ່ຂະຫຍາຍຕົວອອກທັງທາງກວ້າງ ແລະ ທາງເລິກ, ທັງມີລັກສະນະຄົບຊຸດຮອບດ້ານ ແລະ ມີປະສິດທິຜົນສູງຂຶ້ນ.
ເນື້ອໃນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ; ກົນໄກມີລັກສະນະອຳນວຍ ແລະ ສະດວກຍິ່ງຂຶ້ນ, ຂອບເຂດ – ຂະແຫນງການກໍ່ໄດ້ຮັບການສົ່ງເສີມຢ່າງກວ້າງ
ຂວາງຮອບດ້ານ; ກວມເອົາທັງຂັ້ນສູນກາງ-ທ້ອງຖິ່ນ ແລະ ຫົວຫນ່ວຍການຜະລິດ – ທຸລະກິດ; ມູນຄ່ານັບມື້ນັບຫລາຍ ແລະ ປະສິດທິຜົນກໍ່ນັບມື້ນັບສູງຂຶ້ນ. ການ
ພົວພັນທີ່ມີລັກສະນະພິເສດແລະມີປະສິດທິຜົນດັ່ງກ່າວນັ້ນ ໄດ້ເປັນປັດໄຈຊ່ວຍຫນູນອັນສຳຄັນ ແລະ ສັກສິດຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຢູ່
ສອງປະເທດຂອງພວກເຮົາ. ພິເສດແມ່ນຜົນສຳເລັດອັນສຳຄັນແຫ່ງການປ່ຽນແປງໃຫມ່ ຊຶ່ງໄດ້ສ້າງເຫງົ້າພະລັງແລະຄວາມອາດສາມາດອັນໃຫມ່ໃຫ້ແກ່ການສ້າງປະ
ເທດໄປຕາມທິດຫັນເປັນອຸດສາຫະກຳຫັນເປັນທັນສະໄຫມສູ່ຈຸດຫມາຍສັງຄົມນິຍົມຢ່າງຫນັກແຫນ້ນ. ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າຈະປົກປັກຮັກສາສາຍ
ພົວພັນມິດຕະພາບຄວາມສາມັກຄີພິເສດທີ່ໄດ້ຜ່ານການທົດສອບ ແລະ ເພີ່ມພູນຄູນສ້າງມາດ້ວຍເລືອດເນື້ອເຫື່ອໄຄຂອງບັນດາວິລະຊົນ, ນັກຮົບກໍ່ຄືປະຊາຊົນລາວ
ແລະ ປະຊາຊົນຫວຽດນາມຫລາຍຮຸ່ນຄົນນັ້ນໃຫ້ເປັນສາຍພົວພັນອັນບໍລິສຸດຜ່ອງໃສສືບທອດໄປຮອດເຊັ່ນລູກເຊັ່ນຫລານສົມກັບຄຳເວົ້າຂອງປະທານ ໄກສອນ
ພົມວິຫານ ທີ່ເຄົາລົບຮັກທີ່ວ່າ “ນ້ຳໃຈມິດຕະພາບຖານອ້າຍນ້ອງ ແລະ ຄວາມສາມັກຄີສູ້ຮົບລາວ-ຫວຽດນາມແມ່ນດວງ ມະນີທີ່ປະເສີດ, ແມ່ນມໍລະດົກອັນລ້ຳຄ່າ”​ !.

- ພວກເຮົາຈົ່ງພ້ອມກັນເຮັດໃຫ້ປີ 2012 ນີ້ເປັນປີ ແຫ່ງການເສີມສ້າງແນວຄິດ ແລະ ອາລົມຈິດມິດຕະພາບອັນບໍລິສຸດຜ່ອງໃສໃນທົ່ວພັກ ແລະ ທົ່ວປວງຊົນ
ເຮົາໃຫ້ໄດ້ຢ່າງກວ້າງຂວາງ ແລະ ມີຄວາມຫນັກແຫນ້ນ. ເປັນພື້ນຖານອັນຫມັ້ນຄົງໃຫ້ແກ່ການເສີມຂະຫຍາຍສາຍພົວພັນສາມັກຄີພິເສດສືບຕໍ່ໄປຢ່າງຍາວນານ .

- ພວກເຮົາຈົ່ງພ້ອມກັນເຮັດໃຫ້ປີ 2012 ເປັນຂີດຫມາຍແຫ່ງການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ -
ຫວຽດນາມອ້າຍນ້ອງໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຫລາຍຂຶ້ນຕື່ມອີກ; ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ;ການ
ຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ແລະ ໃນໂລກເພື່ອຄວາມສັນຕິສຸກ ແລະ ຄວາມຈະເລີນວັດທະນາຂອງບັນດາປະຊາຊາດ.

ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ຫມັ້ນຄົງຂະຫນົງແກ່ນຕະຫລອດໄປ.

