Vientianemai – 29-03-2013
ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳເທີນ 2 ຕັ້ງຢູ່ເຂດພູພຽງນາກາຍ ແຂວງຄຳມ່ວນ ແລະ ບໍລິຄຳໄຊ ຕົວເຂື່ອນມີຄວາມສູງ 39 ແມັດ ອ່າງເກັບນ້ຳ 450 ກິໂລຕາແມັດ ສາມາດເກັບກັກນ້ຳໄດ້ 3.500 ລ້ານແມັດກ້ອນ ສາຍສົ່ງແຮງສູງ 500 ກິໂລໂວນ ສົ່ງຂາຍໄຟຟ້າໄປຍັງປະເທດໄທ 70% ຂອງກຳລັງການຜະລິດທັງໝົດ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມກໍ່ສ້າງແຕ່ປີ 2005 ແລະ ສຳເລັດການກໍ່ສ້າງ-ເປີດການນຳໃຊ້-ຂາຍໄຟຟ້າຢ່າງເປັນທາງການ ໃນວັນທີ 9 ທັນວາ 2010 ຜ່ານມາ.
ເພື່ອເປັນການສະແດງຄວາມຍ້ອງຍໍ-ຊົມເຊີຍຜົນສຳເລັດໂຄງການ ຕອນເຊົ້າວັນທີ 28 ມີນາ 2013 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ກົມກອງ-ບຸກຄົນ ທີ່ປະກອບສ່ວນເຂົ້າໃນການກໍ່ສ້າງໂຄງການນ້ຳເທີນ 2 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ອົງການຈັດຕັ້ງກ່ຽວຂ້ອງ ທັງສູນກາງ-ທ້ອງຖິ່ນ ໂອກາດດັ່ງກ່າວ ທ່ານ ໄຊປະເສີດ ພົມສຸພາ ຫົວໜ້າກົມທຸລະກິດພະລັງງານລາຍງານໃຫ້ຮູ້ວ່າ: ສຳລັບການຍ້ອງຍໍຄັ້ງນີ້ ມີຫຼຽນໄຊແຮງງານ ຊັ້ນ 1 ຈຳນວນ 9 ກົມກອງ ປະເພດບຸກຄົນ 16 ສະຫາຍ ຊັ້ນ 2 ກົມກອງມີ 11 ກົມກອງ ແລະ 25 ສະຫາຍ ຊັ້ນ 3 ມີ 12 ກົມກອງ ແລະ 67 ສະຫາຍ ຫຼຽນກາແຮງງານ ມີ 26 ກົມກອງ ແລະ 108 ສະຫາຍ ໃບຍ້ອງຍໍລັດຖະບານ ມີ 23 ກົມກອງ ແລະ 172 ສະຫາຍ.
ໂຄງການນ້ຳເທີນ 2 ມີກຳລັງຕິດຕັ້ງ 1.074 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 6.000 ກິໂລວັດໂມງ/ປີ ມີມູນຄ່າການກໍ່ສ້າງທັງໝົດ 1.250 ລ້ານໂດລາສະຫະລັດ ມີລາຍຮັບຈາກການຂາຍໄຟຟ້າທັງພາຍໃນ ແລະ ຕ່າງປະເທດ ປະມານ 280 ລ້ານໂດລາ/ປີ.
Quelle: http://www.daserste.de/information/politik-weltgeschehen/weltspiegel/sendung/ndr/2013/laos-108.html
Video: http://mediathek.daserste.de/sendungen_a-z/329478_weltspiegel/13677626_laos-kambodscha-vietnam-mekong-im-stau-irrsinn
Mekong im Stau – Irrsinn oder Fortschritt?
Bild vergrößern bzw. verkleinern Bildunterschrift: Noch ist der Mekong wild und unreguliert. ]
Der Mekong ist noch ein großer Strom im Naturzustand – wild und unreguliert. Noch – denn es gibt erste Anzeichen dafür, dass sich etwas ändert: Zum Beispiel ein Brückenbau flussabwärts von Luang Prabang in Laos. Hier wird die Infrastruktur für eines der umstrittensten Staudammprojekte Asiens geschaffen: der Xayaburi-Damms. Es ist der erste Staudamm im Hauptstrom des mächtigen Mekongs.
Vientianemai – 07-03-2013
ການສ້າງເຂື່ອນໄຟຟ້າພະລັງງານນ້ຳ ເປັນການເພີ່ມມູນຄ່ານ້ຳ ຖ້າບໍ່ໃຊ້ກໍຈະໄຫຼຖິ້ມລ້າໆ
ສາຍນ້ຳຈະສືບຕໍ່ໄຫຼໄປເລື້ອຍໆ ໂດຍໄຮ້ຄ່າ ຖ້າມະນຸດບໍ່ຮູ້ນຳເອົານ້ຳທີ່ໄຫຼຖີ້ມໄຫຼເສຍແຕ່ລະມື້ ນັ້ນມາດັດປັບ ຫຼື ສ້າງມູນຄ່າ
ເພີ່ມເພື່ອຮັບໃຊ້ຊີວິດການເປັນຢູ່ຂອງມະນຸດໃນຮູບແບບຕ່າງໆ ນີ້ບໍ່ ຕ່າງຫຍັງກັບໂຄງການກໍ່ສ້າງເຂື່ອນນ້ຳຂອງໄຊຍະບູລີ ທີ່ພວມ
ດຳເນີນຢູ່ຢ່າງເຄັ່ງຮ້ອນ ໂດຍນຳ ເອົານ້ຳທີ່ໄຫຼຖີ້ມໄຫຼເສຍໃນແຕ່ລະມື້ມາພັດທະນາເປັນພະລັງງານໄຟຟ້າໃນຮູບແບບຝາຍນ້ຳລົ້ນ
ຊຶ່ງຈະເປັນການເອື້ອອຳນວຍໃຫ້ແກ່ການສະໜອງນ້ຳເຂົ້າໃນວຽກງານຜະລິດກະສິກຳເປັນສິນຄ້າ ສຳລັບປະຊາຊົນທີ່ມີຖິ່ນພູມລຳ
ເນົາລຽບຕາມແຄມຂອງໄດ້ຢ່າງມີປະສິດທິຜົນ ຍິ່ງກວ່ານັ້ນ ໂຄງການກໍ່ສ້າງເຂື່ອນນ້ຳຂອງໄຊຍະບູລີ ທີ່ເປັນຮູບແບບຝາຍນ້ຳລົ້ນ
ນີ້ ຍັງຈະກາຍເປັນອ່າງເພາະພັນປາແບບທຳມະຊາດທີ່ມີການອະນຸລັກຮັກສາ ແລະ ຄຸ້ມຄອງເປັນວັງສະຫງວນແບບຍືນຍົງໄດ້ຕື່ມ
ອີກ.
ຕາມທັດສະນະຫຼາຍຄົນບອກວ່າ: ຄວາມເປັນຈິງໃນໂລກໜ່ວຍນີ້ ການພັດທະນາ ກໍເພື່ອຄວາມ ກ້າວໜ້າ ເພື່ອຄວາມຢູ່ລອດ
ແລະ ເພື່ອຄວາມຢູ່ເຢັນເປັນສຸກຂອງມະນຸດ ຖ້າບໍ່ມີການພັດທະນາ ກໍບໍ່ມີຄວາມກ້າວໜ້າ ແລະ ໃນທີ່ສຸດ ກໍມົດໄປໃນຕົວຂອງມັນ
ເອງ ໄປຕາມການເວລາ ແລະ ກົດເກນຂອງທຳມະຊາດ ຕົວຢ່າງວ່າ: ກ່ອນໜ້ານັ້ນຫຼາຍ 10 ພັນປີຜ່ານມາ ໂລກໜ່ວຍນີ້ມີ
ຄວາມອຸດົມສົມບູນ ເຕັມດ້ວຍຊີວະນາໆທີ່ປະກອບມີສັດແປກປະຫຼາດ ໄດໂນເສົາ ຊຶ່ງໃນທີ່ສຸດກໍຫາຍ ສາບສູນແບບອັດຕະໂນມັດ
ດ້ວຍການປັບໂຕຂອງທຳມະຊາດເອງ ບໍ່ມີໃຜໄປຂ້າ ແລະ ລ່າມາເປັນອາຫານແຕ່ຢ່າງໃດ ສະນັ້ນ ໃນກໍລະນີແມ່ນ້ຳສາຂາຕ່າງໆ
ໃນໂລກໜ່ວຍນີ້ ຖ້າພວກເຮົາບໍ່ເອົາ ມັນມານຳດັດປັບ ແລະ ສ້າງມູນຄ່າເພີ່ມຕາມຄວາມບົ່ມຊ້ອນຂອງທຳມະຊາດນັ້ນມັນກໍບໍ່ໄດ້
ເກີດ ຜົນປະໂຫຍດຫຍັງໃຫ້ກັບມະນຸດ ໝາຍວ່າ ມັນກໍໄຫຼໄປເລື້ອຍໆໂດຍໄຮ້ຄ່າ.
ດ້ວຍເຫດດັ່ງກ່າວ ມີບາງແຫຼ່ງຂ່າວໃນປະເທດທີ່ພວມພັດທະນາ ແລະ ຈະເລີນແລ້ວ ມັກເອົາຈຸດນ້ອຍໆ ແລະ ເອົາເຫດຜົນໂດຍ
ຂາດຫຼັກຖານທີ່ບໍ່ໄດ້ໃກ້ຊິດຕິດແທດກັບຂໍ້ມູນຕົວຈິງນຳມາກ່າວອ້າງເຫດຜົນ ຫຼື ໂຈມຕີແບບໄຮ້ສາລະ ທັງໆທີ່ປະເທດຕົນເອງກໍ
ເຄີຍປະຕິບັດມາຈົນໄດ້ຮັບຜົນສຳເລັດ ແລະ ບໍ່ມີບັນຫາໃດໆໃນອະດີດຫຼາຍ 10 ປີຜ່ານມາ ໂດຍສະເພາະ ໂຄງການກໍ່ສ້າງໂຮງ
ງານໄຟຟ້າຄວາມຮ້ອນ ນີວເຄຼຍ ຖ່ານຫີນ ແລະ ພະລັງງານນ້ຳ ແຕ່ເມື່ອເຫັນປະເທດດ້ອຍພັດທະນາພວມພັດທະນາສິ່ງເຫຼົ່ານັ້ນ
ເປັນໜໍ່ເປັນແໜງຂຶ້ນມາ ໂດຍມີຈຸດປະສົງເພື່ອ ຄວາມຮັ່ງມີຜາສຸກ ແລະ ຄວາມກິນອີ່ມນຸ່ງອຸ່ນຂອງປະຊາຊົນລາວບັນດາເຜົ່າໃນ
ທາງກົງກັນຂ້າມ ປະເທດເຫຼົ່ານັ້ນ ຊ້ຳພັດກ່າວອ້າງ ແລະ ໂຈມຕີດ້ວຍເຫດຜົນຕ່າງໆນາໆ ຕາມທິດສະດີການຕະຫຼາດ ການກະ
ຈາຍອຳນາດໃນດ້ານກຳລັງຊື້ຂາຍ ເປັນການປົກແອກໃນລະບົບການຜູກຂາດແບບ ດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ ບົນພື້ນ
ຖານການແຂ່ງຂັນດ້ານຄຸນນະພາບ ແລະ ລາຄາສົມເຫດສົມຜົນຕໍ່ຜູ້ຊົມໃຊ້ຢ່າງແທ້ຈິງ ອັນນີ້ ໝາຍວ່າຕົນເອງຮັ່ງມີແລ້ວ ຫຼື ເຫັນ
ໝູ່ພວມຈະກ້າວໜ້າ ຊ້ຳພັດສ້າງກົນໄກອັນໜຶ່ງ ເພື່ອຕໍ່ລອງ ຫວັງຜູກຂາດຕະຫຼາດ ສຸດທ້າຍກໍໃຫ້ປະເທດດ້ອຍກວ່າຕົກເປັນທ່າ
ຮັບຝ່າຍດຽວ ຄື: ຕ້ອງບໍລິໂພກຢ່າງດຽວ ບໍ່ມີສິດຜະລິດແຂ່ງຂັນກັບຕົນ ເພາະເປັນການຍາດແຍ່ງສ່ວນແບ່ງຕະຫຼາດ.
ຫວ່າງບໍ່ດົນມານີ້ ກະຊວງພະລັງງານບໍ່ແຮ່ ໄດ້ເປີດເຜີຍວ່າ ບໍລິສັດທີ່ປຶກສາເອກະລາດສາກົນ (Poyry) ແລະ ບໍລິສັດ ຊີເອັນ
ອາຣ ທີ່ມີຊື່ສຽງຈາກປະເທດຝຣັ່ງ ລາຍງານວ່າ: ສປປ ລາວຈະໄດ້ຜົນປະໂຫຍດມະຫາສານໃນທາງກົງ ແລະ ທາງອ້ອມ ຊຶ່ງ
ລາຍໄດ້ສ່ວນໃຫຍ່ຈະຊ່ວຍເຮັດໃຫ້ປະເທດຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກໂດຍພື້ນຖານ.
ບົດລາຍງານຂອງບໍລິສັດທີ່ປຶກສາເອກະລາດສາກົນ (Poyry) ແລະ ບໍລິສັດ ຊີເອັນອາຣ ທີ່ມີຊື່ສຽງຈາກປະເທດຝຣັ່ງ ໂຄງການ
ກໍ່ສ້າງເຂື່ອນໄຊຍະບູລີ ໄດ້ມີການຊີ້ແຈງຂໍ້ມູນເຕັກນິກພື້ນຖານ ແລະ ຂໍ້ມູນທາງດ້ານເສດຖະກິດຂອງໂຄງການເບື້ອງຕົ້ນວ່າ: ໂຄງ
ການກໍ່ສ້າງເຂື່ອນນ້ຳຂອງໄຊຍະບູລີ ແມ່ນໂຄງການໜຶ່ງທີ່ຖືກຮັບຮູ້ ແລະ ຍອມຮັບວ່າ ໄດ້ມາດຕະຖານສາກົນ ແລະ ມີຜົນກະທົບ
ໜ້ອຍທີ່ສຸດ ຈາກຂໍ້ມູນຕົວຈິງ ອະທິບາຍລະອຽດດັ່ງນີ້: ໂຄງການກໍ່ສ້າງເຂື່ອນແຫ່ງນີ້ແມ່ນຕັ້ງຢູ່ເຂດບ້ານຊຸຍ ຫ່າງຈາກເທສະ
ບານເມືອງ ແຂວງໄຊຍະບູລີ ປະມານ 30 ກວ່າກິໂລແມັດ ແລະ ຫ່າງຈາກຕົວເມືອງຫຼວງພະບາງ ປະມານ 100 ກິໂລແມັດ
ຊຶ່ງມີຄວາມສູງສະເລ່ຍຂອງເຂື່ອນ ປະມານ 40 ແມັດ ຄວາມຍາວຂອງເຂື່ອນປະມານ 820 ແມັດ ລວງຍາວທັງໝົດຂອງຊ່ອງ
ທາງເດີນເຮືອ 300 ແມັດ ຄວາມກວ້າງຂອງຊ່ອງທາງເດີນເຮືອ ປະມານ 12 ແມັດ ຄວາມຍາວທັງໝົດ ຂອງທາງລະບາຍນ້ຳ
ນອງ 235 ແມັດ ກຳລັງຕິດຕັ້ງໄຟຟ້າ 1.285 ເມກາວັດ (MW) ຂັ້ນໄດປາ ກວ້າງ 10 ແມັດ ຍາວ 800 ແມັດ ມູນຄ່າຂອງ
ໂຄງການກໍ່ສ້າງເຂື່ອນດັ່ງກ່າວ ແມ່ນປະມານ 3 ຕື້ກວ່າໂດລາສະຫະລັດ ຖ້າສຳເລັດຈະຂາຍໃຫ້ປະເທດເພື່ອນບ້ານ ຫຼື ກຸ່ມປະ
