ເຊັນສັນຍາໂຄງການໄຟຟ້ານ້ຳງຽບ 1
Vientianemai – 07-03-2011
ພິທີເຊັນບົດບັນທຶກຄວາມເຂົ້າໃຈລາຄາໄຟຟ້າ ໂຄງການໄຟຟ້ານ້ຳງຽບ 1 ລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ພະລັງງານໄຟຟ້າຄັນໄຊ ຈຳກັດ ກຟຜ ອິນເຕີເນເຊັນແນວ ແມ່ນຢູ່ລະຫວ່າງໄລຍະການດຳເນີນໂຄງການ ລາຄາຕໍ່ໜ່ວຍສຳລັບພະລັງງານ ແລະ ຂໍ້ກຳນົດເງື່ອນໄຂພື້ນຖານຂອງສັນຍາຈັດຊື້ພະລັງງານ (PPA) ບໍລິສັດ Kansai ແລະ EGATInternational ເພື່ອທີ່ຈະສະຫຼຸບສັນຍາ PPA ກັບ ຟຟລ ພາຍໃນ 18 ເດືອນ ຫຼັງເຊັນບົດບັນທຶກຄວາມເຂົ້າໃຈ.
ໂຄງການດັ່ງກ່າວແມ່ນເປັນເຂື່ອນຜະລິດໄຟຟ້າທີ່ມີກຳລັງຕິດຕັ້ງ 290MW ພະລັງງານໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ຈະສົ່ງອອກໃຫ້ປະເທດໄທ ໂຄງການນີ້ ບໍລິສັດ Kansai ຖືຫຸ້ນ 45% ແລະ EGAT International ຖືຫຸ້ນ 30% LHSE ຖືຫຸ້ນ 25% ໂຄງການແມ່ນໄດ້ຖືກວາງແຜນເປັນແບບພື້ນຖານສ້າງດຳເນີນງານການໂອນ ໂດຍບໍລິສັດເອກະຊົນ ມີເປົ້າໝາຍເພື່ອຂາຍໄຟຟ້າໃຫ້ແກ່ EGAT Interational ແລະ ຟຟລ ໄລຍະເວລາ 27 ປີ ພະລັງງານໄຟຟ້າທີ່ຜະລິດໄດ້ ຈະຖືກສົ່ງຜ່ານສາຍສົ່ງ 230 Kv ເຖິງສະຖານີຍ່ອຍນາປົ່ງ ແລະ ສາຍສົ່ງ 115 Kv ຈະຖືກວາງແລວຈາກເຂື່ອນໄຟຟ້າຂອງເຂື່ອນ ແລ່ນຕໍ່ໄປຫາສະຖານີຍ່ອຍປາກຊັນ ເຂື່ອນມີອ່າງເກັບນ້ຳເຖິງ 2.2 ຕື້ແມັດກ້ອນ ແລະ ປະສິດທິພາບແມ່ນ 272 MW ເພື່ອຜະລິດໄຟຟ້າໄດ້ 24 ຊົ່ວໂມງ ກຳນົດກຳລັງຂອງສະຖານີໄຟຟ້າ 18 MW ເຂື່ອນດັ່ງກ່າວນີ້ ຈະເລີ່ມຕົ້ນການກໍ່ສ້າງປີ 2012 ນີ້.
ພິທີໄດ້ຈັດຂຶ້ນວັນທີ 5 ມີນາຜ່ານມາ ຢູ່ທີ່ໂຮງແຮມລາວພລາຊາ ເຊັນໂດຍທ່ານ ສີສະຫວາດ ທິຣາວົງ ອຳນວຍການໃຫຍ່ ຟຟລ ແລະ ທ່ານ ຮີເດຮີໂກະ ຢູກາວາ ຜູ້ບໍລິຫານບໍລິສັດ Kansai ແລະ ທ່ານ ສົມບູນ ອະຣາຢາສະກຸນ ຮອງປະທານບໍລິຫານອາວຸໂສເປັນປະທານຂອງ EGAT International ໂດຍຊ້ອງໜ້າທ່ານ ຄຳມະນີ ອິນທິຣາດ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເປັນສັກຂິພິຍານ.
