Home > Demokratie ປະຊາທິປະໃຕ, Khao Lao-ຂ່າວລາວ, Laonew, Parlament > ສູນ​ທອນ​ພົດຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ກໍາມະການ​ກົມ​ ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ອັດ​ ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII

ສູນ​ທອນ​ພົດຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ກໍາມະການ​ກົມ​ ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ອັດ​ ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII

Pasaxon – 16-07-2012

ສູນ​ທອນ​ພົດຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ກໍາມະການ​ກົມ​
ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ອັດ​
ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ
ຊຸດ​ທີ VII

ຮຽນ: ບັນດາທ່ານຜູ້ນຳພັກ – ລັດທີ່ນັບຖື !.

- ບັນດາທ່ານສະມາຊິກສະພາແຫ່ງຊາດ, ແຂກທີ່ມີກຽດທີ່ນັບຖື ແລະ ຮັກແພງ!.

ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ດຳເນີນມາແຕ່ວັນທີ 20 ມິຖຸນາ ຫາ ວັນທີ 13 ກໍລະກົດ 2012 ນີ້ທີ່ຫໍສະພາ
ແຫ່ງຊາດ ນະຄອນຫລວງວຽງຈັນໄດ້ສຳເລັດແລ້ວບົນຈິດໃຈແຫ່ງການຍົກສູງຄວາມຮັບຜິດຊອບໃນການນຳສະເຫນີ, ຊີ້ແຈງອະທິບາຍເນື້ອໃນຕ່າງໆຈາກບັນດາ
ອົງການລັດທີ່ກ່ຽວຂ້ອງ ແລະ ບົນຈິດໃຈແຫ່ງການຍົກສູງພາລະບົດບາດເປັນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາ
ເຜົ່າ, ບັນດາທ່ານສະມາຊິກສະພາແຫ່ງຊາດ ພວກເຮົາໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງຊາດທີ່ໄດ້ນຳ
ມາສະເຫນີຕໍ່ກອງປະຊຸມຄັ້ງນີ້ໄດ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດຫມາຍທີ່ວາງໄວ້.

ບັນດາທ່ານ, ບັນດາສະຫາຍທີ່ນັບຖື ແລະ ຮັກແພງ.

ໃນກອງປະຊຸມຄັ້ງນີ້, ພວກເຮົາໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ສົກປີ 2011-2012, ແຜນງົບ
ປະມານແຫ່ງລັດ 8 ເດືອນຕົ້ນປີ 2011-2012 ແລະ ທິດທາງແຜນການສົກປີ 2012 – 2013. ກອງປະຊຸມສະແດງຄວາມເປັນເອກະພາບຕໍ່ບົດລາຍງານຂອງ
ລັດຖະບານ ແລະ ຊົມເຊີຍລັດຖະບານ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນທີ່ໄດ້ມີຄວາມພະຍາຍາມຊີ້ນຳ – ນຳພາການຈັດຕັ້ງປະຕິບັດບັນດາ
ຄາດໍຫມາຍທີ່ວາງໄວ້ ໃນແຜນການອັນໄດ້ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມດີຂຶ້ນ, ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,
ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຫນັກແຫນ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບ
ການປົວແປງດີຂຶ້ນ. ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນທີ່ສັງຄົມ ເປັນຫ່ວງໃນປະຈຸບັນໂດຍສະເພາະແມ່ນການຈັດຕັ້ງຜັນຂະ
ຫຍາຍກົນໄກບໍລິຫານລັດຜ່ານປະຕູດຽວຍັງຊັກຊ້າ ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ການປົກປັກຮັກສາສິ່ງແວດລ້ອມໃນບາງໂຄງການຂຸດຄົ້ນບໍ່ແຮ່,
ການຄຸ້ມຄອງການຂຸດຄົ້ນໄມ້, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ການສວຍໂອກາດສໍ້ລາດບັງຫລວງ, ບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ຊຶ່ງ
ປະຊາຊົນພວມເລັ່ງທວງໃຫ້ພວກເຮົາມີວິທີການແກ້ໄຂອັນຕັ້ງຫນ້າ ແລະ ເຮັດໃຫ້ມີການຫັນປ່ຽນຈະແຈ້ງກ່ວາເກົ່າ. ກອງປະຊຸມສະເຫນີໃຫ້ເອົາໃຈໃສ່ສູ້ຊົນຈັດຕັ້ງ
ປະຕິບັດບັນດາຄາດຫມາຍທາງດ້ານເສດຖະກິດ-ສັງຄົມກໍ່ຄືຄາດໝາຍທາງດ້ານງົບປະມານແຫ່ງລັດໃນທ້າຍປີ 2012 ກໍ່ຄືແຜນການສົກປີ 2012-2013 ໂດຍໃຫ້
ຖືເອົາແຜນດັ່ງກ່າວເປັນແຜນບຸກທະລຸເພື່ອແນໃສ່ຮັບປະກັນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫມັ້ນທ່ຽງ, ບັນລຸເປົ້າຫມາຍສະຫັດສະວັດ
ດ້ານການພັດທະນາ, ຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຜົນປະໂຫຍດສູງສຸດໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມໄດ້ດີ, ຍົກສູງຊີ
ວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເປັນກ້າວໆ, ເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນບົນພື້ນຖານຮັບປະກັນຄວາມເປັນເອກະ
ລາດແຫ່ງຊາດ , ຄວາມຫມັ້ນຄົງທາງດ້ານການເມືອງຢ່າງຫນັກແໜ້ນ, ສ້າງພື້ນຖານ ແລະ ເງື່ອນໄຂທີ່ຈຳເປັນເພື່ອສືບຕໍ່ນຳເອົາປະເທດຊາດຫລຸດພົ້ນອອກຈາກ
ສະຖານະພາບຂອງປະເທດດ້ອຍພັດທະນາໃນປີ 2020. ກອງປະຊຸມໄດ້ມີມະຕິຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານ
ແຫ່ງລັດ ໃນທ້າຍປີ​ 2012 ແລະ ທິດທາງສົກປີ​ 2012-2013 ແລະ ຮັບຮອງເອົາບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2009
-2010 ຕາມການສະເໜີຂອງປະທານອົງການກວດສອບສູນກາງ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍຈຳນວນ 7 ສະບັບ; ໃນນັ້ນກົດ
ຫມາຍໃຫມ່ຈຳນວນ 2 ສະບັບຄື:ກົດຫມາຍວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ,ກົດຫມາຍວ່າດ້ວຍການສ້າງນິຕິກຳ; ປັບປຸງບາງມາດຕາຂອງກົດຫມາຍເກົ່າຈຳນວນ
5 ສະບັບຄື: ກົດຫມາຍວ່າດ້ວຍຊັບສິນຂອງລັດ, ກົດຫມາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ, ກົດຫມາຍວ່າດ້ວຍການ
ກິລາ – ກາຍຍະກຳ ແລະ ກົດຫມາຍວ່າດ້ວຍການກວດສອບແຫ່ງລັດ. ການຮັບຮອງເອົາບັນດາກົດຫມາຍໃນຄັ້ງນີ້ ມີຄວາມຫມາຍສຳຄັນຍິ່ງ, ເປັນການປະກອບ
ສ່ວນເຮັດໃຫ້ກົດຫມາຍຂອງລັດເຮົາເປັນລະບົບຄົບຊຸດຂຶ້ນ, ສາມາດຕອບສະຫນອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການແຫ່ງການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ -
ສັງຄົມກໍ່ຄືການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນໄລຍະໃຫມ່, ສອດຄ່ອງກັບການບູລະນະລັດ ປະຊາທິປະໄຕ ປະຊາຊົນ ໃຫ້ເປັນລັດແຫ່ງກົດຫມາຍຂອງ
ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວເພື່ອເຮັດໃຫ້ບັນດາກົດຫມາຍທີ່ໄດ້ຮັບຮອງແລ້ວນັ້ນເຊື່ອມເຂົ້າສູ່ຊີວິດສັງຄົມໄດ້ໄວນັ້ນ, ກອງປະຊຸມ
ສະເຫນີມາຍັງລັດຖະບານ ແລະ ອົງການທີ່ກ່ຽວຂ້ອງເອົາໃຈໃສ່ສ້າງ ແລະ ປະກາດໃຊ້ບັນດານິຕິກຳລຸ່ມກົດຫມາຍເພື່ອຈັດຕັ້ງຜັນຂະຫຍາຍບັນດາກົດຫມາຍທີ່ໄດ້
ຮັບຮອງເອົາ ແລ້ວນັ້ນໃຫ້ເປັນອັນລະອຽດ, ຈະແຈ້ງ ແລະ ມອບໃຫ້ບັນດາກຳມາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງ, ສະມາ
ຊິກສະພາແຫ່ງຊາດສົມທົບກັບກະຊວງອົງການທີ່ກ່ຽວຂ້ອງ, ອຳນາດການປົກຄອງທ້ອງຖິ່ນເອົາໃຈໃສ່ຈັດຕັ້ງການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມບັນດາກົດ
ຫມາຍດັ່ງກ່າວໃຫ້ແກ່ພະນັກງານ, ລັດຖະກອນ, ນາຍ ແລະ ພົນທະຫານຕຳຫລວດ, ບັນດາຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າເພື່ອຮັບຮູ້, ເຊື່ອມຊຶມ ແລະພ້ອມ
ກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ພ້ອມກັນນັ້ນກອງປະຊຸມໄດ້ທາບທາມ ແລະ ປະກອບຄວາມເຫັນໃສ່ຮ່າງກົດຫມາຍວ່າດ້ວຍກະສິກຳ, ກອງປະຊຸມມອບໃຫ້ຄະ
ນະປະຈຳສະພາແຫ່ງຊາດ ຊີ້ນຳກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ກະຊວງອົງການທີ່ກ່ຽວຂ້ອງນຳເອົາຄວາມຄິດເຫັນຂອງຜູ້ແທນກອງປະຊຸມສືບ
ຕໍ່ປັບປຸງຮ່າງກົດຫມາຍດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ສົມບູນເພື່ອນຳສະເຫນີຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງຕໍ່ໄປພິຈາລະນາ. ກອງປະຊຸມສະແດງຄວາມຍ້ອງຍໍ
ຊົມເຊີຍມາຍັງອົງການກວດສອບແຫ່ງລັດທີ່ໄດ້ມີຄວາມເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ປະຕິບັດຫນ້າທີ່ ແລະ ພາລະບົດບາດຂອງຕົນໃນໄລຍະ 5 ປີ ຜ່ານມາຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍການກວດສອບແຫ່ງລັດໄດ້ດີພໍສົມຄວນ, ອັນໄດ້ປະກອບສ່ວນເຮັດໃຫ້ບັນດາຫົວຫນ່ວຍງົບປະມານມີສະຕິຕໍ່ລະບຽບ