ເທດອາຊຽນ ແລະ ຈຳນວນໜຶ່ງສະໜອງໃຫ້ພາຍໃນ ລາຍຮັບຂອງໂຄງການ 450 ລ້ານໂດລາສະຫະລັດຕໍ່ປີ ໃນນັ້ນ ລາຍຮັບ
ໂດຍກົງທີ່ລັດຖະ ບານລາວຈະໄດ້ຮັບຕະຫຼອດອາຍຸສຳປະທານ 29 ປີ ແມ່ນປະມານ 3 ຕື້ກວ່າໂດລາສະຫະລັດ ໂດຍສະເລ່ຍ
ແລ້ວ ລັດຖະບານຈະໄດ້ຮັບປະມານ 135 ລ້ານຕໍ່ປີ ຊຶ່ງລາຍຮັບຕົ້ນຕໍແມ່ນມາຈາກຄ່າພາກຫຼວງ 3,5%35% ພິເສດ ປີທີ 29
ຈະໄດ້ຮັບເຖິງ 81% ລາຍຮັບໄດ້ຈາກອາກອນລາຍໄດ້ 3%20% ແລະ ໄດ້ຈາກເງິນປັນຜົນຈາກຫຸ້ນ 20% ທາງໂຄງການໄດ້
ຈັດສັນຄ່າຊົດເຊີຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບດ້ານສັງຄົມ ໃນໄລຍະກໍ່ສ້າງທັງໝົດ 40 ກວ່າລ້ານໂດລາສະຫະລັດ ຊຶ່ງແມ່ນມູນຄ່າ
ລວມການຍົກຍ້າຍຈັດສັນທີ່ໂຄງການຕ້ອງໄດ້ຮັບຜິດຊອບ ນອກນັ້ນ ທາງໂຄງການກໍຍັງມີງົບປະມານຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າ
ໃນການຕິດຕາມ ກວດກາຜົນກະທົບຕ່າງໆທາງສັງຄົມ ແລະ ສິ່ງແວດລ້ອມຕໍ່ໄປຕື່ມອີກ ໃນໄລຍະດຳເນີນການຜະລິດ ຊຶ່ງມີມູນ
ຄ່າລວມທັງໝົດ 30 ລ້ານກວ່າໂດລາສະຫະລັດ.
ທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເປີດ ເຜີຍຫວ່າງບໍ່ດົນມານີ້ວ່າ: ໄຟຟ້າ
ນ້ຳຕົກ ເປັນແຫຼ່ງຜະລິດໄຟຟ້າທີ່ສະອາດບໍ່ເປັນພິດຕໍ່ຊັ້ນບັນຍາກາດໂລກ ແລະ ເປັນພະລັງງານທົດແທນທີ່ໃຊ້ໝົດບໍ່ເປັນ ນອກ
ຈາກນີ້ແລ້ວ ໂຄງການໄຟຟ້ານ້ຳຕົກຍັງເປັນວິທີການຜະລິດໄຟຟ້າຊະນິດດຽວທີ່ເອື້ອອຳນວຍໃຫ້ມີແຫຼ່ງນ້ຳ ແລະ ຊ່ວຍຫຼຸດຜ່ອນ
ໄພນ້ຳຖ້ວມ ໂຄງການໄຟຟ້ານ້ຳຕົກ ເປັນການໃຊ້ນ້ຳທີ່ບໍ່ສິ້ນເປືອງນ້ຳ ຄື: ຜະ ລິດໄຟຟ້າແລ້ວຍັງໃຊ້ນ້ຳເຂົ້າໃນວຽກງານຊົນລະປະ
ທານໄດ້ ການພັດທະນາໂຄງການໄຟຟ້ານ້ຳຕົກຍັງມີຄວາມຮັບຜິດຊອບໃຫ້ມີຄວາມຍືນຍົງ ຈະຊ່ວຍໃຫ້ມີເງື່ອນໄຂຊຸກຍູ້ການພັດ
ທະນາເສດຖະກິດສັງຄົມ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ປະກົດຜົນເປັນຈິງໃນ ສປປ ລາວ ຜົນປະໂຫຍດໂດຍກົງຕໍ່ປະຊາຊົນ
ທ້ອງຖິ່ນຈະໄດ້ຮັບຄື: ຈະມີການພັດທະນາພື້ນຖານໂຄງລ່າງທີ່ດີຂຶ້ນ ເຊັ່ນ: ຖະໜົນຫົນທາງ ນ້ຳປະປາ ຊົນລະປະທານ ໄຟຟ້າ
ສ້າງວຽກເຮັດງານທຳ ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ ບໍ່ວ່າ ໃນດ້ານການສຶກສາ ສຸຂະອະນາໄມ ການຄ້າຂາຍ ແລະ
ອື່ນໆ.
ຂະນະທີ່ສື່ມວນຊົນລາວໄດ້ມີໂອກາດລົງພື້ນທີ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ຫວ່າງບໍ່ດົນມານີ້ ພົບວ່າ: ຊີວິດປະຊາຊົນຫຼາຍ
ກວ່າ 300 ຄົນ ທີ່ເຄີຍດຳລົງຊີວິດດ້ວຍຄວາມລຳບາກມາຫຼາຍເຊັ່ນ ຄົນໃນບ້ານຫ້ວຍຊຸຍ ເມືອງ ແລະ ແຂວງໄຊຍະບູລີ ໄດ້ພົ້ນ
ທຸກຢ່າງຂາດໂຕແລ້ວ ພາຍຫຼັງ ໂຄງການໄຊຍະບູລີໄດ້ສະໜັບສະໜູນ ແລະ ຈັດສັນທີ່ຢູ່ອາໄສແຫ່ງໃໝ່ໃນບ້ານນາຕໍໃຫຍ່ ເມືອງ
ໄຊຍະບູລີ ໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາທີ່ດີກວ່າ ສາທາລະນະສຸກ ໄຟຟ້າ ນ້ຳປະປາ ການຜະລິດກະສິກຳເປັນສິນຄ້າ
ແລະ ເສັ້ນທາງທີ່ສະດວກສະບາຍຄົບວົງຈອນ ພ້ອມດຽວກັນນັ້ນ ຍັງໄດ້ສ້າງເຮືອນຢູ່ແຫ່ງໃໝ່ໃຫ້ເຂົາເຈົ້າອີກດ້ວຍ.
