Home > Bodenschaetze ບໍ່ແຮ່, Energie > ຮອງນາຍົກ ຊີ້ນຳການຂຸດຄົ້ນໄມ້ຢູ່ແຂວງເຊກອງ ຕ້ອງເຂັ້ມງວດຕາມນະໂຍບາຍຂອງລັດຖະບານ

ຮອງນາຍົກ ຊີ້ນຳການຂຸດຄົ້ນໄມ້ຢູ່ແຂວງເຊກອງ ຕ້ອງເຂັ້ມງວດຕາມນະໂຍບາຍຂອງລັດຖະບານ

Vientianemai – 09-05-2012

ຮອງນາຍົກ ຊີ້ນຳການຂຸດຄົ້ນໄມ້ຢູ່ແຂວງເຊກອງ ຕ້ອງເຂັ້ມງວດຕາມນະໂຍບາຍຂອງລັດຖະບານ

ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ເນັ້ນ​ໃຫ້​ແຂວງ​ເຊ​ກອງ ຖື​ສຳ­ຄັນ​ການ​ຄຸ້ມ​ຄອງ​ຂຸດ​ຄົ້ນ​ໄມ້​ເຂດ​ອ່າງ­ເກັບ­ນ້ຳ​ເຂື່ອນ​ໄຟ­ຟ້າ​ເຊ​ ກອງ 4 ແລະ ເຂດ​ສຳ​ປະ­ທານ​ບໍ່​ຖ່ານ​ຫີນ​ຢູ່​ແຂວງ​ຂອງ​ຕົນ ເພື່ອ​ເຂັ້ມ​ງວດ​ຕໍ່​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ ທີ່​ເນັ້ນ​ໃຫ້­ການ​ຂຸດ​ຄົ້ນ​ໄມ້​ແຕ່​ບ່ອນ​ທີ່​ມີ​ໂຄງ­ການ ເປັນ­ຕົ້ນ​ໂຄງ­ການ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ທະ­ລຸ​ເສັ້ນ­ທາງ​ຂຸດ​ຄົ້ນ​ແຮ່​ທາດ ຊົນ­ລະ­ປະ­ທານ ແລະ ໂຄງ­ການ​ອື່ນໆ​ທີ່​ນຳ​ຜົນ​ປະ­ໂຫຍດ​ມາ­ສູ່​ປະ­ຊາ­ຊົນ​ເທົ່າ​ນັ້ນ.

ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ເນັ້ນ​ໃຫ້​ຄະ­ນະ​ພັກ ອຳ­ນາດ​ການ​ປົກ­ຄອງ​ແຂວງ ແລະ ຂະ­ແໜງ­ການ​ກ່ຽວ­ຂ້ອງ​ຈາກ​ສູນ​ກາງ ແຂວງ ເມືອງ ໃນ​ໂອ­ກາດ​ຢ້ຽມ­ຢາມ​ແຂວງ​ເຊ​ກອງ ໃນ​ວັນ​ທີ 7 ພຶດ­ສະ­ພາ​ນີ້​ວ່າ: ຕ້ອງ​ປະ­ສານ​ງານ​ກັນ​ໃຫ້​ລະ­ອຽດ​ຈະ­ແຈ້ງ ແລ້ວ​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ​ໃຫ້​ສຳ­ເລັດ​ຕາມ​ ກຳ­ນົດ​ເວ­ລາ ພ້ອມໆ​ກັບ​ການ​ສຳ​ຫຼວດ​ຍົກ­ຍ້າຍ​ປະ­ຊາ­ຊົນ 42 ບ້ານ ອອກ​ຈາກ​ເຂດ​ສ່ຽງ​ຕໍ່​ນ້ຳ​ຖ້ວມ​ໃນ​ເຂດ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ເຊ​ ກອງ 4 ເຊິ່ງ​ການ​ຂຸດ​ຄົ້ນ​ໄມ້​ນັ້ນ​ຕ້ອງ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ​ລາວ ທີ່​ອະ­ນຸ­ມັດ​ໃຫ້​ຂຸດ​ຄົ້ນ​ຢູ່​ບ່ອນ​ທີ່​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ ນ້ຳ­ຕົກ ການ​ທະ­ລຸ​ເສັ້ນ­ທາງ​ການ​ຂຸດ​ຄົ້ນ​ແຮ່​ທາດ ການ​ກໍ່­ສ້າງ​ຊົນ­ລະ­ປະ­ທານ ແລະ ໂຄງ­ການ​ອື່ນໆ ທີ່​ນຳ​ຜົນ​ປະ­ໂຫຍດ​ມາ­ສູ່​ປະ­ຊາ­ຊົນ​ເທົ່າ​ນັ້ນ.