ວິໄນການເງິນໃນການຄຸ້ມຄອງ, ການນຳໃຊ້ທຶນຮອນຂອງລັດໄປຕາມລະບຽບກົດຫມາຍ, ມີການປະຢັດ, ມີຄວາມໂປ່ງໃສ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຂົງ
ເຂດການ ເງິນດີຂຶ້ນ. ກອງປະຊຸມສະເຫນີໃຫ້ອົງການກວດສອບແຫ່ງລັດເພີ່ມທະວີການປັບປຸງ ແລະ ສ້າງອົງການກວດສອບແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ ແລະ
ຫນັກແຫນ້ນທາງດ້ານການຈັດຕັ້ງ, ສ້າງບຸກຄະລາກອນທີ່ມີຄຸນທາດການເມືອງຫນັກແຫນ້ນ, ມີຄວາມສາມາດທາງດ້ານວິຊາການ, ຮັບປະກັນເຮັດໃຫ້ວຽກງານກວດ
ສອບມີຄຸນນະພາບ ແລະ ມີປະສິດທິຜົນ, ກອງປະຊຸມໄດ້ເລືອກຕັ້ງເອົາທ່ານ ດຣ. ນາງ ວຽງທອງ ສີພັນດອນ ເປັນປະທານອົງການກວດສອບສູນກາງຜູ້ໃໝ່ຕາມ
ການສະເຫນີຂອງຄະນະປະຈຳສະພາແຫ່ງຊາດ; ກອງປະຊຸມມີຄວາມເຊື່ອຫມັ້ນວ່າປະທານອົງການກວດສອບສູນກາງຜູ້ໃຫມ່ຈະສືບຕໍ່ຊີ້ນຳ – ນຳພາວຽກງານກວດ
ສອບໄປສູ່ຄຸນນະພາບໃຫມ່, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດທາງດ້ານງົບປະມານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງຂຶ້ນ. ໃນກອງ
ປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳກ່ຽວກັບການຈັດຕັ້ງປະຕິບັດວຽກ
ງານຂອງຕົນ ເຊິ່ງເຫັນວ່າຫນຶ່ງປີຜ່ານມາບັນດາອົງການດັ່ງກ່າວໄດ້ຕັ້ງຫນ້າປະຕິບັດໜ້າທີ່, ພາລະບົດບາດຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດ
ຊອບປະກອບສ່ວນເຮັດໃຫ້ການປະຕິບັດລັດຖະທຳມະນູນ ແລະ ກົດຫມາຍນັບມື້ມີຄວາມສັກສິດ, ສັງຄົມມີຄວາມສະຫງົບ ແລະ ຍຸຕິທຳ. ກອງປະຊຸມສະເໜີໃຫ້ອົງ
ການປົກປ້ອງກົດຫມາຍສືບຕໍ່ເຊີດຊູສິດຫນ້າທີ່, ບຸກບືນຈັດຕັ້ງຜັນຂະຫຍາຍບັນດາທິດທາງວຽກງານຂອງຕົນໃຫ້ມີຜົນສຳເລັດ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງ
ແນະນຳເລກທີ 03 ຂອງກົມການເມືອງສູນກາງພັກວ່າດ້ວຍການສ້າງແຂວງເປັນຫົວຫນ່ວຍຍຸດທະສາດ, ສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນ
ຫນ່ວຍພັດທະນາຢູ່ໃນຂົງເຂດວຽກງານຂອງຕົນໃນບັນດາເມືອງ ແລະ ບ້ານຈຸດສຸມທົດລອງ ຊຶ່ງຄະນະພັກ, ອຳນາດການປົກຄອງໄດ້ກຳນົດໄວ້ໂດຍສຸມໃສ່ການສ້າງ
ບ້ານປອດຄະດີ, ພ້ອມທັງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ໂດຍສະເພາະແມ່ນສານປະຊາຊົນ ແລະ ໄອຍະການປະຊາຊົນຢູ່ຂັ້ນເມືອງໃຫ້ເຫມາະສົມເພື່ອ
ສ້າງເງື່ອນໄຂອັນຈຳເປັນ, ຄວາມສະດວກໃຫ້ປະຊາຊົນບັນດາເຜົ່າຢູ່ຮາກຖານຊຸມຊົນໄດ້ເຂົ້າເຖິງການບໍລິການດ້ານຍຸຕິທຳຂອງລັດເຮົາ, ພ້ອມດຽວກັນນັ້ນກໍ່ຕ້ອງເອົາ
ໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ, ຈັນຍາບັນໃນອາຊີບໃຫ້ພະນັກງານຂົງເຂດດັ່ງກ່າວໃຫ້ສູງຂຶ້ນຕື່ມເພື່ອນຳເອົາຄວາມຍຸຕິທຳມາສູ່ປະຊາຊົນ, ຫລຸດ