ກ່ອນໜ້ານັ້ນຫຼາຍຮ້ອຍປີ ປະຊາຊົນຈຳນວນ 300 ກວ່າຊີວິດໃນບ້ານຫ້ວຍຊຸຍ ເມືອງ ແລະ ແຂວງໄຊຍະບູລີ ໄດ້ປະເຊີນໜ້າ
ກັບຄວາມຫຍຸ້ງຍາກລຳບາກໃນການທຳມາຫາກິນ ແລະ ເດີນທາງໄປມາລະຫວ່າງບ້ານຫາຕົວເມືອງ ອັນເນື່ອງຈາກວ່າບ້ານຂອງ
ຕົນທີ່ອາໄສຢູ່ໃກ້ ກັບແຄມນ້ຳຂອງ ຊຶ່ງຖືກຕັດຂາດຈາກໂລກພາຍນອກ ໂດຍບໍ່ມີເສັ້ນທາງໄປເຖິງບ້ານ ການເດີນທາງສ່ວນ
ໃຫຍ່ແມ່ນເພິ່ງພາອາໄສເຮືອເປັນພາຫະນະ ນອກຈາກນັ້ນ ບັນຫາການບໍລິການໄຟຟ້າ ນ້ຳປະປາ ສາທາລະນະສຸກ ແລະ ການ
ສຶກສາກໍພົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນ ບັນຫາດັ່ງກ່າວນີ້ ຊາວບ້ານສ່ວນໃຫຍ່ໄດ້ໃຫ້ທັດສະນະວ່າ ໃນລະດູຝົນເຂົາ
ເຈົ້າໄດ້ພົບບັນຫາຫຼາຍປະການເລື້ອຍໆ ທີ່ສ້າງຄວາມຫຍຸ້ງຍາກສັບສົນໃນການໃຊ້ຊີວິດ ໂດຍສະເພາະແມ່ນເວລາເຈັບເປັນຂອງ
ຊາວບ້ານ ໄດ້ໃຊ້ເວລາຫຼາຍຊົ່ວໂມງ ເພື່ອນຳສົ່ງຄົນເຈັບໄປໂຮງໝໍເມືອງ ແລະ ບາງຄັ້ງກໍເສຍຊີວິດກາງທາງ ຍ້ອນສະພາບ
ຄວາມຫຍຸ້ງຍາກຂອງການສັນຈອນບໍ່ສະດວກ ນັກຮຽນນັກສຶກສາຫຼາຍຮ້ອຍຄົນໄດ້ພົບບັນຫາການອອກໂຮງຮຽນກາງປີ ຍ້ອນທຽວ
ໄປໂຮງຮຽນລຳບາກ ແລະ ຍັງມີຄວາມສ່ຽງຫຼາຍໃນລະດູຝົນ ບໍ່ສາມາດເຂົ້າເຖິງໄຟຟ້າ ແລະ ນ້ຳປະປາທີ່ສະອາດໄດ້ ສະນັ້ນ
ອາໄສວິທີດັງໄຟເປັນວັດຖຸເຊື້ອໄຟ ເພື່ອປຸງແຕ່ງ ອາຫານ ຫຼື ໃຊ້ຕົ້ມນ້ຳດື່ມ ນ້ຳກິນ ຊຶ່ງບັນຫາທັງໝົດນັ້ນ ໄດ້ກາຍເປັນອຸປະສັກ
ອັນໃຫຍ່ຫຼວງ ຕໍ່ວິຖີຊີວິດຂັ້ນພື້ນຖານທີ່ຄົນເຮົາຄວນຈະມີຄືກັບຄົນອື່ນໆສັງຄົມ.
ທ່ານ ລັງອິນທະວົງ ນາຍບ້ານຫ້ວຍຊຸຍ ໄດ້ເປີດເຜີຍຕໍ່ນັກຂ່າວຫວ່າງບໍ່ດົນມານີ້ ພວກເຮົາຂໍ ສະແດງຄວາມຊົມເຊີຍ ແລະ ເພິ່ງ
ພໍໃຈຢ່າງຫຼວງຫຼາຍ ຕໍ່ຜູ້ນຳພັກ-ລັດ ກໍຄືອຳນາດການປົກ ຄອງແຂວງ ທີ່ໄດ້ອູ້ມຊູຍູ້ໜູນເຮັດໃຫ້ຊີວິດຂອງພວກເຮົາສາມາດເຫັນ
ໂລກພາຍນອກໃໝ່ ຢູ່ ບ້ານນາຕໍໃຫຍ່ ພາຍຫຼັງໂຄງການໄຊຍະບູລີໄດ້ເຂົ້າມາພັດທະນາປະຊາຊົນໃນບ້ານຫ້ວຍຊຸຍ ຈຳນວນ 76
ຫຼັງຄາເຮືອນ 300 ກວ່າຄົນ ໄດ້ຢູ່ເຮືອນຫຼັງໃໝ່ 76 ຫຼັງຄາເຮືອນຢ່າງເປັນເອກະພາບ ໃນເນື້ອທີ່ 600 ຕາແມັດ (20×30
ແມັດ) ໂດຍໄດ້ສ້າງມາດຕະຖານ ແລະ ເງື່ອນໄຂຂອງແຕ່ລະຄອບຄົວທີ່ຖືກຍົກຍ້າຍນັ້ນເອງ ນອກຈາກນັ້ນ ຍັງເຮັດໃຫ້ລູກຫຼານ
ຫຼາຍຄົນ ໄດ້ເຂົ້າຮຽນປົກກະຕິ ໃນໂຮງຮຽນແຫ່ງໃໝ່ອີກດ້ວຍ.
ທ່ານ ເອກ ສົມບູນ ຊາວບ້ານຫ້ວຍຊຸຍ ໄດ້ອະທິບາຍຕື່ມອີກວ່າ: ນອກຈາກປຸກສ້າງເຮືອນ ແລະ ໂຮງຮຽນຫຼັງໃໝ່ໃຫ້ປະຊາຊົນ
ແລ້ວ ໂຄງການໄຊຍະບູລີ ຍັງຈັດສັນທີ່ດິນ ແລະ ປຸກສ້າງວັດໃຫ້ແກ່ຊາວບ້ານ ແລະ ຈັດສັນດິນ ຫຼື ບ່ອນທຳການຜະລິດໃຫ້
ຊາວບ້ານຕື່ມອີກໃຫ້ແຕ່ລະຄອບຄົວ ລະ 0,75 ເຮັກຕາ ພ້ອມນັ້ນ ໂຄງການໄຊຍະບູລີຍັງໄດ້ຝຶກວິຊາຊີບຫັດຖະກຳ ການຜະລິດ
ກະສິກຳ ແລະ ການລ້ຽງສັດເປັນສິນຄ້າໃນຮູບແບບຍືນຍົງດ້ວຍວິທີໃຫ້ແນວພັນ ແລະ ເຕັກນິກລ້ຽງສັດ ປູກພືດ.
ແນວໃດກໍດີ ນັກວິຊາການດ້ານຄວາມໝັ້ນຄົງທາງເຂື່ອນໄຟຟ້າໄຊຍະບູລີ ທີ່ເປັນຝາຍນ້ຳລົ້ນນັ້ນ ຈະກາຍເປັນອ່າງທີ່ເປັນບ່ອນຢູ່
ຂອງສັດນ້ຳນາໆຊະນິດທີ່ມີຄວາມອຸດົມສົມບູນ ກໍ່ໃຫ້ເກີດມີການແຜ່ພັນສັດນ້ຳຫຼາຍຂຶ້ນ ຍ້ອນລະດັບນ້ຳທີ່ເໝາະສົມ ພ້ອມດຽວກັນ
ນັ້ນ ລະດັບນ້ຳທີ່ເພີ່ມຂຶ້ນໃນລະດັບທີ່ເໝາະສົມນີ້ ກາຍເປັນກຳລັງແຮງສຳຄັນ ປະກອບສ່ວນເຂົ້າໃນການຜະລິດກະສິກຳປະຊາຊົນ
ຢ່າງງ່າຍດາຍ ໂດຍບາງບ່ອນບໍ່ຈຳເປັນຈະຕ້ອງໃຊ້ຈັກດູດນ້ຳເຂົ້າໃນເຂດການຜະລິດກະສິກຳກໍໄດ້ ໂດຍລວມແລ້ວການກໍ່ສ້າງ
ເຂື່ອນໄຟຟ້າໄຊຍູລີນີ້ຈະໃຫ້ຜົນປະໂຫຍດ ຫຼາຍດ້ານ.