ແນວ­ໃດ​ກໍ​ດີ ທ່ານ ລ້ຽງ ຄຳ​ພູນ ຮອງ​ເຈົ້າ­ແຂວງ​ເຊ​ກອງ ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ໂຄງ­ການ​ກ່າວ​ລາຍ​ງານ​ວ່າ: ຫຼັງ​ຄະ­ນະ​ຮັບ­ຜິດ­ຊອບ​ພາກ​ສະ­ໜາມ​ແຂວງ​ຕົນ ໄດ້​ປະ­ສານ​ສົມ­ທົບ​ກັບ​ບໍ­ລິ­ສັດ ກົມ​ປ່າ­ໄມ້ (ກອງ​ສຳ​ຫຼວດ ແລະ ວາງ​ແຜນ​ປ່າ­ໄມ້) ລົງ​ສຳ​ຫຼວດ​ຕັດ​ແລວ ເພື່ອ​ກຳ­ນົດ​ເຂດ​ລະ­ດັບ​ນ້ຳ​ຖ້ວມ 290 ລົງ​ມາ ແລະ ສຳ​ຫຼວດ​ກຳ­ນົດ​ຂອບ​ເຂດ​ຂຸດ​ຄົ້ນ​ໄມ້​ຢູ່​ເຂດ​ສຳ​ປະ­ທານ​ຂຸດ​ຄົ້ນ​ບໍ່​ຖ່ານ​ ຫີນ​ແລ້ວ ບໍ­ລິ­ສັດ​ກໍ​ໄດ້​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ ເຊິ່ງ​ມາ​ຮອດ​ປັດ­ຈຸ­ບັນ ສາ­ມາດ​ຂຸດ​ຄົ້ນ​ຂຶ້ນ​ບັນ­ຊີ ແລະ ຊື້Œຂາຍ​ແລ້ວ 57 ບັນ­ຊີ 12.065 ທ່ອນ ໂດຍ​ມີ​ບໍ​ລິ​ມາດ 25.097.220 ແມັດ​ກ້ອນ ເປັນ​ເງິນ 1.539.340 ກ່ວ​າ​ໂດ​ລາ​ສະ­ຫະ­ລັດ ໃນ​ນີ້​ຢູ່​ເຂດ​ອ່າງ​ເກັບ​ນຳ​ເຂື່ອນ​ໄຟ­ຟ້າ​ເຊ​ກອງ 4 ມີ 35 ບັນ­ຊີ 9.218 ທ່ອນ ບໍ​ລິ​ມາດ 17.973.480 ແມັດ​ກ້ອນ ເປັນ​ເງິນ 1.188.863 ກ່ວ​າ​ໂດ​ລາ​ສະ­ຫະ­ລັດ ແລະ ເຂດ​ສຳ​ປະ­ທານ​ຂຸດ​ຄົ້ນ​ຖ່ານ​ຫີນ 22 ບັນ­ຊີ 2.847 ທ່ອນ ບໍ​ລິ​ມາດ 7.120.740 ແມັດ​ກ້ອນ ເປັນ​ເງິນ 350.477 ກ່ວ​າ​ໂດ​ລາ​ສະ­ຫະ­ລັດ.

  1. Bisher keine Kommentare
  1. Bisher keine Trackbacks