ຜ່ອນຫາງສຽງຂອງສັງຄົມຕໍ່ກັບການຄຸ້ມຄອງ ແລະ ການບໍລິຫານຂອງລັດໃນຂົງເຂດປົກປ້ອງກົດຫມາຍ. ກອງປະຊຸມ ໄດ້ດຳເນີນການຊັກຖາມລັດຖະມົນຕີ 7 ທ່ານ
ແລະ ໄດ້ຮັບຟັງການລາຍງານເພີ່ມເຕີມກ່ຽວກັບວຽກງານຊີ້ນຳ, ບໍລິຫານລັດ ແລະ ນະໂຍບາຍຕົ້ນຕໍຈຳນວນຫນຶ່ງໃນການຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມ
ທ້າຍສົກປີ 2011-2012 ແລະ ສົກປີ 2012-2013 ຊຶ່ງສະເຫນີໂດຍທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ. ກອງປະຊຸມຍັງໄດ້ຊັກຖາມທ່ານປະທານສານປະ
ຊາຊົນສູງສຸດ ແລະ ຫົວຫນ້າອົງການໄອຍະການສູງສຸດກ່ຽວກັບການປະຕິບັດຫນ້າທີ່ຂອງສອງອົງການດັ່ງກ່າວ. ບັນຍາກາດໃນການຊັກຖາມ ແລະ ຊີ້ແຈງອະທິບາຍ
ຂອງບັນດາກະຊວງ, ອົງການທີ່ກ່ຽວຂ້ອງແມ່ນບົນຈິດໃຈສ້າງສັນ ແລະ ກ້າຮັບຈຸດອ່ອນ, ຂໍ້ຄົງຄ້າງໃນຂະແໜງການກໍ່ຄືຄວາມຮັບຜິດຊອບສ່ວນບຸກຄົນຂອງຕົນ,
ພ້ອມທັງສະເຫນີມາດຕະການ ແລະ ວິທີແກ້ໄຂໃນຕໍ່ຫນ້າ. ກອງປະຊຸມຫວັງຢ່າງຍິ່ງວ່າບັນດາທ່ານລັດຖະມົນຕີ, ທ່ານປະທານສານປະຊາຊົນສູງສຸດ ແລະ ຫົວຫນ້າ
ອົງການໄອຍະການປະຊາຊົນສູງສຸດຈະນຳເອົາຂໍ້ສະເຫນີຈາກກອງປະຊຸມກໍ່ຄືຂໍ້ສະເຫນີຜ່ານໂທລະສັບສາຍດ່ວນທີ່ພົວພັນເຖິງການຊີ້ນຳ ແລະ ການຄຸ້ມຄອງຂອງຂະ
ແໜງຕົນໄປພິຈາລະນາ ແລະ ແກ້ໄຂໃຫ້ເປັນຮູບປະທຳ. ກອງປະຊຸມໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນຫນຶ່ງປີຜ່ານມາ ແລະ
ທິດທາງວຽກງານໃນປີຕໍ່ໄປ. ກອງປະຊຸມເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ ແລະ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດສືບຕໍ່ຊີ້ນຳປັບປຸງ, ຍົກສູງຄຸນນະພາບ
ແລະ ປະສິດທິຜົນຂອງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ເວົ້າລວມ, ເວົ້າສະເພາະແມ່ນທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະ
ນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ກົງຈັກການຈັດຕັ້ງທີ່ເປັນເສນາທິການໃຫ້ແກ່ຫ້ອງວ່າການສະພາແຫ່ງຊາດຢູ່ສູນກາງ ແລະ ທ້ອງຖິ່ນກໍ່ຄືການບຳ
ລຸງສ້າງ, ຍົກລະດັບໃຫ້ສະມາຊິກສະພາແຫ່ງຊາດ, ພະນັກງານ, ວິຊາການ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ຫນ້າທີ່ຂອງກົງຈັກການຈັດຕັ້ງຂອງສະພາ
ແຫ່ງຊາດໄດ້ດີຂຶ້ນ. ກອງປະຊຸມສະແດງຄວາມຂອບໃຈ ແລະ ຊົມເຊີຍເປັນຢ່າງຍິ່ງຕໍ່ທ່ານປະທານສູນກາງແນວລາວສ້າງຊາດທີ່ໄດ້ຕາງຫນ້າບັນດາອົງການຈັດຕັ້ງມະ
ຫາຊົນກໍ່ຄືບັນດາຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າປະກອບຄວາມເຫັນຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ກໍ່ຄືສະມາຊິກສະພາແຫ່ງຊາດບົນຈິດໃຈ