Vientianemai – 21-02-2013
ລາວອາໂກເທັກ ຜະລິດນ້ຳມັນກາຊວນຊີວະພາບໄດ້ 20.000 ລິດຕໍ່ວັນ
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮ່ວມກັບບໍລິສັດ ລາວອາໂກເທັກ ຈຳກັດ ຈັດພິທີເປີດໂຕຜະລິດ ແລະ ການນຳໃຊ້ນ້ຳມັນກາ
ຊວນຊີວະພາບ B5 ຈາກປາມນ້ຳມັນ ຂຶ້ນວັນທີ 19 ກຸມພາ 2013 ຢູ່ບໍລິສັດ ລາວອາໂກເທັກ ຈຳກັດ ບ້ານໜອງຄັນຄູ ເມືອງນາ
ຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ມີເຈົ້າ
ເມືອງນາຊາຍທອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ອຸດົມ ແກ້ວທະວົງ ຜູ້ອຳນວຍການບໍລິສັດ ລາວອາໂກເທັກ ຈຳກັດ ໄດ້ກ່າວວ່າ: ບໍລິສັດ ລາວອາໂກເທັກ ໄດ້ດຳເນີນກິດຈະ
ການປາມນ້ຳມັນແບບຄົບວົງຈອນ ນັບແຕ່ການກ້າເບ້ຍປູກ ແລະ ແປຮູບຜະລິດຕະພັນ ໂດຍໄດ້ຮ່ວມມືກັບບໍລິສັດ ໂອພີຈີເທັກ ຈຳ
ກັດ ປະເທດໄທ ທີ່ເປັນຜູ້ສຳນານງານດ້ານອຸດສາຫະກຳປາມນ້ຳມັນໃນລະດັບສາກົນ ບໍລິສັດ ລາວອາໂກເທັກ ໄດ້ຄັດເລືອກແນວ
ພັນທີ່ມີຄຸນນະພາບ ແລະ ແທດເໝາະກັບດິນຟ້າອາກາດຂອງລາວເຂົ້າມາກ້າປູກທົດລອງ ແລະ ໄດ້ຮັບຜົນດີຄື ຕົ້ນປາມໄດ້ອອກ
ໝາກໃນປີ 2011 ປັດຈຸບັນບໍລິສັດໄດ້ດຳເນີນການປູກປາມໃນເນື້ອທີ່ຂອງຕົນ ແລະ ຮ່ວມມືກັບບໍລິສັດ ໂຕໂຢຕ້າບໍລິການ ດຳເນີນ
ການປູກໃນຮູບແບບ 2+3 ຮ່ວມກັບປະຊາຊົນຢູ່ເມືອງຊະນະຄາມ ແຂວງວຽງຈັນ ໃນເນື້ອທີ່ຫຼາຍກວ່າ 200 ເຮັກຕາ ນອກນີ້ຍັງ
ໄດ້ສ້າງສວນກ້າເບ້ຍປາມຢູ່ເມືອງຊະນະຄາມ ເພື່ອສະໜອງເບ້ຍ ເປັນສູນການຮຽນຮູ້ໃຫ້ຄຳປຶກສາດ້ານວິຊາການແກ່ຊາວກະສິກອນ
ແລະ ຈະເປັນສູນເກັບຊື້ຜົນຜະລິດໃນອະນາຄົດ.
ເພື່ອຜັນຂະຫຍາຍຍຸດທະສາດດ້ານອຸດສາຫະກຳປາມນ້ຳມັນ ໃນປີ 2012 ບໍລິສັດ ລາວອາໂກເທັກ ໄດ້ຮ່ວມກັບສະຖາບັນສົ່ງເສີມ
ພະລັງງານທົດແທນ ສ້າງໂຄງການສາທິດ ພັດທະນາ ແລະ ນຳໃຊ້ນ້ຳມັນກາຊວນຊີວະພາບຈາກປາມນ້ຳມັນ ປັດຈຸບັນໄດ້ສ້າງຕັ້ງ
ໂຮງງານສຳເລັດ ໂດຍມີກຳລັງການຜະລິດນ້ຳມັນກາຊວນຊີວະພາບທີ່ມີຄຸນນະພາບ (B100) ຈຳນວນ 20.000 ລິດຕໍ່ວັນ ສາ
ມາດນຳໄປປະສົມເປັນນ້ຳມັນກາຊວນຊີວະພາບ B5 ໄດ້ 400.000 ລິດຕໍ່ວັນ ແລະ ມີທ່າອ່ຽງທີ່ຈະຜະລິດເພີ່ມຂຶ້ນເພື່ອປະກອບ
ສ່ວນຍຸດທະສາດ ການໃຊ້ພະລັງງານທົດແທນຂອງລັດຖະບານ ໃນຕໍ່ໜ້າບໍລິສັດມີແຜນຂະຫຍາຍເນື້ອທີ່ປູກປາມໃຫ້ໄດ້ຢ່າງໜ້ອຍ
20.00 ເຮັກຕາ ໃນ 3-5 ປີ ໂດຍເນັ້ນໃຫ້ປະຊາຊົນມີສວນຮ່ວມ ນອກນີ້ຍັງຈະຜະລິດພໍ່-ແມ່ພັນປາມພາຍໃນປະເທດ ເພື່ອໃຫ້ໄດ້
ເບ້ຍປາມທີ່ໃຫຍ່ໄວ ແລະ ໃຫ້ຜົນຜະລິດສູງ ໃນເງື່ອນໄຂດິນຟ້າອາກາດຂອງປະເທດເຮົາ ພ້ອມນີ້ກໍຈະກໍ່ສ້າງໂຮງງານສະກັດນ້ຳ
ມັນປາມ ເພື່ອຮອງຮັບຜົນຜະລິດປາມພາຍໃນປະເທດ ສ້າງໂຮງງານປຸງແຕ່ງທີ່ຕິດພັນກັບນ້ຳມັນປາມ ເຊັ່ນ: ໂຮງງານນ້ຳມັນພືດ
ໂຮງງານຝຸ່ນຊີວະພາບຕື່ມອີກ.
Vientianemai – 01-02-2013
ຂື່ອນໄຟຟ້າໃນລາວໄດ້ມີການຂະຫຍາຍຕົວ
ອຸດສາຫະກຳໄຟຟ້າ ເປັນຂະແໜງບູລິມະສິດຕົ້ນຕໍໜຶ່ງທີ່ຕ້ອງສຸມໃສ່ປະຕິບັດ ເພື່ອໃຫ້ກາຍເປັນປັດໄຈພື້ນຖານອຳນວຍໃຫ້ແກ່ການ
ພັດທະນາຂະແໜງການອື່ນໆ ທັງເປັນແຫຼ່ງຜະລິດພະລັງງານສະໜອງໃຫ້ແກ່ຄວາມຕ້ອງການພາຍໃນ ແລະ ການສົ່ງອອກ ສັງ
ລວມມາຮອດເດືອນກັນຍາ 2012 ທົ່ວປະເທດ ມີເຂື່ອນໄຟຟ້າທີ່ພວມຜະລິດກະແສໄຟຟ້າທີ່ກຳລັງຕິດຕັ້ງ 1 ເມກາວັດ (MW)
ຂຶ້ນໄປ 18 ແຫ່ງ ຄື: ເຂື່ອນນ້ຳດົງ ນ້ຳກໍ ນ້ຳງາຍ ນ້ຳຍອນ ນ້ຳທາ 3 ນ້ຳງື່ມ 1 ນ້ຳເລິກ ນ້ຳມັງ 3 ນ້ຳຊອງ ນ້ຳລີກ 1/2 ນ້ຳ
ງື່ມ 2 ນ້ຳພາວ ເທີນ-ຫີນບູນ ນ້ຳເທີນ 2 ຫ້ວຍເຫາະ ເຊລະບຳ ເຊເສັດ 1 ແລະ ເຊເສັດ 2 ລວມກຳລັງຕິດຕັ້ງ 2.572 MW
ແຕ່ຖ້າລວມທັງໄຟຟ້ານອກລະບົບເຂົ້ານຳ ມີກຳລັງຕິດຕັ້ງ 2.576 MW ທົ່ວປະເທດມີລະບົບສາຍສົ່ງໄຟຟ້າຍາວເກືອບ 40.000
ກິໂລແມັດ.
ໃນບົດສະຫຼຸບການປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ປະຈຳສົກປີ 2011-2012 ຂອງກະຊວງພະລັງງານ ແລະ ບໍ່
ແຮ່ ໄດ້ຊີ້ໃຫ້ເຫັນສະພາບການພັດທະນາແຫຼ່ງກຳເນີດໄຟຟ້າ ຍ້ອນເງື່ອນໄຂ ແລະ ສະຖານະການທີ່ອຳນວຍເພີ່ມຂຶ້ນ ຈາກສະພາບ
ການຢູ່ພາຍໃນ ແລະ ປະເທດອ້ອມຂ້າງ ຈຶ່ງເຮັດໃຫ້ນັກລົງທຶນຈຳນວນຫຼາຍ ໄດ້ຕັດສິນໃຈ ແລະ ສະເໜີເຈດຈຳນົງຂໍລົງທຶນພັດ
ທະນາໂຄງການກໍ່ສ້າງແຫຼ່ງກຳເນີດໄຟຟ້າຢູ່ ສປປ ລາວ ຫຼາຍຂຶ້ນ ຜ່ານການຄົ້ນຄວ້າຂອງລັດຖະບານ ສັງລວມມາຮອດຕົ້ນເດືອນ
ສິງຫາ 2012 ຜ່ານມາ ໄດ້ເຊັນສັນຍາປະເພດຕ່າງໆກັບຜູ້ລົງທຶນຈາກພາຍໃນ ແລະ ຕ່າງປະເທດ 88 ໂຄງການ ຊຶ່ງມີກຳລັງຕິດ
ຕັ້ງລວມ 20.000 ກວ່າເມກາວັດ ທີ່ຈະມີຄວາມສາມາດຜະລິດພະລັງງານໄດ້ບໍ່ໜ້ອຍກວ່າ 100.000 GWh ຕໍ່ປີ ໃນນີ້ໄດ້ເຊັນ
ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ 39 ໂຄງການ ເຊັນສັນຍາພັດທະນາ 28 ໂຄງການ ແລະ ເຊັນ
ສັນຍາສຳປະທານ 13 ໂຄງການ ຊຶ່ງພວມກໍ່ສ້າງ 9 ໂຄງການ.
ສຳລັບໂຄງການທີ່ລັດວິສາຫະກິດໄຟຟ້າລາວລົງທຶນ ແລະ ຄຸ້ມຄອງ ມີ 24 ໂຄງການ ລວມກຳລັງຕິດຕັ້ງ 1.000 ກວ່າເມກາວັດ
ໃນນີ້ ພວມກໍ່ສ້າງ 3 ໂຄງການຄື ໂຄງການກໍ່ສ້າງຢູ່ຫ້ວຍລຳພັນໃຫຍ່ ນ້ຳຄານ 2 ແລະ ນ້ຳສະນາ ໂຄງການທີ່ພວມຜະລິດ ມີ
10 ເຂື່ອນ ຄື: ເຂື່ອນໄຟຟ້ານ້ຳດົງ ເຂື່ອນນ້ຳກໍ ເຂື່ອນນ້ຳງື່ມ 1 ເຂື່ອນນ້ຳເລິກ ເຂື່ອນນ້ຳມັງ 3 ເຂື່ອນນ້ຳຊອງ
ເຂື່ອນໄຟຟ້າເຊລະບຳ ເຂື່ອນເຊເສັດ 1 ແລະ ເຊເສັດ 2 ລວມກຳລັງການຕິດຕັ້ງທັງໝົດເກືອບ 400 ເມກາວັດ.
Pasaxon – 14-01-2013
ເປີດນຳໃຊເຂອນໄຟຟາເທີນຫີນບູນພາກຂະຫຍາຍຢາງເປັນທາງການ
ພິທີເປີດການນຳໃຊ້ເຂື່ອນໄຟຟ້າເທີນຫີນບູນພາກຂະຫຍາຍ ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2013 ທີ່ບໍລິສັດເທີນຫີນບູນ ເມືອງຄູນຄຳ ແຂວງຄຳມ່ວນ
ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳດ້ານເສດຖະກິດ ພ້ອມ
ດ້ວຍການນຳພັກ – ລັດ ແລະ ແຂກທີ່ຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງ
ງານ ແລະ ບໍ່ແຮ່ໄດ້ກ່າວເປີດພິທີດັ່ງກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າເທີນຫີນບູນພາກຂະຫຍາຍແມ່ນໂຄງການພັດທະນາທີ່ສຳຄັນມີປະສິດທິຜົນສູງເປັນລະ
ບົບຕໍ່ເນື່ອງຕິດພັນກັບຜົນສຳເລັດຂອງໂຄງການໄລຍະ 1 ແລະ ການພັດທະນາເຂື່ອນໄຟຟ້າເທີນຫີນບູນພາກຂະຫຍາຍໄລຍະ 2 ສຳລັບກັກເກັບນ້ຳເພື່ອນຳໃຊ້
ເຂົ້າໃນການຜະລິດກະແສໄຟຟ້າໃຫ້ພຽງພໍ. ໂຄງການກໍ່ສ້າງເຂື່ອນໄຟຟ້າດັ່ງກ່າວ ປະກອບດ້ວຍການກໍ່ສ້າງເຂື່ອນໄຟຟ້ານ້ຳຍວງ ແລະ ໂຮງຈັກຂອງເຂື່ອນໄຟຟ້າ
ເທີນຫີນບູນພາກຂະຫຍາຍ ເຊິ່ງລວມມີກຳລັງຕິດຕັ້ງທັງຫມົດ 280 MW ສາມາດຜະລິດໄຟຟ້າໄດ້ 1.750 Gwh ຕໍ່ປີ ເມື່ອລວມເຂື່ອນໄຟຟ້າເທີນຫີນບູນໃນປະ
ຈຸບັນເຂົ້າກັນມີກຳລັງການຜະລິດຕິດຕັ້ງທັງຫມົດ 500 MW ສາມາດຜະລິດໄຟຟ້າໄດ້ປະມານ 3.000 Gwh ຕໍ່ປີສຳລັບການຜະລິດທັງຫມົດຂອງເຂື່ອນໄຟຟ້ານ້ຳ
ຍວງແມ່ນສະຫນອງໄຟຟ້າຢູ່ພາຍໃນປະເທດນອກຈາກນີ້ ກໍ່ໄດ້ກໍ່ສ້າງເຂື່ອນກັນນ້ຳຮົ່ວຊຶມການກໍ່ສ້າງອຸມົງການຕິດຕັ້ງຈັກເບີ 3 ແລະ ການກໍ່ສ້າງລະບົບສາຍສົ່ງ
230 ແລະ 115 KV. ໂຄງການພາກຂະຫຍາຍນີ້ ມີມູນຄ່າກໍ່ສ້າງທັງຫມົດ 720 ລ້ານໂດລາສະຫະລັດ ໂດຍແມ່ນໂຄງການລົງທຶນຮ່ວມໃນນີ້ລັດວິສາຫະກິດໄຟຟ້າ
ລາວຖືຫຸ້ນ 60% ບໍລິສັດ GMS ຖືຫຸ້ນ 20% ແລະ ບໍລິສັດ Statkraf 2 ຖືຫຸ້ນ 20% ໂດຍມີໄລຍະສຳປະທານ 27 ປີນັບແຕ່ປີ 2013 ຫາ 2039 ເຊິ່ງຜົນໄດ້
ຮັບທາງດ້ານການເງິນຂອງພາກລັດໃນຕະຫລອດໄລຍະສຳປະທານຈາກໂຄງການນີ້ ຈະມີປະມານ 1.755 ລ້ານໂດລາສະຫະລັດ ຄຽງຄູ່ກັນນີ້ ໂຄງການດັ່ງກ່າວກໍ່
ໄດ້ລົງທຶນຈຳນວນ 60 ລ້ານໂດລາສະຫະລັດ ເຂົ້າໃສ່ການດຳເນີນວຽກງານປິ່ນອ້ອມ.