ພື້ນຖານ​ການ​ຜະລິດ ​ແຂວງ​ອຸດົມ​ໄຊ

17. Juli 2012 admin Keine Kommentare

Pasaxon – 17-07-2012

ພື້ນຖານ​ການ​ຜະລິດ ​ແຂວງ​ອຸດົມ​ໄຊ

ໃນລະຫວ່າງວັນທີ 15 – 16/7/2012 ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມແຂວງອຸດົມໄຊ
ເຊິ່ງມີທ່ານເຈົ້າແຂວງ, ການນຳ ແລະ ຄະນະພັກແຂວງອຸດົມໄຊ ໃຫ້ການຕ້ອນຮັບ ແລະ ນຳພາໄປຢ້ຽມຢາມບັນດາພື້ນຖານການຜະລິດພາຍໃນ
ແຂວງ. ໂອກາດນີ້ທ່ານ ຄຳຫລ້າ ລິ້ງນະສອນ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງໆອຸດົມໄຊກໍ່ໄດ້ລາຍງານໃຫ້ຊາບເຖິງ
ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງໃນ 9 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ ໂດຍສະເພາະ
ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຄັ້ງທີ VII ຂອງແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -
ສັງຄົມຄັ້ງທີ 7ແລະ ການປະຕິບັດ 3 ສ້າງຕາມຄຳສັ່ງ ແລະ ມະຕິຕົກລົງ ເລກທີ 03/ກມສພ ເຊິ່ງທົ່ວແຂວງມີ 474 ບ້ານ, 87 ບ້ານໃຫຍ່, ມີ
48.974 ຄອບຄົວ, ພົນລະເມືອງ 294.396 ຄົນ, ຍິງ 145.640 ຄົນ, ມີອັດຕາການເຕີບໂຕເສດຖະກິດ (GDP) ບັນລຸດ້ 11%, ລວມຍອດຜະ
ລິດຕະພັນພາຍໃນບັນລຸໄດ້ 2.200 ຕື້ກີບ, ຄິດເປັນລາຍໄດ້ສະເລ່ຍ 880 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ປີ 2010 ເພີ່ມຂຶ້ນ229 ໂດລາ, ທຽບໃສ່
ແຜນການປີປະຕິບັດໄດ້ 88% ເກັບລາຍຮັບພາຍໃນເຂົ້າງົບປະມານໄດ້ລື່ນແຜນການ 3% ໃນນັ້ນຫລາຍກວ່າຫມູ່ແມ່ນຂະແຫນງກະສິກຳເພີ່ມຂຶ້ນ
7,69% ກວມ 57,72% ຂອງ GDP. ໃນການໄປເຄື່ອນໄຫວຢ້ຽມຢາມຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ກໍ່ໄດ້ໂອ້ລົມຕໍ່ຄະນະ
ພັກ ແລະ ການນຳແຂວງອຸດົມໄຊ, ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຫມາກຜົນ – ຜົນງານທີ່ອຳນາດການປົກຄອງສາມາດຍາດມາໄດ້ ໂດຍ
ສະເພາະເຮັດໃຫ້ແຂວງມີຄວາມສະຫງົບຫນັກແຫນ້ນຫລາຍວຽກງານມີອັນພົ້ນເດັ່ນຂຶ້ນມາພ້ອມນີ້ກໍ່ໃຫ້ເອົາໃຈໃສ່ຕື່ມບາງບັນຫາໃນນັ້ນກໍ່ໃຫ້ສືບຕໍ່ຜັນ
ຂະຫຍຍມູນເຊື້ອຂອງວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຕີຖອຍທຸກກົນອຸບາຍຂອງກຸ່ມຄົນບໍ່ດີ, ເອົາໃຈໃສ່ຄຸ້ມຄອງແຮງງານຕ່າງປະ
ເທດ, ຄຸ້ມຄອງ ແລະ ກວດກາຄືນການເກັບລາຍຮັບເຂົ້າງົບປະມານ, ໂດຍຕິດພັນກັບການແກ້ໄຂຄວາມທຸກຍາກໃຫ້ເອົາໃຈໃສ່ໃນການຫັນເປັນອຸດ
ສາຫະກຳ ແລະ ທັນສະໄຫມ ໂດຍສະເພາະການກ້າວໄປສູ່ການຜະລິດເປັນສິນຄ້າທີ່ຈະຕ້ອງໄດ້ເບິ່ງຄືນບັນດາທ່າແຮງບົ່ມຊ້ອນທີ່ແທ້ຈິງຂອງ
ແຂວງລວມເຖິງບັນດາໂຄງການການຮ່ວມມືດ້ານກະສິກຳກັບບັນດາປະເທດເພື່ອນມິດຍຸດທະສາດ, ຄວາມຕ້ອງການຂອງຕະຫລາດ ແລະ ຄຸນນະ
ພາບຄວນໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຂວງ, ການຝຶກວິຊາຊີບ – ສີມືແຮງງານຄວນໃຫ້ຖືກກັບສະພາບ ແລະ ຄວາມຕ້ອງການພາຍໃນ
ຂອງເຂດຈຸດສຸມກໍ່ຄືຂອງແຂວງໃນປະຈຸບັນ; ພະຍາຍາມຍາດແຍ່ງການຊ່ວຍເຫລືອເຂົ້າໃສ່ແຕ່ລະຂົງເຂດເພື່ອຊ່ວຍຍົກລະດັບບັນດາພື້ນຖານຕ່າງໆ
ໃຫ້ໄດ້ຮັບການພັດທະນາໂດຍໄວ. ພ້ອມນີ້ທ່ານກໍ່ໄດ້ເນັ້ນຕື່ມບາງບັນຫາສຳຄັນຄື: ການສຸມທຶນຮອນເຂົ້າໃສ່ຈຸດສຸມຂອງແຂວງ – ຂອງເມືອງ, ການ
ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່, ຈັດສັນອາຊີບຄົງທີ່ທີ່ແທດເຫມາະກັບຕົວຈິງ ແລະ ສ້າງເງື່ອນໄຂພື້ນຖານການຜະລິດໃຫ້ແກ່ປະຊາຊົນພ້ອມກັບ
ການຍົກລະດັບເຕັກນິກວິຊາການເຮັດໃຫ້ການພັດທະນາມີຄວາມຍືນຍົງພ້ອມທັງສ້າງບັນດາສາທາລະນຸປະໂພກ – ບໍລິໂພກຕ່າງໆໃຫ້ປະຊາຊົນສາ
ມາດເຂົ້າເຖິງໄດ້ຢ່າງທົ່ວເຖິງ ແລະ ອີກວຽກງານຫນຶ່ງທີ່ສຳຄັນແມ່ນການຈັດຕັ້ງຜັນຂະຫຍາຍເຮັດທົດລອງ 3 ສ້າງຕາມຄຳສັ່ງ ແລະ ມະຕິຕົກລົງ
ເລກທີ 03/ກມສພ ເຊິ່ງທ່ານໄດ້ຊີ້ໃຫ້ເຫັນຄວາມສຳຄັນ, ວິທີການ ແລະ ແນວທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວລວມເຖິງການກຳນົດ
ເມືອງ, ກຳນົດບ້ານໃນການທົດລອງ, ການກຳນົດບັນດາໂຄງການໂດຍອີງໃສ່ຄວາມຈຳເປັນ ແລະ ຄວາມຕ້ອງການຂອງບ້ານທີ່ເຮັດທົດລອງ, ກຳ
ນົດຄືນໃຫມ່ສິ່ງທີ່ບໍ່ເຫມາະສົມໃນທ້ອງຖິ່ນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດພາຍໃນແຂວງກໍ່ຄືທົ່ວປະເທດ.

ໃນໄລຍະເຄື່ອນໄຫວຢ້ຽມຢາມທ່ານຮອງນາຍົກ ແລະ ຄະນະກໍ່ໄດ້ໄປຢ້ຽມຢາມສູນສາທິດ ແລະ ສົ່ງເສີມເຕັກນິກກະສິກຳພາກເຫນືອທີ່ກວມເອົາ 9
ແຂວງພາກເຫນືອ ໂດຍໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ, ຢ້ຽມຢາມໂຮງງານຜະລິດ ແລະ ສວນປູກຫົວດຸກເດື່ອ (ຫມາກນ້ຳມັນ) ຊຶ່ງເປັນ
ໂຄງການຮ່ວມມືລະຫວ່າງແຂວງອຸດົມໄຊ ແລະ ກິ່ງແຂວງສິບສອງພັນນາແຂວງຢູນນານ ສປ ຈີນ ໄລຍະ 10 ປີ (2011-2020) ແລະ ຢ້ຽມຢາມ
ສູນພັດທະນາສີມືແຮງງານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.

ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 3 ຂອງ​ສະພາ ​ແຫ່ງ​ຊາດ ຊຸດ​ທີ VII ​ໄດ້​ອັດ​ລົງ​ຢ່າງ​​ເປັນ​ທາງ​ການ

16. Juli 2012 admin Keine Kommentare

Pasaxon – 16-07-2012

ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 3 ຂອງ​ສະພາ ​ແຫ່ງ​ຊາດ ຊຸດ​ທີ VII ​ໄດ້​ອັດ​ລົງ​ຢ່າງ​​ເປັນ​ທາງ​ການ

ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII, ໄດ້ດຳເນີນມາແຕ່ວັນທີ 20 ມິຖຸນາ ແລະ ໄດ້ອັດລົງຢ່າງເປັນທາງ
ການໃນວັນທີ 13 ກໍລະກົດ 2012 ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານ
ສະພາແຫ່ງຊາດ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານຜູ້ນຳພັກ – ລັດ, ສະມາ
ຊິກສະພາແຫ່ງຊາດ, ຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ,ບັນດາທ່ານນັກປະຕິ
ວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ແຂກຖືກເຊີນ. ກອງປະຊຸມກໍ່ໄດ້ຮັບຟັງ, ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນໃສ່ບົດລາຍງານຂອງ
ພາກລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການປົກປ້ອງກົດຫມາຍ, ບົດລາຍງານຂອງຄະນະປະຈຳ
ສະພາແຫ່ງຊາດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະ
ໄຫມສາມັນເທື່ອທີ 3 ແລະ ທິດທາງວຽກງານແຕ່ກອງປະຊຸມສະໄຫມສາມັນ ເທື່ອທີ 3 ຫາເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII; ພ້ອມກັນ
ນັ້ນກອງປະຊຸມກໍ່ໄດ້ຄົ້ນຄວ້າ, ພິຈາລະນາຮ່າງກົດຫມາຍຈຳນວນ 7 ສະບັບ ແລະ ທາບທາມຮ່າງກົດຫມາຍ 1 ສະບັບ, ພິເສດກອງປະຊຸມຍັງ
ໄດ້ຮັບຟັງບົດປາໄສຂອງສະຫາຍ ຫງວຽນຊິງຮຸງ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມໃນໂອກາດທີ່ສະຫາຍພ້ອມດ້ວຍຄະນະເດີນທາງ
ມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ ສປປ ລາວ. ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ລົງມະ
ຕິຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2011-​2012 ແລະ ແຜນພັດທະນາເສດຖະກິດ-ສັງຄົມ
ສົກປີ 2012 – 2013 ເຊິ່ງຕົ້ນຕໍແມ່ນສູ້ຊົນໃຫ້ອັດຕາເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນສົກປີ 2012 – 2013 ໃນລະດັບ 8,3% ມູນ
ຄ່າຂອງ GDP 80.720 ຕື້ກີບ ໃນນັ້ນມີຂະແຫນງກະສິກຳເພີ່ມຂຶ້ນ 3,3% ກວມເອົາ 25,9%, ຂະແຫນງອຸດສາຫະກຳເພີ່ມຂຶ້ນ 15,5% ກວມ
ເອົາ 31,9%, ຂະແຫນງບໍລິການເພີ່ມຂຶ້ນ 7% ກວມເອົາ 37,3% ແລະ ພາສີຂາເຂົ້າເພີ່ມຂຶ້ນ 4,2% ກວມເອົາ 5,8% ຂອງ GDP, ຮັບຮອງ
ເອົາບົດສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ2011 – 2012 ແລະ ແຜນງົບປະມານແຫ່ງລັດສົກປີ 2012 – 2013 ເຊິ່ງ
ຕົ້ນຕໍຈະສູ້ຊົນປະຕິບັດລາຍຮັບງົບປະມານລວມ 19.571 ຕື້ກີບ ແລະ ລາຍຈ່າຍງົບປະມານ 23.413 ຕື້ກີບ ໃນສົກປີ 2012-2013, ຮັບຮອງ
ເອົາບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2009 ​-​ 2010 ຕາມການສະເຫນີຂອງອົງການກວດສອບແຫ່ງລັດ, ມອບໃຫ້ອົງການກວດສອບແຫ່ງລັດສືບຕໍ່ດຳເນີນການກວດຄືນເພື່ອຊອກຫາສາເຫດຂອງການຜິດດ່ຽງໃນການຍົກຍອດບັນຊີຈຳນວນ 94,83 ຕື້
ກີບ ໃນສົກງົບປະມານ 2009 – 2010 ໃຫ້ຈະແຈ້ງຂຶ້ນຕື່ມແລ້ວລາຍງານຄືນໃຫ້ຄະນະປະຈຳສະພາແຫ່ງຊາດຮັບຊາບໃນເວລາອັນຄວນ, ເຫັນດີ
ເປັນເອກະພາບຕໍ່ບົດລາຍງານຂອງອົງການປົກປ້ອງກົດຫມາຍ ໃນສົກປີ 2011 – 2012 ແລະ ທິດທາງວຽກງານສົກປີ 2012 – 2013 ເຊິ່ງມີ
ວຽກງານຈຸດສຸມເຊັ່ນ: ອົງການໄອຍະການປະຊາຊົນຮີບຮ້ອນກະກຽມຮ່າງນິຕິກຳ ທີ່ກ່ຽວຂ້ອງກັບຂະແຫນງການຕົນເປັນຕົ້ນແມ່ນກົດຫມາຍວ່າດ້ວຍ
ພະນັກງານໄອຍະການ, ສານປະຊາຊົນຕ້ອງສູ້ຊົນແກ້ໄຂຄະດີໃຫ້ສຳເລັດ 90% ພ້ອມທັງຮີບຮ້ອນກະກຽມບັນດານິຕິກຳທີ່ກ່ຽວຂ້ອງກັບການເຄື່ອນ
ໄຫວວຽກງານຂອງຕົນເປັນຕົ້ນແມ່ນລະບຽບຜູ້ພິພາກສາ, ລະບຽບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສານທະຫານ ພ້ອມນີ້ກໍ່ໃຫ້ຮີບ
ຮ້ອນສ້າງຄຳແນະນຳຂອງສານປະຊາຊົນສູງສຸດກ່ຽວກັບການດຳເນີນຄະດີ, ກະຊວງປ້ອງກັນຄວາມສະຫງົບສືບຕໍ່ຫັນກຳລັງຮາກຖານເປັນຕົ້ນແມ່ນ
ຢູ່ ປກສ ບ້ານ ແລະ ກຸ່ມບ້ານ ໂດຍມີການສົມທົບກັບຄະນະພັກຮາກຖານເພື່ອຕິດຕາມກວດກາການເຄື່ອນໄຫວປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ຕຳ
ຫລວດໃຫ້ມີຄວາມຮັດກຸມ, ໂປ່ງໃສ, ຮັບປະກັນຄວາມສະຫງົບ ແລະ ຄວາມປັນລະບຽບຮຽບຮ້ອຍໃນສັງຄົມ, ກະຊວງຍຸຕິທຳສືບຕໍ່ຫັນພະນັກງານ
ລົງສົມທົບຊ່ວຍທ້ອງຖິ່ນທີ່ມີຄວາມຫຍຸ້ງຍາກທາງດ້ານບຸກຄະລາກອນເພື່ອນຳພາຕົວຈິງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານແນໃສ່ຮັບປະກັນ
ໃຫ້ສາມາດບັນລຸຄາດຫມາຍສູ້ຊົນໃຫ້ໄດ້ 60-70% ຂອງຈຳນວນຄຳຕັດສິນຂອງສານ. ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງຄະນະປະຈຳສະ
ພາແຫ່ງຊາດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດແຕ່ກອງປະຊຸມຄັ້ງປະຖົມມະລືກຫາກອງປະຊຸມສະໄຫມສາ
ມັນເທື່ອທີ 3 ແລະ ທິດທາງວຽກງານແຕ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຫາເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII; ສຳລັບທິດທາງການ
ເຄື່ອນໄຫວວຽກງານໃນ 1 ປີຕໍ່ຫນ້າໄດ້ກຳນົດເປັນ 6 ວຽກງານໃຫຍ່ ມີ 17 ແຜນງານຈຸດສຸມ ແລະ ຄາດຫມາຍສູ້ຊົນຈຳນວນຫນຶ່ງ ເຊັ່ນ: ລົງ
ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງໃຫ້ໄດ້ຢ່າງຫນ້ອຍ 480.000 ເທື່ອຄົນ,ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ໄດ້ຫລາຍຂຶ້ນ ແລະ ວ່ອງໄວກວ່າເກົ່າ;
ການສ້າງ ແລະ ປັບປຸງກົດຫມາຍໃຫ້ສຳເລັດຢ່າງຫນ້ອຍ 20 ສະບັບ ຫລື ເທົ່າກັບ 22,22% ຂອງແຜນການ 5 ປີ ຮັບປະກັນຄວາມສອດຄ່ອງ
ກັບທິດ 3 ສ້າງຂອງພັກ; ຍົກສູງຄຸນນະພາບຂອງການພິຈາລະນາຕົກລົງບັນດາບັນຫາສຳຄັນຂອງຊາດ; ເຄື່ອນໄຫວຕ່າງປະເທດ ຢ່າງມີຈຸດສຸມ
ແລະ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດຫມາຍທັງຫມົດ 7 ສະບັບ, ໃນນີ້ມີກົດຫມາຍທີ່ສ້າງໃຫມ່ 2 ສະບັບຄື: ກົດຫມາຍວ່າດ້ວຍ
ການສົ່ງຜູ້ຮ້າຍຂ້າມແດນ ແລະ ກົດຫມາຍວ່າດ້ວຍການສ້າງນິຕິກຳ ແລະ ກົດຫມາຍປັບປຸງຈຳນວນ 5 ສະບັບຄື: ກົດຫມາຍວ່າດ້ວຍການດຳເນີນ
ຄະດີແພ່ງ, ກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ, ກົດຫມາຍວ່າດ້ວຍການກິລາ – ກາຍະກຳ, ກົດຫມາຍວ່າດ້ວຍຊັບສິນຂອງລັດ ແລະ ກົດ
ຫມາຍວ່າດ້ວຍການກວດສອບແຫ່ງລັດ. ກອງປະຊຸມໄດ້ເລືອກຕັ້ງຮັບຮອງປະທານອົງການກວດສອບສູນກາງຜູ້ໃຫມ່ ແລະ ຮັບຮອງເອົາການເລືອກ
ຕັ້ງ ສ.ສ.ຊ ທົດແທນຢູ່ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນຫນຶ່ງທ່ານ.

ໃນໂອກາດນີ້ທ່ານນາງ ປານີ ຢາທໍ່ຕູ້ ກໍ່ໄດ້ຂຶ້ນກ່າວສູນທອນພົດອັດກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ຢ່າງເປັນ
ທາງການ.

ສູນ​ທອນ​ພົດຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ກໍາມະການ​ກົມ​ ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ອັດ​ ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII

16. Juli 2012 admin Keine Kommentare

Pasaxon – 16-07-2012

ສູນ​ທອນ​ພົດຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ກໍາມະການ​ກົມ​
ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ອັດ​
ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ
ຊຸດ​ທີ VII

ຮຽນ: ບັນດາທ່ານຜູ້ນຳພັກ – ລັດທີ່ນັບຖື !.

- ບັນດາທ່ານສະມາຊິກສະພາແຫ່ງຊາດ, ແຂກທີ່ມີກຽດທີ່ນັບຖື ແລະ ຮັກແພງ!.

ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ດຳເນີນມາແຕ່ວັນທີ 20 ມິຖຸນາ ຫາ ວັນທີ 13 ກໍລະກົດ 2012 ນີ້ທີ່ຫໍສະພາ
ແຫ່ງຊາດ ນະຄອນຫລວງວຽງຈັນໄດ້ສຳເລັດແລ້ວບົນຈິດໃຈແຫ່ງການຍົກສູງຄວາມຮັບຜິດຊອບໃນການນຳສະເຫນີ, ຊີ້ແຈງອະທິບາຍເນື້ອໃນຕ່າງໆຈາກບັນດາ
ອົງການລັດທີ່ກ່ຽວຂ້ອງ ແລະ ບົນຈິດໃຈແຫ່ງການຍົກສູງພາລະບົດບາດເປັນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ
ເຜົ່າ, ບັນດາທ່ານສະມາຊິກສະພາແຫ່ງຊາດ ພວກເຮົາໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງຊາດທີ່ໄດ້ນຳ
ມາສະເຫນີຕໍ່ກອງປະຊຸມຄັ້ງນີ້ໄດ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດຫມາຍທີ່ວາງໄວ້.

ບັນດາທ່ານ, ບັນດາສະຫາຍທີ່ນັບຖື ແລະ ຮັກແພງ.