ສ້າງສັນເພື່ອແນໃສ່ປັບປຸງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຶ່ງເປັນອົງການຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ
ລາວບັນດາດເຜົ່າໃຫ້ນັບມື້ນັບດີຂຶ້ນ. ກອງປະຊຸມໄດ້ຮັບຮອງເອົາການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດ ຈຳນວນ 1 ທ່ານຢູ່ເຂດເລືອກຕັ້ງທີ 12 ແຂວງຄຳ
ມ່ວນຕາມການສະເຫນີ ຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມມອບໃຫ້ຄະນະປະຈຳສະພາແຫ່ງຊາດຊີ້ນຳ, ກະກຽມແຜນການເລືອກຕັ້ງດັ່ງກ່າວໃຫ້ໄດ້ຮັບຜົນ.
ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ສຸດທີ່ເປັນກຽດທີ່ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ໄດ້ຮັບຟັງຄຳປາໄສຂອງສະຫາຍ ຫງວຽນ
ຊິງ ຮຸ່ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສ.ສ ຫວຽດນາມ ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບແຫ່ງ
ການພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຂອງພັກ, ລັດ, ປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດຫວຽດນາມອ້າຍນ້ອງມາ
ສູ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII ພວກເຮົາ, ເຊິ່ງເປັນການປຸກລະດົມກຳລັງໃຈອັນໃຫຍ່ຫລວງໃຫ້ແກ່ສະພາແຫ່ງຊາດ, ລັດ
ຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດຫນ້າທີ່ອັນມີກຽດສະຫງ່າຂອງຕົນ ແລະ ທັງເປັນການປະກອບສ່ວນເຮັດໃຫ້ການສະເຫລີມສະຫລອງ
ປີແຫ່ງຄວາມສາມັກຄີ – ມິດຕະພາບລະຫວ່າງລາວ-ຫວຽດນາມ ມີຄວາມຫມາຍອັນເລິກເຊິ່ງ ແລະ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບດັ່ງກ່າວໃຫ້ຈະ
ເລີນງອກງາມ,​ ຍືນຍົງຕະຫລອດໄປ. ເພື່ອຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະ
ການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງໄດ້ພ້ອມກັນຜັນຂະຫຍາຍມະຕິກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຄັ້ງນີ້ເຂົ້າໃນ
ຂົງເຂດວຽກງານ ແລະ ຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີການຈັດຕັ້ງປະຕິບັດສ້າງບາດກ້າວສີ່ບຸກທະລຸ ໃຫ້ມີຫມາກຜົນຕົວຈິງຫລາຍຂຶ້ນ ແລະ ຜັນຂະ
ຫຍາຍມະຕິເລກທີ 03 ຂອງກົມການເມືອງສູນກາງພັກໃນການເຮັດທົດລອງ: ສ້າງແຂວງເປັນຫົວຫນ່ວຍຍຸດທະສາດ; ສ້າງເມືອງເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ
ແລະ ສ້າງບ້ານເປັນຫົວຫນ່ວຍພັດທະນາໃຫ້ເປັນຮູບປະທຳ ແລະ ໄດ້ຮັບຜົນດີ.

ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ແຂກທີ່ມີກຽດ!.

ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VII ຄັ້ງນີ້, ໄດ້ຮັບຜົນສຳເລັດຢ່າງຈົບງາມ.​ ຕາງຫນ້າສະພາແຫ່ງຊາດ, ຂ້າພະເຈົ້າຂໍສະແດງ
ຄວາມຂອບໃຈຢ່າງສູງມາຍັງບັນດາທ່ານການນຳພັກ – ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ບັນດາທ່ານນັກປະຕິວັດອາວຸ
ໂສ, ອະດີດສະມາຊິກສະພາແຫ່ງຊາດ ແລະ ທ່ານແຂກທີ່ມີກຽດທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້. ຂໍຂອບອົກຂອບໃຈຢ່າງສູງມາຍັງກົມການເມືອງສູນກາງພັກ
ທີ່ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດ ແລະ ໄດ້ຮັບການປະສານສົມທົບຢ່າງດີຈາກລັດຖະບານ, ອົງການສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ,
ອົງການກວດສອບແຫ່ງລັດ ແລະ ອົງການຈັດຕັ້ງແນວລາວສ້າງຊາດ. ກອງປະຊຸມສະແດງຄວາມຊົມເຊີຍຕໍ່ບັນດາກົງຈັກຂອງສະພາແຫ່ງຊາດ, ຄະນະສະມາຊິກ
ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ບັນດາທ່ານສະມາຊິກສະພາແຫ່ງຊາດ,​ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດກໍ່ຄືບັນດາສື່ມວນຊົນ, ກົມກອງບໍລິຫານຮັບໃຊ້ຕ່າງໆ
ທີ່ໄດ້ປະກອບສ່ວນສຳຄັນເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດເປັນຢ່າງດີ. ກອງປະຊຸມຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ,​ ພີ່ນ້ອງຮ່ວມຊາດທຸກຊັ້ນ
ຄົນທັງພາຍໃນ ແລະ ຢູ່ຕ່າງປະເທດຈົ່ງໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີເປັນປຶກແຜ່ນພາຍໃຕ້ການນຳພາຂອງພັກພ້ອມກັນຜ່ານຜ່າຄວາມ
ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຮ່ວມກັບສະພາແຫ່ງຊາດ ແລະ ລັດຖະບານສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນສົກປີ 2012-2013
ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ກອງປະຊຸມຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ ແລະ ພີ່ນ້ອງຮ່ວມຊາດ ຈົ່ງໄດ້ໃຫ້ການຮ່ວມມືກັບສະ
ພາແຫ່ງຊາດ ແລະ ລັດຖະບານພ້ອມກັນເປັນເຈົ້າພາບທີ່ດີເພື່ອຫ້າງຫາກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມເປັນຄູ່ຮ່ວມລັດຖະສະພາອາຊີ – ເອີຣົບ ຄັ້ງທີ 7
ແລະ ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນໃນທ້າຍປີນີ້ໃຫ້ໄດ້ຮັບຜົນສຳເລັດ.

ບັນດາທ່ານ ແລະ ບັນດາສະຫາຍທີ່ນັບຖື ແລະ ຮັກແພງ.