Vientianemai – 11-12-2012
ເປີດການນຳໃຊ້ເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 5 ຢ່າງເປັນທາງການ
ພິທີເປີດການນຳໃຊ້ເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 5 ທີ່ມີກຳລັງຕິດຕັ້ງ 120 ເມັກກາວັດ ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 9 ທັນ
ວາ 2012 ທີ່ເຮືອນຈັກເຂື່ອນໄຟຟ້ານ້ຳງື່ມ 5 ເມືອງພູຄູນ ແຂວງຫຼວງພະບາງ ໂດຍມີທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ
ແຫ່ງ ສປປ ລາວ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ບັນດາທ່ານລັດຖະມົນຕີວ່າການ ຊ່ວຍວ່າການ ທ່ານຜຸ້
ອຳນວຍເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 5 ບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳງື່ມ 5 ເປັນໂຄງການລົງທຶນຂອງຕ່າງປະເທດ (ສປ.ຈີນ) ໂດຍຮ່ວມກັບລັດວິສາຫະກິດໄຟຟ້າລາວ
ຮູບແບບກໍ່ສ້າງດຳເນີນງານ ແລະ ມອບໂອນໃຫ້ລັດຖະບານ (BOT) ໂດຍມີໄລຍະສຳປະທານ 25 ປີ (ບໍ່ນັບໄລຍະການກໍ່ສ້າງ) ກະ
ແສໄຟຟ້າທີ່ຜະລິດຈາກໂຄງການ ແມ່ນນຳໃຊ້ພາຍໃນປະເທດ ກໍຄືສົ່ງຂາຍເຂົ້່າໃນລະບົບໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ ເພື່ອ
ຕອບສະໜອງຄວາມຕ້ອງການຂອງສັງຄົມ.
ໂຄງການດັ່ງກ່າວ ແມ່ນຕັ້ງຢູ່ເຂດເມືອງພູຄູນ ແຂວງຫຼວງພະບາງ ຫ່າງຈາກນະຄອນຫຼວງວຽງຈັນ ໄປທາງເລກ 13 ເໜືອ ປະມານ
300 ກິໂລແມັດ ເຊິ່ງຕັ້ງຢູ່ສາຍແມ່ນ້ຳຕິ່ງ ທີ່ມີສາຂາແມ່ນ້ຳຂູດ ແລະ ນ້ຳພັດໄຫຼລົງໃສ່ໂຄງການດັ່ງກ່າວ ເລີ່ມມີການເຊັນບົດທຶກ
ຄວາມເຂົ້າໃຈ ລະຫວ່າງລັດຖະບານ ແລະ ບໍລິສັດ Sinohydro Corporation Ltd ແຕ່ຕົ້ນປີ 2004 ເປັນຕົ້ນມາ ຈາກນັ້ນ ກໍໄດ້ມີ
ການເຊັນສັນຍາພັດທະນາໂຄງການ ໃນຕົ້ນປີ 2006 ປີຕໍ່ໄປໄດ້ມີການເຊັນສັນຍາຮ່ວມທຶນ ແລະ ສຳປະທານລະຫວ່າງລັດວິສາຫະກິດ
ໄຟຟ້າລາວ ແລະ ບໍລິສັດ Sinohydro Corporation Ltd ພ້ອມກັບບໍລິສັດໄຟຟ້ານ້ຳງື່ມ 5 ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງ
ການ ລວມມູນຄ່າຂອງໂຄງການ 1.593 ຕື້ກວ່າກີບ ປະມານ 200 ລ້ານໂດລາສະຫະລັດ ເລີ່ມຕົ້ນກໍ່ສ້າງໂຄງການໃນວັນທີ 1 ມັງ
ກອນ 2008 ມາເຖິງປັດຈຸບັນ ໂຄງການໄດ້ສຳເລັດລົງ.
Pasaxon – 02-11-2012
ຄະນະຜູແທນກຳປູເຈຍຢຽມຢາມ ແລະຖອດຖອນບົດຮຽນໂຄງການໄຊຍະບູລີ
ຄະນະຜູ້ແທນແຫ່ງຣາຊະອານາຈັກກຳປູເຈຍນຳໂດຍທ່ານ ລິມກີນຮໍ (Lim Kean Hor) ລັດຖະມົນຕີວ່າການກະຊວງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມອຸ
ທົກກະສາດທັງເປັນປະທານຄະນະກຳມາທິການແມ່ນ້ຳຂອງກຳປູເຈຍ ໄດ້ເດີນທາງໄປຢ້ຽມຢາມ ແລະ ຖອດຖອນບົດຮຽນໂຄງການເຂື່ອນໄຟຟ້າໄຊຍະບູລີລະຫວ່າງ
ວັນທີ 30/10/2012 – 1/11/2012ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງ ຫລວງພະບາງ, ທ່ານ ນູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່
ພ້ອມດ້ວຍພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນແຂວງຫລວງພະບາງ ແລະ ໄຊຍະບູລີ. ໃນການເດີນທາງຢ້ຽມຢາມໂຄງການໄຊຍະບູລີໃນຄັ້ງນີ້ຄະນະຜູ້ແທນ
ກຳປູເຈຍ ແລະ ການນຳຂອງຝ່າຍລາວໄດ້ເລີ່ມຂີ່ເຮືອລ່ອງຈາກຕົວເມືອງຫລວງພະບາງ ໄປຮອດບ້ານທ່າເດື່ອຊາຍແດນແຂວງຫລວງພະບາງ ແລະ ໄຊຍະບູລີໂດຍ
ໃຊ້ເວລາ 3 ຊົ່ວໂມງຈາກນັ້ນກໍ່ຂີ່ລົດໄປຕື່ມອີກ 1 ຊົ່ວໂມງຈິ່ງໄປຮອດສະຖານທີ່ໂຄງການໄຊຍະບູລີ.ໃນໂອກາດເດີນທາງ, ທ່ານ ກະນຸດເຊຍໂລກີ(Knut Sierotzki) ຜູ້ອຳນວຍການໂຄງການໄຟຟ້າພະລັງນ້ຳຂົງເຂດອາຊີທັງເປັນຜູ້ຕາງຫນ້າຄະນະບໍລິຫານງານຂອງບໍລິສັດພອຍຣີ (Poyry) ກໍ່ໄດ້ອະທິບາຍເຖິງການປັບປຸງການອອກ
ແບບເຂື່ອນໄຊຍະບູລີແມ່ນສົມບູນແບບແລ້ວ, ໂດຍສະເພາະບັນຫາທີ່ຫລາຍຝ່າຍໃຫ້ຄວາມເປັນຫ່ວງຄືທາງຂຶ້ນ – ລົງຂອງປາ ແລະ ການລະບາຍຂີ້ຕົ້ມແມ່ນໄດ້ມີການ
ດັດປັບເປັນທີ່ຮຽບຮ້ອຍແລ້ວ, ສາມາດເວົ້າໄດ້ວ່າປາກໍ່ສາມາດຂຶ້ນ-ລົງຜ່ານເຂື່ອນຢ່າງເປັນປົກກະຕິຕະຫລອດລະດູຝົນ ແລະລະດູແລ້ງ, ສ່ວນຂີ້ຕົມກໍ່ສາມາດລະບາຍ
ອອກໃຫ້ຫມົດໂດຍບໍ່ໃຫ້ ມີການຕົກຄ້າງ. ຜ່ານການຢ້ຽມຢາມໂຄງການຕົວຈິງທ່ານ ລິມກິນຮໍ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ : ພາຍຫລັງໄດ້ຢ້ຽມຢາມໂຄງການ
ເຂື່ອນໄຊຍະບູລີດ້ວຍຕົນເອງ, ຂ້າພະເຈົ້າພ້ອມດ້ວຍຄະນະມີຄວາມເຂົ້າໃຈເຖິງຄວາມພະຍາຍາມຂອງລັດຖະບານລາວໃນການພັດທະນາໂຄງການນີ້ໄປສູ່ຄວາມຍືນຍົງ,