ໃນກອງປະຊຸມຄັ້ງນີ້, ພວກເຮົາໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ສົກປີ 2011-2012, ແຜນງົບ
ປະມານແຫ່ງລັດ 8 ເດືອນຕົ້ນປີ 2011-2012 ແລະ ທິດທາງແຜນການສົກປີ 2012 – 2013. ກອງປະຊຸມສະແດງຄວາມເປັນເອກະພາບຕໍ່ບົດລາຍງານຂອງ
ລັດຖະບານ ແລະ ຊົມເຊີຍລັດຖະບານ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນທີ່ໄດ້ມີຄວາມພະຍາຍາມຊີ້ນຳ – ນຳພາການຈັດຕັ້ງປະຕິບັດບັນດາ
ຄາດໍຫມາຍທີ່ວາງໄວ້ ໃນແຜນການອັນໄດ້ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມດີຂຶ້ນ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,
ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຫນັກແຫນ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບ
ການປົວແປງດີຂຶ້ນ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນທີ່ສັງຄົມ ເປັນຫ່ວງໃນປະຈຸບັນໂດຍສະເພາະແມ່ນການຈັດຕັ້ງຜັນຂະ
ຫຍາຍກົນໄກບໍລິຫານລັດຜ່ານປະຕູດຽວຍັງຊັກຊ້າ ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ການປົກປັກຮັກສາສິ່ງແວດລ້ອມໃນບາງໂຄງການຂຸດຄົ້ນບໍ່ແຮ່,
ການຄຸ້ມຄອງການຂຸດຄົ້ນໄມ້, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ການສວຍໂອກາດສໍ້ລາດບັງຫລວງ, ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງ
ປະຊາຊົນພວມເລັ່ງທວງໃຫ້ພວກເຮົາມີວິທີການແກ້ໄຂອັນຕັ້ງຫນ້າ ແລະ ເຮັດໃຫ້ມີການຫັນປ່ຽນຈະແຈ້ງກ່ວາເກົ່າ. ກອງປະຊຸມສະເຫນີໃຫ້ເອົາໃຈໃສ່ສູ້ຊົນຈັດຕັ້ງ
ປະຕິບັດບັນດາຄາດຫມາຍທາງດ້ານເສດຖະກິດ-ສັງຄົມກໍ່ຄືຄາດໝາຍທາງດ້ານງົບປະມານແຫ່ງລັດໃນທ້າຍປີ 2012 ກໍ່ຄືແຜນການສົກປີ 2012-2013 ໂດຍໃຫ້
ຖືເອົາແຜນດັ່ງກ່າວເປັນແຜນບຸກທະລຸເພື່ອແນໃສ່ຮັບປະກັນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງ, ບັນລຸເປົ້າຫມາຍສະຫັດສະວັດ
ດ້ານການພັດທະນາ, ຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຜົນປະໂຫຍດສູງສຸດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມໄດ້ດີ, ຍົກສູງຊີ
ວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເປັນກ້າວໆ, ເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນບົນພື້ນຖານຮັບປະກັນຄວາມເປັນເອກະ
ລາດແຫ່ງຊາດ , ຄວາມຫມັ້ນຄົງທາງດ້ານການເມືອງຢ່າງຫນັກແໜ້ນ, ສ້າງພື້ນຖານ ແລະ ເງື່ອນໄຂທີ່ຈຳເປັນເພື່ອສືບຕໍ່ນຳເອົາປະເທດຊາດຫລຸດພົ້ນອອກຈາກ
ສະຖານະພາບຂອງປະເທດດ້ອຍພັດທະນາໃນປີ 2020. ກອງປະຊຸມໄດ້ມີມະຕິຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ
ແຫ່ງລັດ ໃນທ້າຍປີ​ 2012 ແລະ ທິດທາງສົກປີ​ 2012-2013 ແລະ ຮັບຮອງເອົາບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2009
-2010 ຕາມການສະເໜີຂອງປະທານອົງການກວດສອບສູນກາງ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍຈຳນວນ 7 ສະບັບ; ໃນນັ້ນກົດ
ຫມາຍໃຫມ່ຈຳນວນ 2 ສະບັບຄື:ກົດຫມາຍວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ,ກົດຫມາຍວ່າດ້ວຍການສ້າງນິຕິກຳ; ປັບປຸງບາງມາດຕາຂອງກົດຫມາຍເກົ່າຈຳນວນ
5 ສະບັບຄື: ກົດຫມາຍວ່າດ້ວຍຊັບສິນຂອງລັດ, ກົດຫມາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ, ກົດຫມາຍວ່າດ້ວຍການ
ກິລາ – ກາຍຍະກຳ ແລະ ກົດຫມາຍວ່າດ້ວຍການກວດສອບແຫ່ງລັດ. ການຮັບຮອງເອົາບັນດາກົດຫມາຍໃນຄັ້ງນີ້ ມີຄວາມຫມາຍສຳຄັນຍິ່ງ, ເປັນການປະກອບ
ສ່ວນເຮັດໃຫ້ກົດຫມາຍຂອງລັດເຮົາເປັນລະບົບຄົບຊຸດຂຶ້ນ, ສາມາດຕອບສະຫນອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການແຫ່ງການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ -
ສັງຄົມກໍ່ຄືການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນໄລຍະໃຫມ່, ສອດຄ່ອງກັບການບູລະນະລັດ ປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດແຫ່ງກົດຫມາຍຂອງ
ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວເພື່ອເຮັດໃຫ້ບັນດາກົດຫມາຍທີ່ໄດ້ຮັບຮອງແລ້ວນັ້ນເຊື່ອມເຂົ້າສູ່ຊີວິດສັງຄົມໄດ້ໄວນັ້ນ, ກອງປະຊຸມ
ສະເຫນີມາຍັງລັດຖະບານ ແລະ ອົງການທີ່ກ່ຽວຂ້ອງເອົາໃຈໃສ່ສ້າງ ແລະ ປະກາດໃຊ້ບັນດານິຕິກຳລຸ່ມກົດຫມາຍເພື່ອຈັດຕັ້ງຜັນຂະຫຍາຍບັນດາກົດຫມາຍທີ່ໄດ້
ຮັບຮອງເອົາ ແລ້ວນັ້ນໃຫ້ເປັນອັນລະອຽດ, ຈະແຈ້ງ ແລະ ມອບໃຫ້ບັນດາກຳມາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງ, ສະມາ
ຊິກສະພາແຫ່ງຊາດສົມທົບກັບກະຊວງອົງການທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ຈັດຕັ້ງການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມບັນດາກົດ
ຫມາຍດັ່ງກ່າວໃຫ້ແກ່ພະນັກງານ, ລັດຖະກອນ, ນາຍ ແລະ ພົນທະຫານຕຳຫລວດ, ບັນດາຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າເພື່ອຮັບຮູ້, ເຊື່ອມຊຶມ ແລະພ້ອມ
ກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ພ້ອມກັນນັ້ນກອງປະຊຸມໄດ້ທາບທາມ ແລະ ປະກອບຄວາມເຫັນໃສ່ຮ່າງກົດຫມາຍວ່າດ້ວຍກະສິກຳ, ກອງປະຊຸມມອບໃຫ້ຄະ
ນະປະຈຳສະພາແຫ່ງຊາດ ຊີ້ນຳກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ກະຊວງອົງການທີ່ກ່ຽວຂ້ອງນຳເອົາຄວາມຄິດເຫັນຂອງຜູ້ແທນກອງປະຊຸມສືບ
ຕໍ່ປັບປຸງຮ່າງກົດຫມາຍດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ສົມບູນເພື່ອນຳສະເຫນີຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງຕໍ່ໄປພິຈາລະນາ. ກອງປະຊຸມສະແດງຄວາມຍ້ອງຍໍ
ຊົມເຊີຍມາຍັງອົງການກວດສອບແຫ່ງລັດທີ່ໄດ້ມີຄວາມເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ປະຕິບັດຫນ້າທີ່ ແລະ ພາລະບົດບາດຂອງຕົນໃນໄລຍະ 5 ປີ ຜ່ານມາຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍການກວດສອບແຫ່ງລັດໄດ້ດີພໍສົມຄວນ, ອັນໄດ້ປະກອບສ່ວນເຮັດໃຫ້ບັນດາຫົວຫນ່ວຍງົບປະມານມີສະຕິຕໍ່ລະບຽບ
ວິໄນການເງິນໃນການຄຸ້ມຄອງ, ການນຳໃຊ້ທຶນຮອນຂອງລັດໄປຕາມລະບຽບກົດຫມາຍ, ມີການປະຢັດ, ມີຄວາມໂປ່ງໃສ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຂົງ
ເຂດການ ເງິນດີຂຶ້ນ. ກອງປະຊຸມສະເຫນີໃຫ້ອົງການກວດສອບແຫ່ງລັດເພີ່ມທະວີການປັບປຸງ ແລະ ສ້າງອົງການກວດສອບແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ ແລະ
ຫນັກແຫນ້ນທາງດ້ານການຈັດຕັ້ງ, ສ້າງບຸກຄະລາກອນທີ່ມີຄຸນທາດການເມືອງຫນັກແຫນ້ນ, ມີຄວາມສາມາດທາງດ້ານວິຊາການ, ຮັບປະກັນເຮັດໃຫ້ວຽກງານກວດ
ສອບມີຄຸນນະພາບ ແລະ ມີປະສິດທິຜົນ, ກອງປະຊຸມໄດ້ເລືອກຕັ້ງເອົາທ່ານ ດຣ. ນາງ ວຽງທອງ ສີພັນດອນ ເປັນປະທານອົງການກວດສອບສູນກາງຜູ້ໃໝ່ຕາມ
ການສະເຫນີຂອງຄະນະປະຈຳສະພາແຫ່ງຊາດ; ກອງປະຊຸມມີຄວາມເຊື່ອຫມັ້ນວ່າປະທານອົງການກວດສອບສູນກາງຜູ້ໃຫມ່ຈະສືບຕໍ່ຊີ້ນຳ – ນຳພາວຽກງານກວດ