ມື້ນີ້, ພໍດີກົງກັບວັນຄ້າຍວັນເກີດຄົບຮອບ 103 ປີຂອງທ່ານ ປະທານ ສຸພານຸວົງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແລະ
ປະທານສະພາປະຊາຊົນສູງສຸດ ຊຸດທີ I, ຊຶ່ງ​ຊີວິດ ​ແລະ ວິລະ​ກຳ​ຂອງ​ເພິ່ນຍາມ​ໃດ​ກໍ່​ເປັນ​ແວ່ນ​ແຍງ​ອັນໃສ​ແຈ້ງ​ໃຫ້​ແກ່​ຮຸ່ນ​ລູກ​ຮຸ່ນ​ຫລານສືບຕໍ່ເພື່ອ​ຝຶກ​ຝົນ​ຫລໍ່ຫລອມ​
ຕົນເອງ. ວັນ​ທີ 13 ກໍລະ​ກົດ​ເປັນ​ທັງ​ວັນ​ສິ່ງ​ແວດລ້ອມ​ໂລກ ​ແລະ ​ໃນ​ວັນ​ທີ 15 ​ສິງຫາ 2012 ຈະ​ມາ​ເຖິງ​ນີ້ກໍ່​ພໍດີ​ກັບ​ຄົບຮອບ 21 ປີ​ຂອງ​ການປະກາດ​ໃຊ້​ລັດຖະ
ທຳມະນູນສະບັບ​ທຳ​ອິດ​ຂອງ ສປປ ລາວ. ດ້ວຍ​ເຫດ​ນັ້ນ, ກອງ​ປະຊຸມ​ຂໍສະ​ເຫ​ນີມາ​ຍັງ​ທຸກ​ພາກສ່ວນຈົ່ງ​ໄດ້​ຖື​ເອົາ​ເຫດການ​ສຳຄັນ​ດັ່ງກ່າວ​ນີ້ ພ້ອມ​ກັນ​ອອກ​ແຮງ​ແຂ່ງ
ຂັນ​ກັນສ້າງ​ຜົນງານ ແລະ ຈັດຕັ້ງຂະ​ບວນການ​ຕ່າງໆ​ໂດຍ​ສະ​ເພາະ​ການ​ສ້າງ​ຂະ​ບວນການ ຮັກ​ຊາດ​ພັດທະນາ​ໃຫ້​ມີ​ບັນຍາກາດຟົດຟື້ນກວ້າງຂວາງ, ມີ​ຜົນສຳ
​ເລັດຕົວຈິງໃນ​ການຈັດຕັ້ງປະຕິບັດຄາດຫມາຍ​ສ້າງ​ປະ​ເທດ​ຊາດລາວ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ , ປະຊາ​ຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີຄວາມ​ສາມັກຄີ​ປ​ອງ, ປະຊາທິປະ​ໄຕຍຸຕິ​
ທຳ ແລະ ສີວິ​ໄລ. ນະ​ໂອກາດອັນ​ສະຫງ່າລາສີ ​ແລະ ​ເຕັມ​ໄປ​ດ້ວຍຄວາມ​ເບີກບານ​ມ່ວນ​ຊື່ນ​ກັບຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ ເທື່ອ​ທີ 3​ ຂອງສະພາ​
ແຫ່ງ​ຊາດຊຸດ​ທີ VII ນີ້, ຕາງຫນ້າກອງ​ປະຊຸມ, ຂ້າພະ​ເຈົ້າຂໍ​ອວຍພອນ​ໄຊ​ອັນ​ປະ​​ເສີດ​ມາ​ຍັງ​ຜູ້ນຳ​ພັກ-ລັດ, ​ແຂກທີ່​ມີ​ກຽດທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ຄັ້ງນີ້, ຕະຫລອດ​
ເຖິງພະນັກງານ, ທະຫານ, ຕຳຫລວດ ແລະ ​ປະຊາຊົນ​ລາວບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ມີສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມສຸກ​ໃນ​ຄອບຄົວ ​ແລະ ປະສົບຜົນສຳ​ເລັດ​
ໃນ​ຫນ້າ​ທີ່​ວຽກ​ງານອັນ​ມີ​ກຽດ​ສະ​ຫງ່າ​ຂອງ​ຕົນ. ນະ​ໂອກາດ​ນີ້, ​ໃນ​ນາມປະທານ​ກອງ​ປະຊຸມ, ຂ້າພະ​ເຈົ້າ​ຂໍ​ປະກາດ​ອັດ​ກອງ​ປະຊຸມສະ​ໄຫມ​ສາມັນ​ເທື່ອ​ທີ 3 ຂອງສະ
ພາ​ແຫ່ງ​ຊາດ ຊຸດ​ທີ VII ຢ່າງ​ເປັນທາງ​ການ​ແຕ່​ເວລາ​ນີ້ເປັນຕົ້ນ​ໄປ. ຂໍ​ຂອບ​ໃຈ.

  1. Bisher keine Kommentare
  1. Bisher keine Trackbacks