ໂປ່ງໃສ ແລະ ໂຄງການນີ້ຈະກາຍເປັນໂຄງການຫນຶ່ງທີ່ຈະຊ່ວຍໃຫ້ເສດຖະກິດ ສປປ ລາວ ເຂັ້ມແຂງຂຶ້ນໃນອະນາຄົດ. ແນ່ນອນປະເທດກຳປູເຈຍໃນຖານະປະເທດ
ເພື່ອນບ້ານຂອງ ສປປ ລາວ ທຸກການພັດທະນາກໍ່ຕ້ອງມີການສະຫນັບສະຫນູນຊຶ່ງກັນ ແລະ ກັນ ໂດຍສະເພາະແມ່ນໂຄງການທີ່ດີຄືແນວນີ້. ພວກເຮົາພ້ອມແລ້ວຈະ
ຖອດຖອນບົດຮຽນນຳ ສປປ ລາວ ໃນການພັດທະນາເຂື່ອນແບບໂປ່ງໃສຄືແນວນີ້ ເພື່ອກຳປູເຈຍຈະໄດ້ມີແຜນການກໍ່ສ້າງເຂື່ອນໃນຕໍ່ຫນ້າ. ທ່ານ ນູລິນ ສິນບັນດິດ
ໄດ້ໃຫ້ຄຳເຫັນໂອກາດກ່າວຕ້ອນຮັບການຢ້ຽມຢາມຂອງຄະນະຜູ້ແທນກຳປູເຈຍ ໃນງານລ້ຽງຮັບຮອງທີ່ໂຮງແຮມພູວ່າວວ່າ:ໃນການຢ້ຽມຢາມຄັ້ງນີ້ຫລາຍທ່ານກໍ່ໄດ້ຖ່າຍຮູບ
ເອົາທິວທັດທຳມະຊາດອັນສວຍງາມທັງສອງຟາກຝັ່ງແມ່ນ້ຳຂອງທີ່ຫລວງພະບາງ ແລະ ໄຊຍະບູລີ, ລວມທັງສະຖານທີ່ຂອງໂຄງການເຂື່ອນໄຊຍະບູລີ. ຢ່າງໃດກໍ່ຕາມ,
ເຖິງຈະເປັນໄລຍະເວລາສັ້ນແຕ່ກໍ່ເປັນການເດີນທາງມາປະກອບສ່ວນ ແລະ ມາເຂົ້າຮ່ວມໃນການພັດທະນາເຂື່ອນໄຟຟ້າທີ່ໄຊຍະບູລີຂອງພວກເຮົາ, ຖືໂອກາດນີ້ສະແດງ
ຄວາມຂອບໃຈຕໍ່ການເດີນທາງມາຢ້ຽມຢາມ, ຖອດຖອນ ແລະ ແລກປ່ຽນບົດຮຽນຂອງຄະນະຜູ້ແທນກຳປູເຈຍໃນຄັ້ງນີ້ດ້ວຍ. ໃນໄລຍະຢູ່ຢ້ຽມຢາມ ສປປ ລາວ, ຄະນະຜູ້
ແທນກຳປູເຈຍຍັງ ໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວ, ວັດຖຸບູຮານ ແລະ ວັດທະນະທຳຈຳນວນຫນຶ່ງຕື່ມອີກ ທີ່ແຂວງຫລວງພະບາງເປັນຕົ້ນແມ່ນໄປຢ້ຽມຊົມຫໍພິພິທະພັນ
ຫລວງພະບາງ ແລະ ວັດຊຽງທອງ.
Vientianemai – 30-10-2012
ແຫຼ່ງຂ່າວຈາກແຂວງຫຼວງພະບາງ ລາຍງານວ່າ: ເຂື່ອນນ້ຳຄານ 2ເປັນໂຄງການບູລິມະສິດຂອງລັດຖະບານລາວ ໂດຍມີມູນຄ່າກໍ່ສ້າງ 308ລ້ານກວ່າໂດລາສະຫະລັດ ຊຶ່ງເປັນທຶນກູ້ຢືມຈາກທະນາຄານ EXIMBANK ຂອງ ສປ ຈີນ ໃນອັດຕາດອກເບ້ຍ 2%ຕໍ່ປີ ໃນເວລາ 20ປີ ແລະ ເງິນສົມທົບຂອງລັດວິສາຫະກິດໄຟຟ້າລາວ 5%ໂດຍລັດຖະບານ ໄດ້ມອບໃຫ້ລັດວິສາຫະກິດໄຟຟ້າລາວ ເປັນຜູ້ກໍ່ສ້າງ ແລະ ຄຸ້ມຄອງ ເພື່ອຜະລິດກະແສໄຟຟ້າຮັບໃຊ້ພາຍໃນໃຫ້ພຽງພໍ ໂດຍສະເພາະຕອບສະໜອງນະໂຍບາຍຂອງລັດຖະບານ ປະຕິບັດແຜນຍຸດທະສາດການພັດທະນາພະລັງງານໄຟຟ້າ ແຕ່ນີ້ເຖິງປີ 2020ໃຫ້ທົ່ວປະເທດມີໄຟຟ້າໃຊ້ເຖິງ 90%ຂອງຄອບຄົວ ໂຄງການນີ້ ໄດ້ເລີ່ມກໍ່ສ້າງແຕ່ວັນທີ 26ພະຈິກ 2011ເປັນຕົ້ນມາ ແລະ ຈະໃຊ້ເວລາກໍ່ສ້າງ 54ເດືອນ ໂດຍຄາດວ່າຈະສຳເລັດໃນເດືອນກັນຍາ 2015ແນວໃດກໍດີ ເພື່ອເຮັດໃຫ້ການກໍ່ສ້າງສຳເລັດ ຕາມເປົ້າໝາຍທີ່ລັດຖະບານກຳນົດໄວ້ນັ້ນ ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາກໍ່ສ້າງກັບບໍລິສັດ SINOHYDRO CORPORATION ຜູ້ຮັບເໝົາກໍ່ສ້າງໃຫ້ອອກແບບກໍ່ສ້າງ ແລະ ມອບຄືນໃຫ້ໄຟຟ້າລາວຄຸ້ມຄອງ ເຊິ່ງໂຄງການນີ້ ປະກອບມີຈັກ 2ເຄື່ອງໆລະ 65 MW ລວມ 130 MW ແລະ ສາມາດຜະລິດໄຟຟ້າໄດ້ 558ລ້ານກິໂລວັດໂມງຕໍ່ປີ.
ຜູ້ສື່ຂ່າວແຂວງດັ່ງກ່າວ ລາຍງານຕື່ມວ່າ: ມາຮອດວັນທີ 27 ຕຸລານີ້ ໄດ້ສຳເລັດການກໍ່ສ້າງອຸມຸງເວັ້ນສາຍນ້ຳຄານຊົ່ວຄາວ ແລະ ໄຂນຳໃຊ້ຢ່າງເປັນທາງການ ເຊິ່ງຍາວ 522 ແມັດ ກວ້າງ 12 ແມັດ ແລະ ສູງ 14 ແມັດ ໂດຍທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງຫຼວງພະບາງ ທ່ານ ຄຳມະນີ ອິນທິຣາດ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ-ບໍ່ແຮ່ ເຈົ້າເມືອງພູຄູນ ແລະ ເມືອງຊຽງເງິນ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ໂອກາດດັ່ງກ່າວ ຄະນະຜູ້ແທນໄດ້ໄປຢ້ຽມຢາມບ້ານຈັດສັນ ບ້ານຫ້ວຍຊ້າງເຜືອກໃໝ່ ຊຶ່ງປະກອບມີ 100 ກວ່າຄອບຄົວ ແລະ ໄດ້ມອບທຶນພັດທະນາບ້ານ 10 ລ້ານກີບ ແລະ ອຸປະກອນການສຶກສາຈຳນວນໜຶ່ງ ໃຫ້ນັກຮຽນບ້ານດັ່ງກ່າວ.
Quelle: http://www.format.at/articles/1243/934/345016/andritz-mega-auftrag-laos
Andritz freut sich über Mega-Auftrag aus Laos
Der Grazer Anlagenbauer Andritz hat einen bis zu 300 Millionen Euro schweren Auftrag aus Südostasien erhalten.
Die Österreicher liefern die elektromechanische Ausrüstung für ein Wasserkraftwerk in Laos, das Ende 2019 in Betrieb gehen soll, wie das Unternehmen am Donnerstag mitteilte.
Andritz habe sich in einem Bieterverfahren für das Laufkraftwerk gegen Konkurrenten aus Europa und Asien durchgesetzt. Das neue Kraftwerk soll in dem Land Strom für rund eine Million Haushalte liefern. Der Auftragswert für Andritz betrage 250 bis 300 Millionen Euro.