ສອບໄປສູ່ຄຸນນະພາບໃຫມ່, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດທາງດ້ານງົບປະມານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງຂຶ້ນ. ໃນກອງ
ປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳກ່ຽວກັບການຈັດຕັ້ງປະຕິບັດວຽກ
ງານຂອງຕົນ ເຊິ່ງເຫັນວ່າຫນຶ່ງປີຜ່ານມາບັນດາອົງການດັ່ງກ່າວໄດ້ຕັ້ງຫນ້າປະຕິບັດໜ້າທີ່, ພາລະບົດບາດຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດ
ຊອບປະກອບສ່ວນເຮັດໃຫ້ການປະຕິບັດລັດຖະທຳມະນູນ ແລະ ກົດຫມາຍນັບມື້ມີຄວາມສັກສິດ, ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ. ກອງປະຊຸມສະເໜີໃຫ້ອົງ
ການປົກປ້ອງກົດຫມາຍສືບຕໍ່ເຊີດຊູສິດຫນ້າທີ່, ບຸກບືນຈັດຕັ້ງຜັນຂະຫຍາຍບັນດາທິດທາງວຽກງານຂອງຕົນໃຫ້ມີຜົນສຳເລັດ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງ
ແນະນຳເລກທີ 03 ຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງແຂວງເປັນຫົວຫນ່ວຍຍຸດທະສາດ, ສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນ
ຫນ່ວຍພັດທະນາຢູ່ໃນຂົງເຂດວຽກງານຂອງຕົນໃນບັນດາເມືອງ ແລະ ບ້ານຈຸດສຸມທົດລອງ ຊຶ່ງຄະນະພັກ, ອຳນາດການປົກຄອງໄດ້ກຳນົດໄວ້ໂດຍສຸມໃສ່ການສ້າງ
ບ້ານປອດຄະດີ, ພ້ອມທັງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ໂດຍສະເພາະແມ່ນສານປະຊາຊົນ ແລະ ໄອຍະການປະຊາຊົນຢູ່ຂັ້ນເມືອງໃຫ້ເຫມາະສົມເພື່ອ
ສ້າງເງື່ອນໄຂອັນຈຳເປັນ, ຄວາມສະດວກໃຫ້ປະຊາຊົນບັນດາເຜົ່າຢູ່ຮາກຖານຊຸມຊົນໄດ້ເຂົ້າເຖິງການບໍລິການດ້ານຍຸຕິທຳຂອງລັດເຮົາ, ພ້ອມດຽວກັນນັ້ນກໍ່ຕ້ອງເອົາ
ໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ, ຈັນຍາບັນໃນອາຊີບໃຫ້ພະນັກງານຂົງເຂດດັ່ງກ່າວໃຫ້ສູງຂຶ້ນຕື່ມເພື່ອນຳເອົາຄວາມຍຸຕິທຳມາສູ່ປະຊາຊົນ, ຫລຸດ
ຜ່ອນຫາງສຽງຂອງສັງຄົມຕໍ່ກັບການຄຸ້ມຄອງ ແລະ ການບໍລິຫານຂອງລັດໃນຂົງເຂດປົກປ້ອງກົດຫມາຍ. ກອງປະຊຸມ ໄດ້ດຳເນີນການຊັກຖາມລັດຖະມົນຕີ 7 ທ່ານ
ແລະ ໄດ້ຮັບຟັງການລາຍງານເພີ່ມເຕີມກ່ຽວກັບວຽກງານຊີ້ນຳ, ບໍລິຫານລັດ ແລະ ນະໂຍບາຍຕົ້ນຕໍຈຳນວນຫນຶ່ງໃນການຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມ
ທ້າຍສົກປີ 2011-2012 ແລະ ສົກປີ 2012-2013 ຊຶ່ງສະເຫນີໂດຍທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ. ກອງປະຊຸມຍັງໄດ້ຊັກຖາມທ່ານປະທານສານປະ
ຊາຊົນສູງສຸດ ແລະ ຫົວຫນ້າອົງການໄອຍະການສູງສຸດກ່ຽວກັບການປະຕິບັດຫນ້າທີ່ຂອງສອງອົງການດັ່ງກ່າວ. ບັນຍາກາດໃນການຊັກຖາມ ແລະ ຊີ້ແຈງອະທິບາຍ
ຂອງບັນດາກະຊວງ, ອົງການທີ່ກ່ຽວຂ້ອງແມ່ນບົນຈິດໃຈສ້າງສັນ ແລະ ກ້າຮັບຈຸດອ່ອນ, ຂໍ້ຄົງຄ້າງໃນຂະແໜງການກໍ່ຄືຄວາມຮັບຜິດຊອບສ່ວນບຸກຄົນຂອງຕົນ,
ພ້ອມທັງສະເຫນີມາດຕະການ ແລະ ວິທີແກ້ໄຂໃນຕໍ່ຫນ້າ. ກອງປະຊຸມຫວັງຢ່າງຍິ່ງວ່າບັນດາທ່ານລັດຖະມົນຕີ, ທ່ານປະທານສານປະຊາຊົນສູງສຸດ ແລະ ຫົວຫນ້າ
ອົງການໄອຍະການປະຊາຊົນສູງສຸດຈະນຳເອົາຂໍ້ສະເຫນີຈາກກອງປະຊຸມກໍ່ຄືຂໍ້ສະເຫນີຜ່ານໂທລະສັບສາຍດ່ວນທີ່ພົວພັນເຖິງການຊີ້ນຳ ແລະ ການຄຸ້ມຄອງຂອງຂະ
ແໜງຕົນໄປພິຈາລະນາ ແລະ ແກ້ໄຂໃຫ້ເປັນຮູບປະທຳ. ກອງປະຊຸມໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນຫນຶ່ງປີຜ່ານມາ ແລະ
ທິດທາງວຽກງານໃນປີຕໍ່ໄປ. ກອງປະຊຸມເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ ແລະ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດສືບຕໍ່ຊີ້ນຳປັບປຸງ, ຍົກສູງຄຸນນະພາບ
ແລະ ປະສິດທິຜົນຂອງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເວົ້າລວມ, ເວົ້າສະເພາະແມ່ນທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະ
ນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ກົງຈັກການຈັດຕັ້ງທີ່ເປັນເສນາທິການໃຫ້ແກ່ຫ້ອງວ່າການສະພາແຫ່ງຊາດຢູ່ສູນກາງ ແລະ ທ້ອງຖິ່ນກໍ່ຄືການບຳ
ລຸງສ້າງ, ຍົກລະດັບໃຫ້ສະມາຊິກສະພາແຫ່ງຊາດ, ພະນັກງານ, ວິຊາການ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ຫນ້າທີ່ຂອງກົງຈັກການຈັດຕັ້ງຂອງສະພາ
ແຫ່ງຊາດໄດ້ດີຂຶ້ນ. ກອງປະຊຸມສະແດງຄວາມຂອບໃຈ ແລະ ຊົມເຊີຍເປັນຢ່າງຍິ່ງຕໍ່ທ່ານປະທານສູນກາງແນວລາວສ້າງຊາດທີ່ໄດ້ຕາງຫນ້າບັນດາອົງການຈັດຕັ້ງມະ
ຫາຊົນກໍ່ຄືບັນດາຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າປະກອບຄວາມເຫັນຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ກໍ່ຄືສະມາຊິກສະພາແຫ່ງຊາດບົນຈິດໃຈ
ສ້າງສັນເພື່ອແນໃສ່ປັບປຸງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຶ່ງເປັນອົງການຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ
ລາວບັນດາດເຜົ່າໃຫ້ນັບມື້ນັບດີຂຶ້ນ. ກອງປະຊຸມໄດ້ຮັບຮອງເອົາການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດ ຈຳນວນ 1 ທ່ານຢູ່ເຂດເລືອກຕັ້ງທີ 12 ແຂວງຄຳ
ມ່ວນຕາມການສະເຫນີ ຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມມອບໃຫ້ຄະນະປະຈຳສະພາແຫ່ງຊາດຊີ້ນຳ, ກະກຽມແຜນການເລືອກຕັ້ງດັ່ງກ່າວໃຫ້ໄດ້ຮັບຜົນ.
ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ສຸດທີ່ເປັນກຽດທີ່ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ໄດ້ຮັບຟັງຄຳປາໄສຂອງສະຫາຍ ຫງວຽນ
ຊິງ ຮຸ່ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສ.ສ ຫວຽດນາມ ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບແຫ່ງ
ການພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຂອງພັກ, ລັດ, ປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດຫວຽດນາມອ້າຍນ້ອງມາ
ສູ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ພວກເຮົາ, ເຊິ່ງເປັນການປຸກລະດົມກຳລັງໃຈອັນໃຫຍ່ຫລວງໃຫ້ແກ່ສະພາແຫ່ງຊາດ, ລັດ
ຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດຫນ້າທີ່ອັນມີກຽດສະຫງ່າຂອງຕົນ ແລະ ທັງເປັນການປະກອບສ່ວນເຮັດໃຫ້ການສະເຫລີມສະຫລອງ
ປີແຫ່ງຄວາມສາມັກຄີ – ມິດຕະພາບລະຫວ່າງລາວ-ຫວຽດນາມ ມີຄວາມຫມາຍອັນເລິກເຊິ່ງ ແລະ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບດັ່ງກ່າວໃຫ້ຈະ
ເລີນງອກງາມ,​ ຍືນຍົງຕະຫລອດໄປ. ເພື່ອຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະ
ການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງໄດ້ພ້ອມກັນຜັນຂະຫຍາຍມະຕິກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຄັ້ງນີ້ເຂົ້າໃນ
ຂົງເຂດວຽກງານ ແລະ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີການຈັດຕັ້ງປະຕິບັດສ້າງບາດກ້າວສີ່ບຸກທະລຸ ໃຫ້ມີຫມາກຜົນຕົວຈິງຫລາຍຂຶ້ນ ແລະ ຜັນຂະ
ຫຍາຍມະຕິເລກທີ 03 ຂອງກົມການເມືອງສູນກາງພັກໃນການເຮັດທົດລອງ: ສ້າງແຂວງເປັນຫົວຫນ່ວຍຍຸດທະສາດ; ສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ
ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາໃຫ້ເປັນຮູບປະທຳ ແລະ ໄດ້ຮັບຜົນດີ.

ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ແຂກທີ່ມີກຽດ!.

ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ຄັ້ງນີ້, ໄດ້ຮັບຜົນສຳເລັດຢ່າງຈົບງາມ.​ ຕາງຫນ້າສະພາແຫ່ງຊາດ, ຂ້າພະເຈົ້າຂໍສະແດງ
ຄວາມຂອບໃຈຢ່າງສູງມາຍັງບັນດາທ່ານການນຳພັກ – ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ບັນດາທ່ານນັກປະຕິວັດອາວຸ
ໂສ, ອະດີດສະມາຊິກສະພາແຫ່ງຊາດ ແລະ ທ່ານແຂກທີ່ມີກຽດທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້. ຂໍຂອບອົກຂອບໃຈຢ່າງສູງມາຍັງກົມການເມືອງສູນກາງພັກ
ທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ໄດ້ຮັບການປະສານສົມທົບຢ່າງດີຈາກລັດຖະບານ, ອົງການສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ,
ອົງການກວດສອບແຫ່ງລັດ ແລະ ອົງການຈັດຕັ້ງແນວລາວສ້າງຊາດ. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ບັນດາກົງຈັກຂອງສະພາແຫ່ງຊາດ, ຄະນະສະມາຊິກ
ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດ,​ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດກໍ່ຄືບັນດາສື່ມວນຊົນ, ກົມກອງບໍລິຫານຮັບໃຊ້ຕ່າງໆ
ທີ່ໄດ້ປະກອບສ່ວນສຳຄັນເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດເປັນຢ່າງດີ. ກອງປະຊຸມຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ,​ ພີ່ນ້ອງຮ່ວມຊາດທຸກຊັ້ນ
ຄົນທັງພາຍໃນ ແລະ ຢູ່ຕ່າງປະເທດຈົ່ງໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີເປັນປຶກແຜ່ນພາຍໃຕ້ການນຳພາຂອງພັກພ້ອມກັນຜ່ານຜ່າຄວາມ
ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຮ່ວມກັບສະພາແຫ່ງຊາດ ແລະ ລັດຖະບານສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນສົກປີ 2012-2013
ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ກອງປະຊຸມຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ ແລະ ພີ່ນ້ອງຮ່ວມຊາດ ຈົ່ງໄດ້ໃຫ້ການຮ່ວມມືກັບສະ
ພາແຫ່ງຊາດ ແລະ ລັດຖະບານພ້ອມກັນເປັນເຈົ້າພາບທີ່ດີເພື່ອຫ້າງຫາກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມເປັນຄູ່ຮ່ວມລັດຖະສະພາອາຊີ – ເອີຣົບ ຄັ້ງທີ 7
ແລະ ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນໃນທ້າຍປີນີ້ໃຫ້ໄດ້ຮັບຜົນສຳເລັດ.

ບັນດາທ່ານ ແລະ ບັນດາສະຫາຍທີ່ນັບຖື ແລະ ຮັກແພງ.

ມື້ນີ້, ພໍດີກົງກັບວັນຄ້າຍວັນເກີດຄົບຮອບ 103 ປີຂອງທ່ານ ປະທານ ສຸພານຸວົງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແລະ
ປະທານສະພາປະຊາຊົນສູງສຸດ ຊຸດທີ I, ຊຶ່ງ​ຊີວິດ ​ແລະ ວິລະ​ກຳ​ຂອງ​ເພິ່ນຍາມ​ໃດ​ກໍ່​ເປັນ​ແວ່ນ​ແຍງ​ອັນໃສ​ແຈ້ງ​ໃຫ້​ແກ່​ຮຸ່ນ​ລູກ​ຮຸ່ນ​ຫລານສືບຕໍ່ເພື່ອ​ຝຶກ​ຝົນ​ຫລໍ່ຫລອມ​
ຕົນເອງ. ວັນ​ທີ 13 ກໍລະ​ກົດ​ເປັນ​ທັງ​ວັນ​ສິ່ງ​ແວດລ້ອມ​ໂລກ ​ແລະ ​ໃນ​ວັນ​ທີ 15 ​ສິງຫາ 2012 ຈະ​ມາ​ເຖິງ​ນີ້ກໍ່​ພໍດີ​ກັບ​ຄົບຮອບ 21 ປີ​ຂອງ​ການປະກາດ​ໃຊ້​ລັດຖະ
ທຳມະນູນສະບັບ​ທຳ​ອິດ​ຂອງ ສປປ ລາວ. ດ້ວຍ​ເຫດ​ນັ້ນ, ກອງ​ປະຊຸມ​ຂໍສະ​ເຫ​ນີມາ​ຍັງ​ທຸກ​ພາກສ່ວນຈົ່ງ​ໄດ້​ຖື​ເອົາ​ເຫດການ​ສຳຄັນ​ດັ່ງກ່າວ​ນີ້ ພ້ອມ​ກັນ​ອອກ​ແຮງ​ແຂ່ງ
ຂັນ​ກັນສ້າງ​ຜົນງານ ແລະ ຈັດຕັ້ງຂະ​ບວນການ​ຕ່າງໆ​ໂດຍ​ສະ​ເພາະ​ການ​ສ້າງ​ຂະ​ບວນການ ຮັກ​ຊາດ​ພັດທະນາ​ໃຫ້​ມີ​ບັນຍາກາດຟົດຟື້ນກວ້າງຂວາງ, ມີ​ຜົນສຳ
​ເລັດຕົວຈິງໃນ​ການຈັດຕັ້ງປະຕິບັດຄາດຫມາຍ​ສ້າງ​ປະ​ເທດ​ຊາດລາວ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ , ປະຊາ​ຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີຄວາມ​ສາມັກຄີ​ປ​ອງ, ປະຊາທິປະ​ໄຕຍຸຕິ​
ທຳ ແລະ ສີວິ​ໄລ. ນະ​ໂອກາດອັນ​ສະຫງ່າລາສີ ​ແລະ ​ເຕັມ​ໄປ​ດ້ວຍຄວາມ​ເບີກບານ​ມ່ວນ​ຊື່ນ​ກັບຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ ເທື່ອ​ທີ 3​ ຂອງສະພາ​
ແຫ່ງ​ຊາດຊຸດ​ທີ VII ນີ້, ຕາງຫນ້າກອງ​ປະຊຸມ, ຂ້າພະ​ເຈົ້າຂໍ​ອວຍພອນ​ໄຊ​ອັນ​ປະ​​ເສີດ​ມາ​ຍັງ​ຜູ້ນຳ​ພັກ-ລັດ, ​ແຂກທີ່​ມີ​ກຽດທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງນີ້, ຕະຫລອດ​
ເຖິງພະນັກງານ, ທະຫານ, ຕຳຫລວດ ແລະ ​ປະຊາຊົນ​ລາວບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ມີສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມສຸກ​ໃນ​ຄອບຄົວ ​ແລະ ປະສົບຜົນສຳ​ເລັດ​
ໃນ​ຫນ້າ​ທີ່​ວຽກ​ງານອັນ​ມີ​ກຽດ​ສະ​ຫງ່າ​ຂອງ​ຕົນ. ນະ​ໂອກາດ​ນີ້, ​ໃນ​ນາມປະທານ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ຂໍ​ປະກາດ​ອັດ​ກອງ​ປະຊຸມສະ​ໄຫມ​ສາມັນ​ເທື່ອ​ທີ 3 ຂອງສະ
ພາ​ແຫ່ງ​ຊາດ ຊຸດ​ທີ VII ຢ່າງ​ເປັນທາງ​ການ​ແຕ່​ເວລາ​ນີ້ເປັນຕົ້ນ​ໄປ. ຂໍ​ຂອບ​ໃຈ.